ເວົ້າສູ່ກັນຟັງ: ເປັນຫຍັງ ນັກວິທະຍາສາດ ຈຶ່ງມີຄວາມສົນໃຈສູງ ໃນການຄົ້ນຄ້ວາດາວອັງຄານ(Mars)?

ເວົ້າສູ່ກັນຟັງ:
ເປັນຫຍັງ ນັກວິທະຍາສາດ ຈຶ່ງມີຄວາມສົນໃຈສູງ ໃນການຄົ້ນຄ້ວາດາວອັງຄານ(Mars)?
ໃນປະຈຸບັນຄືດັ່ງວ່າ ການແຂ່ງຂັນຄົ້ນຄ້ວາອາວະກາດ ໄດ້ດໍາເນີນໄປແບບມິດງຽບ ຊຶ່ງຕ່າງຈາກໃນເມື່ອກ່ອນ ຕອນສະໄຫມ ມີລະບອບຄອມມູຍນິດທີ່ໂຊວຽດເປັນເຈົ້າການ ແລະ ອາເມຣິກາ ໄດ້ແຂ່ງຂັນກັນຂຶ້ນເດືອນ ດຸເດືອດແມ່ນໃນວັນທີ 20 July ປີ 1969 ຍານອາວະກາດອາເມຣິກາ ອາໂປນໂລສິບເອັດ ພ້ອມນັກອາວະກາດ ໄດ້ລົງຢຽບຫນ້າເດືອນຄັ້ງປະຫວັດສາດ ເປັນທີ່ຊ່າລືກັນໄປທົ່ວໂລກໃນຕອນນັ້ນ.
ຖ້າເວົ້າເຖິງການຄົ້ນຄ້ວາກ່ຽວກັບດາວພະເຄາະອັງຄານແລ້ວ ແມ່ນມີການເລີ້ມຕົ້ນມາແຕ່ ປີ 1960 ຊຶ່ງແມ່ນ ປະເທດໂຊວຽດໃນຕອນນັ້ນເປັນຜູ້ລິເລີ້ມກ່ອນ ໄດ້ສົ່ງຍານສໍາຫລວດ ໄປສູ່ດາວອັງຄານ ແຕ່ບໍ່ສໍາເຫລັດ ບໍ່ໄປເຖິງວົງໂຄຈອນຂອງດາວອັງຄານກໍເກີດອຸບັດຕິເຫດໄປ ແລະ ຕໍ່ມາເຖິງປີ 1964 ໂຊວຽດກໍສູນເສັຍການທົດລອງອີກສາມຄັ້ງ.
ໃນປີ 1964 ອົງການນາຊ່າ ອາເມຣິກາ ໄດ້ຍິງຈະຫລວດຫວັງສົ່ງຍານສໍາຫລວດໄປດາວອັງຄານ ແຕ່ບໍ່ສໍາເຫລັດ ໃນເວລາອັນສັ້ນ ເຮັດໃຫ້ຍານສໍາຫລວດນັ້ນບໍ່ສາມາດແຍກຕົວອອກຈາກຕົວຈະຫລວດໄດ້ ແລ້ວກໍແຕກພັງທະລາຍໄປ.
ຈົນເຖິງ ປີ 1965 ອົງການນາຊ່າຈຶ່ງສໍາເຫລັດ ສົ່ງຍານສໍາຫລວດໄປບິນເຂົ້າໃນວົງຈອນຜ່ານດາວອັງຄານເປັນຄັ້ງທໍາອິດ ແລະ ສາມາດຖ່າຍຮູບໄດ້ 22 ຮູບ ກັບຄືນມາໂລກ ທັງໄດ້ຂໍ້ມູນ ກ່ຽວກັບດາວອັງຄານ ທາງດ້ານສະພາບອາການ ທົ່ງແມ່ເຫລັກ ຮູບແບບພື້ນຫນ້າຂອງດາວອັງຄານ ແລະ ອື່ນໆ. ທັງຫມົດຍິ່ງສ້າງຄວາມສົນໃຈສູງ ໃຫ້ແກ່ບັນດານັກຄົ້ນຄ້ວາອາວະກາດໃນທົ່ວໂລກ ເພີ້ມຄວາມສົນໃຈຕໍ່ດາວອັງຄານ.
ສິ່ງທີ່ສ້າງຄວາມສົນໃຈສູງນັ້ນແມ່ນ ນັກວິທະຍາສາດຢາກຮູ້ວ່າ ຢູ່ດາວອັງຄານ ຈະມີສິ່ງທີ່ມີຊີວິດ ຫລືບໍ່?
ເພາະຫຍັງກັນແທ້?
ອີງຕາມຈຸດພິເສດຂອງດາວອັງຄານ ທີ່ມີຫລາຍຫລັກຊະນະຄ້າຍຄືກັນກັບໂລກຂອງພວກເຣົາ ຄວນຈະມີສິ່ງທີ່ມີຊີວິດ ຫລື ເຄີຍມີສິ່ງທີ່ມີຊີວິດອາໃສຢູ່ ໂດຍອີງໃສ່ການຄົ້ນຄ້ວາວິໃຈຂອງບັນດານັກວິທະຍາສາດທັງຫລາຍ.
