ໂອ້ເມືອງລາວ ດິນແດນພໍ່ແມ່ຂ້ອຍ ສຸດກວ້າງໃຫຍ່ໄພສານ

ໂອ້ເມືອງລາວ
ດິນແດນພໍ່ແມ່ຂ້ອຍ ສຸດກວ້າງໃຫຍ່ໄພສານ
ດົນນານມາລືນາມ ຊື່ລາວດັງໄກກ້ອງ
ລໍາຂອງຍາວເໜືອໃຕ້ ໄຫລລົງແສນສະງ່າ
ຊົນເຜົ່າລາວທົ່ວຫນ້າ ຮັກຫອມບ້ານມິ່ງເມືອງ ແທ້ແລ້ວ
ພາກເໜືອພູໃຫຍ່ຕັ້ງ ຕິດຕໍ່ກັນສູງຊັນ
ຕາມສັນພູເທິງດອຍ ປ່າປົກບັງລຽນລ້ອມ
ທາງຮອມປີນໄປຂຶ້ນ ກາຍດົງດອນແດນປ່າ
ສັກກູນາເປັ່ງຮ້ອງ ສຽງດັງກ້ອງທົ່ວດົງ ເຈົ້າເອີ້ຍ
ພູເບັ້ຍຢືນຊໍ່ຟ້າ ລາຊາແຫ່ງຄວາມສູງ
ຝູງມານຍິງທໍາລາຍ ເມື່ອປາງສົງຄາມຮ້າຍ
ກາຍເປັນພະຍານໄວ້ ປະຊາລາວແຂງແກ່ນ
ຕົກທຸກແສນເຮັ່ງຮ້ອນ ພາກັນສູ້ບໍ່ຍອມ ແທ້ແລ້ວ
ພູຜາເປັນທີ່ຊ້ອນ ການນໍາແຫ່ງປະຕິວັດ
ຈັກ​ກະ​ພັດ​ທຳ​ລາຍ ໄລ່​ຍິງ​ດັບ​ສູນ​ສ້ຽງ
ເຫັນ​ພຽງ​ເງົາມັນ​ຖິ້ມ ກະ​ສຸນ​ປືນ​ຍິງ​ໃສ່
ພົງໄພ​ທັງ​ປ່າ​ໄມ້ ຫາກກັນ​ໄວ້ຊ່ວຍ​ຊູ ເຈົ້າເອີ້ຍ
ໃນດົງຫລວງປ່າໄມ້ ລໍາໃຫຍ່ສູງລຽງລາຍ
ຢຽດຢາຍຕາມກັນໄປ ຊື່ນຊົມສະອອນແທ້
ຕາແລຫລຽວເຫັນໄມ້ ແຄນຄູນຈວງຈັນດູ່
ອາຍຸສູງກວ່າຮ້ອຍ ຫລາຍປີແທ້ແກ່ເກີນ ແທ້ແລ້ວ
ຕາດຕົກລົງຫວ່າງຖໍ້າ ທາລາລັ່ງໄຫລລິນ
ສຽງດັງຍິນຕາມເຫວ ທັ່ງລົມຕີຕາມຕ້ອງ
ເຢັນຟອງລົມພັດຜ້າຍ ຕໍາກາຍໃຈສົດຊື່ນ
ມາຢືນແລລໍ້າຢ້ຽມ ສຸດງາມລໍ້າລື່ນຝັນ ເຈົ້າເອີ້ຍ
ຕາມຕີນພູຍ່າງຍ້າຍ ຫອມກິ່ນພຶດສາພັນ
ເໝືອນຢືນນອນ​ໃນ​ຝັນ ທ່ຽວຊົມສະຫວັນຟ້າ
ໂອ້ເມືອງລາວຂອງຂ້າ ອິນຕາໃດມາແຕ່ງ
ປູ່ເຍີ້ຍ່າເຍີແປງກໍ່ໄວ້ ເປັນມູນລໍ້າແກ່ລູກຫລານ ແທ້ແລ້ວ
ນໍ້າຄານ ນໍ້າຂອງ
ແລມອງສອງຝັ່ງນໍ້າ ເຂດຖິ່ນຫລວງພະບາງ
ມີຫົນທາງຄົນລົງ ສູ່ສວນເປັນແຖວໄວ້
ຫລຽວໄປເຫັນເຮືອນ້ອຍ ຄອຍຄົນລົງຕາມແຄມທ່າ
ແສງຕາເວັນລາລ່ວງຍ້າຍ ສີທອງຕ້ອງໃສ່ຂອງ ງາມເດ້
ຊົງນາມສົມຊື່ແລ້ວ ຫລວງໂລກມິ່ງມໍລະດົກ
ປົກ​ປັກ​ປະ​ເພ​ນີ ນຸ່ງ​ຖື​ເຫມືອນຄາວ​ກີ້
ພູ​ສີ​ສູງ​ເອກ​ອ້າງ ໃນກາງ​ເມືອງເຮືອງ​ເຮື່ອ
ງາມ​ເຫລືອ​ວັດ​ໃຫຍ່​ນ້ອຍ ຊຽງ​ທອງ​ພ້ອມພໍ່າ​ກັນ ແທ້​ແລ້ວ
ຍາມແລງ​ແລະຍາມ​ເຊົ້າ ສຽງ​ກອງ​ຕຶ່ງ​ດັງ​ໄກ
ປວງ​ຊົນ​ໄປ​ກະ​ຕຽມ ໃສ່​ບາດ​ຕາມ​ແຄມ​ຕ້າຍ
ເດີນ​ເປັນ​ສາຍ​ພະ​ສົງ​ເຈົ້າ ບາດຮັບ​ຂອງ​ທານໃສ່
ແລງ​ໄລລົງ​​ຄ່ຳ​ຄ້ອຍ ສຽງເທດໄຫວ້ພຶ່ມພໍາ ແທ້ແລ້ວ
ຂີ່ເຮືອໄຫລລ່ອງນໍ້າ ຕາມຂອງໃຫຍ່ສາຍໃຈ
ຫລຽວໄກເຫັນເຮືອນຊານ ຢັ່ງຢາຍຕາມແຄມນໍ້າ
ງາມຫາດຊາຍແສງຕ້ອງ ງົວຄວາຍລົງເປັນຫມູ່
ດູແລສາວສໍ່ານ້ອຍ ລົງລອຍນໍ້າມ່ວນກັນ ແທ້ເດ້
ເຖິງວຽງຈັນໃຫຍ່ກວ້າງ ເມືອງຫລວງເດັ່ນຂອງລາວ
ຄາວຫລັງຄືຊຽງທອງ ປ່ຽນມາວຽງຈັນພີ້
ສີສັດຕະນາກເຈົ້າ ໃຊຍະເສດຖາພະອົງທ່ານ
ເຫັນການໄກລ່ວງຫນ້າ ເລີຍມາຕັ້ງຢູ່ວຽງ ພີ້ແລ້ວ
ພະທາດຫລວງໃຫຍ່ຕັ້ງ ເຮືອງເຮື່ອປະກາຍສີ
ປວງຊົນມີສັດທາ ຊ່ວບທໍາບຸນແປງສ້າງ
ປະເພນີງານບຸນ
ສາຍທານຕາມ
ພືດຜັກມີຫລວງຫລາຍ ປົ່ງໄປຕາມແຄມນໍ້າ
ພືດພັນຕາມລໍາເຊ

@ວິມາດອກບົວແກ້ວ