ຊົມເຊີຍການປ່າວຮ້ອງ ເລືອກຄົນນັ່ງໃນສະພາ

ຊົມເຊີຍການປ່າວຮ້ອງ ເລືອກຄົນນັ່ງໃນສະພາ
ຊົນຊາດເຮົາຍິງຊາຍ ຈົ່ງເສີດຊູສິດເປັນເຈົ້າ
ເລືອກຕົວແທນໄປແລ້ວ ຕິດຕາມນໍາແນມເບິ່ງ
ສສ ໃດເຮັດບໍ່ໄດ້ ຈໍາໄວ້ຢ່າເລືອກເອົາ ເທື່ອຫນ້າເດີ້
ຄົນລາວໃນຕ່າງດ້າວ ເຫັນຂ່າວພຽງຄືຝັນ
ຍົກຍໍມືຕໍາແສງ ສ່ອງມາຍັງໄກບ້ານ
ຂໍຝາກຄວາມຫວັງໄວ້ ຄົນພາຍໃນທຸກທ່ານ
ພາກັນຄິດເຫລືອກເຝັ້ນ ຕອງເອົາເຄົ້າແກ່ນນິນ ແດ່ທ້ອນ