ຫນ່ວຍໂລກຂອງພວກເຮົາ ຢູ່ໄກຈາກຕາເວັນ 149, 597, 891 Km ເປັນຫນ່ວຍທີ ສາມ ແລະ ດາວອັງຄານເປັນຫນ່ວຍທີສີ່ ຫ່າງໄກໄປຈາກຕາເວັນ ຈຶ່ງມີອຸນຫະພູມຕໍ່າກ່ວາຫນ່ວຍໂລກ. ດາວອັງຄານຢູ່ຫ່າງຈາກຫນ່ວຍໂລກ 206,94 Millionen km ແລະ ນ້ອຍກ່ວາຫນ່ວຍໂລກເກືອບເຄິ່ງນຶ່ງ. ຫນ່ວຍໂລກໃຊ້ເວລາປິ່ນອ້ອມຕາເວັນ 365 ມື້ ດາວອັງຄານ 687 ມື້. ຢູ່ເທິງຫນ້າຫນ່ວຍໂລກມີນໍ້າ ແຕ່ວ່າຢູ່ເທິງດາວອັງຄານບໍ່ມີນໍ້າ ທີ່ເປັນທາດແຫລວ.
ໃນອາທິດນີ້ ສາກົນໄດ້ອອກຂ່າວລຽນຕິດເວົ້າເຖິງການຄົ້ນຄ້ວາ ອາວະກາດ ມຸ້ງຫນ້າສູ່ດາວອັງຄານ ຍ້ອນວ່າ ໃນປະຈຸບັນ ມີຍານອາວະກາດສີ່ເຄື່ອງ ກໍາລັງເຂົ້າສູ່ວົງໂຄຈອນຂອງດາວອັງຄານ ຍ້ອນວ່າ ຍານອາວະກາດດັ່ງກ່າວໄດ້ຖືກສົ່ງຂຶ້ນຈາກການຍິງຈະຫລວດຈາກເທິງຫນ້າດິນໃນເວລາໄລ່ເລັ່ຽກັນ ຄືໃນລະຫວ່າງເດືອນເຈັດແລະເດືອນແປດຂອງປີກາຍນີ້ ເພາະວ່າໃນເດືອນດັ່ງກ່າວ ຫນ່ວຍໂລກ ແລະ ດາວອັງຄານ ຫມູນວຽນມາໄກ້ກັນທີ່ສຸດ ອໍານວຍໃຫ້ແກ່ການມຸ້ງຫນ້າສູ່ດາວອັງຄານຈາກໂລກຂອງພວກເຮົາມີລະຍະທາງສັ້ນກ່ວາໃນຊ່ວງເວລາອື່ນໆ.
ການເດີນທາງຂອງຍານອາວະກາດຈາກຫນ່ວຍໂລກເຖິງດາວອັງຄານແມ່ນໃຊ້ເວລາປະມານເຈັດເດືອນ. ດັ່ງນັ້ນໃນເດືອນສອງນີ້ ຍານອາວະກາດທັງສີ່ທີ່ກ່າວມາເທິງນັ້ນແມ່ນມີຍານອາວະກາດຂອງ ESA ສະຫະພັນຢູໂຣບ, ຂອງອົງການນາຊ່າ ແລະນ້ອງໃຫມ່ ຈາກຈີນ ແລະ ຈາກປະເທດ ອາຣັບ ເອມິກະຣາດ ຈຶ່ງພ້ອມກັນເຂົ້າມາເຖິງວົງໂຄຈອນຂອງດາວອັງຄານ ແລະ ຕຽມສົ່ງຍານຍົນສໍາຫລວດລົງສູ່ດາວອັງຄານ.
ດັ່ງນັ້ນ ໃນວັນພະຫັດ ທີ 18.02.2021ຜ່ານມານີ້ ອົງການນາຊ່າໄດ້ບັງຄັບຍານອາວະກາດ ທີ່ໄປເຖິງນັ້ນ ປ່ອຍລົດຍານຍົນສໍາຫລວດ(Mars-Rover Perseverace) ລົງດາວອັງຄານ ໄດ້ສໍາເຫລັດ ແລະ ຮັບປະກັນແທ້ເປັນຄັ້ງທໍາອິດ. ຜ່ານມາແມ່ນມີສີ່ເທື່ອແລ້ວທີ່ອົງການນາຊ່າສົ່ງຍານສໍາຫລວດລົງສູ່ດາວອັງຄານແຕ່ບໍ່ສໍາເຫລັດຜົນໄປດ້ວຍດີຄືໃນຄັ້ງທີຫ້ານີ້.
