ຊວນຄິດ:
ເວລາເປັນເງິນເປັນຄໍາແທ້ບໍ?
ໃນການດໍາລົງຊີວິດຫາລ້ຽງຊີບຂອງຄົນເຮົາ ໃນການເຮັດວຽກເຮັດງານ ວິ້ງເຕັ້ນຊື້ ຂາຍເຮັດຖຸລະກິດ ຄົນສ່ວນຫລວງຫລາຍ ຈະຟ້າວຝັ່ງຂ້ຽວຂອດ ແລະ ມັກຈະເວົ້າກັນເລີຍໆວ່າ:
“ເວລາເປັນເງິນເປັນຄໍາ“ ຫລື “ເວລາຄືເງິນຄືຄໍາ“.
ຄວາມເວົ້າດັ່ງກ່າວ ຖືກຕ້ອງແທ້ບໍ?
ຖ້າຍັງມີຄົນເຂົ້າໃຈແບບນີ້ຢູ່ຕະຫລອດໄປ ຢາກຂໍຝາກແນວຄິດຄວາມເຫັນ ໂດຍອີງໃສ່ຄວາມເຫັນ ຂອງຫລາຍໆຄົນຜູ້ໄດ້ຄົ້ນຄິດ ມາແລ້ວຕໍ່ບັນຫາດັ່ງກ່າວ ແລະ ໄດ້ປັບປ່ຽນໂຕເອງ ຍ້ອນຮູ້ໄດ້ເຖິງຄຸນຄ່າອັນແທ້ຈິງຂອງຊີວິດ ທີ່ຕິດພັນກັບ “ເວລາຂອງຊີວິດ“ ຄືຖ້າມັນຜ່ານໄປແລ້ວ ຈະບໍ່ກັບຄືນມາອີກ.
ຫາກເຫັນວ່າ “ເວລາເປັນເງິນເປັນຄໍາ“
ແມ່ນບໍ່ຖືກຕ້ອງເສັຍແລ້ວ.
ຖ້າເຫັນແຕ່ດັ່ງນີ້ໄປ ອາດຈະພາໃຫ້ຕົນເອງເປັນທຸກໄດ້.
ເງິນຄໍາຫລືຊັບສິນ ຖ້າຫມົດໄປແລ້ວ ຍັງສາມາດຫາໃຫມ່ໄດ້ ແຕ່ ເວລາແຫ່ງຊີວິດຂອງຄົນເຮົາ ແຕ່ລະວິນາທີ ຫາກຜ່ານໄປ ແມ່ນຫມົດໄປ ລື້ມຄືນໃຫມ່ ຫລື ຫາໃຫມ່ບໍ່ໄດ້, ມັນຕ່າງຈາກການຫາເງິນ.
ດັ່ງນັ້ນ ຈຶ່ງເວົ້າໄດ້ວ່າ ເວລາມີຄຸນຄ່າຕ່າງຈາກເງິນ ແຕ່ຄົນສ່ວນຫລາຍ ມັກເຂົ້າໃຈວ່າ ເສັຍເວລາແມ່ນເສັຍເງິນ ແຕ່ໃນຕົວຈິງແມ່ນເສັຍເວລາຊີວິດຂອງຕົນເອງ ທີ່ມີຢູ່ນັ້ນ ນັບມື້ນັບສັ້ນໄປເທົ່ານັ້ນ.
ດັ່ງນັ້ນ ຄວນໃຊ້ເວລາຊີວິດຂອງຕົນເອງ ແບ່ງປັນໃຫ້ເປັນປະໂຫຍດ ໃຊ້ກັບການຢູ່ຮ່ວມກັນໃນຄອບຄົວ ຢູ່ກັບຄົນທີ່ຕົນເອງຮັກ ໃນສັງຄົມ ໂອບອ້ອມເພື່ອແຜ່ກັນ ຮ່ວມກັນສ້າງກໍາໄລຊີວິດ ຕໍ່ຄວາມຮັກທາງດ້ານຈິດໃຈ ທີ່ມີຕໍ່ກັນ ໄດ້ຫລາຍເທົ່າໃດ ຍິ່ງເປັນການດີ ຈະເຮັດໃຫ້ ຊີວິດມີຄຸນຄ່າຫລາຍຂຶ້ນ ກາຍເປັນຄວາມສຸກຂອງຊີວິດ ທີ່ເປັນມູນຄ່າເພີ້ມສູງສຸດ ໃນແກ່ຊີວິດ.
ດັ່ງບູຮານເພິ່ນເຄີຍສັ້ງສອນໄວ້ວ່າ
“ເງິນຄໍາເປັນຂອງຫາໄດ້ ແຕ່ນໍ້າໃຈ ເປັນຂອງຫາຫຍາກ“ ນັ້ນເອງ.
ຂໍຢໍ້າອີກວາ:
ເວລາຊີວິດ ຂອງຄົນເຮົາ ແມ່ນມີຈໍາກັດ.
ເງິນມີຈໍານວນມະຫາສານ ຖ້າຫມົດໄປຍັງຫາໄດ້.
ຜູ້ໃດເສັຍເງິນໄປ ຍັງມີທາງຫາໄດ້ຄືນ.
ແຕ່ ຜູ້ໃດເສັຍເວລາໄປ ແມ່ນເສັຍໄປເລີຍ ຫາຄືນບໍ່ໄດ້.
@ວິມາດອກບົວແກ້ວ