ຍານສໍາຫລວດດັ່ງກ່າວ ຈະເກັບກໍາຂໍ້ມູນຕ່າງໆ ແລະ ໂດຍສະເພາະ ຈະເຈາະຄົ້ນເອົາດິນຫີນເພື່ອການວິໃຈໃນຕໍ່ຫນ້າ ແຕ່ດິນຫີນດັ່ງກ່າວຈະຖືກທ້ອນໄວ້ ແລະ ຈະຖືກ ນໍາສູ່ໂລກດ້ວຍຍານອາວະກາດຊຸດໃຫມ່ ໃນຕໍ່ຫນ້າ ຄາດຫມາຍແມ່ນໃນປີ ສອງພັນສາມສິບ ເພາະບໍ່ເປັນສິ່ງຈະເຮັດໄດ້ງ່າຍ ໃນການເຈາະ ແລະ ຍິງສົ່ງຈາກດາວອັງຄານນັ້ນຂຶ້ນສູ່ຍານອາວະກາດທີ່ລໍຖ້າຢູ່ໃນວົງໂຄຈອນ ແລ້ວລົງສູ່ໂລກ ຍັງຈະຕ້ອງໄດ້ຖືກຄົ້ນຄ້ວາ ແລະ ຖືກທົດລອງ ເປັນຂັ້ນຕອນຕໍ່ໄປ.
ຄໍາຖາມວ່າ ເປັນຫຍັງ ນັກວິທະຍາສາດຈຶ່ງມີຄວາມສົນໃຈສູງຕໍ່ການຄົ້ນດາວອັງຄານແທ້ນັ້ນ?
ຄໍາຕອບທີ່ເຄີຍຮູ້ກັນດີມາດົນນານແລ້ວວ່າ ຢູ່ໃນຈັກກະວານ ທີ່ໂລກຂອງພວກເຮົາສັງກັດຢູ່ ໃນບັນດາດາວພະເຄາະຕ່າງໆ ສິ່ງທີມີຊີວິດຄືໃນໂລກຂອງພວກເຮົ່າ ອາດຈະມີແຕ່ໃນດາວອັງຄານອີກເທົ່ານັ້ນ ໂດຍອີງໃສ່ຈຸດພິເສດ ຂອງວົງໂຄຈອນ ແລະ ສະພາບແວດລ້ອມຕ່າງໆ ທີ່ເປັນເງື່ອນໄຂໃຫ້ແກ່ການມີຊີວິດ ເຫມືອນກັບໂລກຂອງພວກເຮົາ ເປັ້ນຕົ້ນແມ່ນການຄົ້ນພົບຮອງຮອຍຂອງນໍ້າ ທີ່ເປັນພື້ນຖານໃຫ້ແກ່ຊີວິດນັ້ນເອງ.
ບາງນັກຄົ້ນຄ້ວາເວົ້າວ່າ ໃນຫລາຍລ້ານປີຜ່ານມາ ອາດມີສິ່ງທີ່ມີຊີວິດອາໃສຢູ່ດາວອັງຄານ ຄື ກັບຄົນເຮົາ ແລ້ວພາກັນຍົກຍ້າຍມາຢູ່ໂລກຂອງພວກເຮົາ ຈາກນັ້ນຊີວິດຢູ່ເຖິງດາວອັງຄານໄດ້ຖືກດັບສູນໄປ ຍ້ອນການປ່ຽນແປງຂອງສະພາບແວດລ້ອມອາດຈະເປັນປຽບເຫມືອນຄົນເຮົາ ໃນເວລານີ້ ພາກັນຄົ້ນຄ້ວາຊອກຫາ ຖິ່ນຖານໃຫມ່ເພື່ອການຢູ່ລອດຂອງຊີວິດໃນອານາຄົດທີ່ບໍ່ມີໃຜຮູ້ໄດ້ ວ່າໂລກຂອງພວກເຣົາຈະມີການປ່ຽນແປງໄປ ເປັນພິດໃຫ້ແກ່ຊີວິດຂອງຄົນເຮົາ ຍ້ອນການກະທໍາຂອງຄົນເຮົາເອງ ນັ້ນເອງ.
ການຄົ້ນຄ້ວາຈະໄດ້ຄໍາຕອບ ຫລື ຈະເປັນໄປແນວໃດ ແມ່ນຍັງຈະໃຊ້ເວລາອັນຍາວນານ ແຕ່ການຂະຫຍາຍຕົວ ທາງດ້ານເຕັກໂນໂລຢີທີ່ເປັນໄປໄດ້ໄວ ອາດສາມາດໃຫ້ຄໍາຕອບໄດ້ໄວຂຶ້ນກ່ວາເກົ່າ ແລະ ອັນສໍາຄັນນັ້ນແມ່ນ ດາວພະເຄາະມາກສ ຈະສາມາດອໍານວຍໃຫ້ແກ່ການຈະຍົກຍ້າຍຄົນໄປຢູ່ ໄດ້ດີ ແລະ ຮັບປະກັນຄືແນວໃດ?
ຊາວໂລກຍັງມີຄວາມສົນໃຈພາກັນຕິດຕາມຕໍ່ໄປວ່າ ຈະມີຮ່ອງຮອຍຂອງຊີວິດແທ້ບໍຢູ່ດາວອັງຄານ ແລະ ການທົດລອງເອົາຄົນໄປດໍາລົງຊີວິດໃນທີ່ນັ້ນໃນຕໍ່ຫນ້ານີ້ ຈະມີຫມາກຜົນຄືແນວໃດເກີດຂຶ້ນ?
@ວິມາດອກບົວແກ້ວ
Fotos: ZDF TV