ບາງແນວຄິດຕໍ່ ການຈໍາຫນ່າຍພັນທະບັດ ທຫລ ປີ 2022.

ບາງແນວຄິດຕໍ່ ການຈໍາຫນ່າຍພັນທະບັດ ທຫລ ປີ 2022.
ການອອກພັນທະບັດຜ່ານມາ ກໍມີບາງປະເທດເຂົາເຮັດ ແຕ່ບ້ານເຮົາ ບໍ່ຄືບ້ານເຂົາແຕກຕ່າງກັນຢູທີ່ ພື້ນຖານການຜະຫລິດ ແລະ ໂຄງຮ່າງເສດຖະກິດ.
ບ້ານເຮົາຄົງຈະມີຜູ້ເຂົ້າໃຈ ໃນທິດສະດີເງີນເຟີ້ ແລ້ວສະເຫນີວິທີການຢັບຢັ້ງ ໃຫ້ລັດປະຕິບັດ.
ສິ່ງນຶ່ງທີ່ ທິດສະດີເງິນເຟີ້ ບອກໃຫ້ຮູ້ວ່າ ຖ້າໃນສັງຄົມໃດນຶ່ງ ມີເງິນ (ນັບທັງເງິນກີບ ແລະ ເງິນຕ່າງປະເທດ) ໝູນວຽນຫລາຍໂພດ ຫລາຍກ່ວາ ສິນຄ້າທີ່ມີຈໍາຫນ່າຍ ຫລື ບໍ່ພຽງພໍ ກໍຄື ຄວາມຕ້ອງການຂອງຄົນໃນສັງຄົມມີສູງກ່ວາ ຄວາມສາມາດທີ່ຈະຖືກຕອບສະຫນອງໄດ້ໃຫ້ພຽງພໍ. ດັ່ງນັ້ນ ຈຶ່ງເຮັດໃຫ້ລາຄາສິນຄ້າແພງຂຶ້ນ ສົມທົບໃສ່ກັບຕົ້ນທຶນສູງໃນການຜະຫລິດ ແລະ ການຂົນສົ່ງ ຍ້ອນລາຄານໍ້າມັນແພງຂຶ້ນ ລາຄາສິນຄ້າຍິ່ງຖີບຕົວຂຶ້ນສູງ ເປັນຕົ້ນແມ່ນສິນຄ້ານໍາເຂົ້າ ເຮັດໃຫ້ເງິນ ໃນຈໍານວນເດີມ ບໍ່ສາມາດຊື້ໄດ້ຫລາຍຄືຜ່ານມາ ເອີ້ນວ່າເງິນອ່ອນຄ່າ ເປັນເງິນເຟີ້ ຫນ້ອຍ ຫລື ຫລາຍນັ້ນ ແມ່ນຖືກຈັດໄປຕາມອັດເປີເຊັນ ຖ້າກາຍ 2% ຂຶ້ນໄປ ເຕັກຫນ້າເລີຍຽຖືວ່າ ສັງຄົມພວມກ້າວໄປສູ່ວິກິດການໄຟເງິນເຟີ້ ນັ້ນເອງ.
ດ້ວຍເຫດນີ້ ການຈໍາຫນ່າຍພັນທະບັດຂອງລັດ ແມ່ນລັດມີຈຸດປະສົງ
– ຢາກເກັບກູ້ເງິນກີບທີ່ຫມູນວຽນໃນສັງຄົມຄືນເຂົ້າທະນາຄານ ໃນທໍານອງທີ່ວ່າ ຖ້າເງິນກີບທີ່ຫມູນວຽນໃນສັງຄົມມີຫນ້ອຍລົງ ຈະເຮັດໃຫ້ຄວາມຕ້ອງການເງິນກີບສູງຂຶ້ນ ແລະ ຄ່າຂອງເງິນກີບຈະສູງຂຶ້ນ.
– ອີກດ້ານນຶ່ງລັດຢາກໄດ້ເງິນຕາຕ່າງປະເທດ ບາດ ແລະ ໂດລາ ເຂົ້າຄັງ ໃນທໍານອງທີ່ວ່າ ຄົນຮັ່ງມີຈະເອົາເງິນຕາຕ່າງປະເທດໄປປ່ຽນເອົາເງິນກີບຈາກທະນາຄານແລ້ວນໍາໄປຊື້ ພັນທະບັດຂອງລັດ ຫວັງໄດ້ດອກເບັ້ຍສູງ 20%.
ເວົ້າລວມ ປວງຊົນ ມອງເຫັນແຕ່ຜົນໄດ້ 20% ທີ່ເປັນສິ່ງດຶງດູດຈູງໃຈ ໃຫ້ຊອກຫາເງິນກີບ ເພື່ອຈະນໍາໄປຊື້ພັນທະບັດນັ້ນເອງ.
ດັ່ງນັ້ນ ຈຶ່ງມີປາກົດການເກີດຂຶ້ນ ມີຜູ້ສ້າງກະແສ ວ່າລາຄາຄໍາ ຈະຫລຸດລົງໄປເລື້ອຍໆ ສັກຊວນກັນ ເປັນຂະບວນ ເອົາຄໍາໄປຂາຍເຖິງລາຄາຂອງມັນຕໍ່າລົງຕາມການກໍານົດອອກຂອງຮ້ານຂາຍຄໍາ
ຜູ້ບໍ່ເຂົ້າໃຈພຽງແຕ່ເຫັນຫມູ່ນໍາຄໍາໄປຂາຍ ກໍເຮັດຕາມ ທັ້ງໆທີ່ບໍ່ເຂົ້າໃຈຕົ້ນປາຍສາຍເຫດຂອງມັນ ດັ່ງນັ້ນການຂາຍຄໍາໃນລາຄາຕົກຈຶ່ງເປັນຂະບວນເກີດຂຶ້ນ ແທນທີ່ຈະນໍາໄປຂາຍໃນເວລາຄ່າຂອງມັນສູງຂຶ້ນ.
ທັງຫມົດແມ່ນຕົກຢູ່ໃນທໍານອງຂອງ ການຊື້ຂາຍຫລັກຊັບ ຜູ້ບໍ່ມີການວິເຄາະກໍຈະກາຍເປັນຜ່າຍເສັຍປຽບນັ້ນເອງ ຄື ຊື້ຂາຍບໍ່ຖືກເວລາ ເຮັດໃຫ້ຂາດທຶນ ຫລື ຫລົ້ມຈົມນັ້ນເອງ
ແຕ່ຄືເຫັນ ປະຊາຊົນເອົາຄໍາໄປຂາຍ ຫລື ໄປປ່ຽນ ນໍາເອກະຊົນການແຫລກປ່ຽນ ເງິນຕາຕ່າງປະເທດບໍ່ເຂົ້າລັດເພາະເຂົາປ່ຽນໂດລາໃຫ້ເງິນກີບແພງກ່ວາລັດ ສຸດທ້າຍກໍຈະພາກັນຮ້ອງໂຮຂຶ້ນ. ນີ້ແມ່ນຄວາມເຫັນຂອງຕົນເອງ ຫມູ່ມີເຂັດລັບແນວອື່ນບອກໃຫ້ຮູ້ ແດ່ເພາະລູກຫລານຕົນເອງເຂົ້າກໍຕາມມາຈະພາກັນໄປຊື້ພັນທະບັດ ໄດ້ຄວາມເຫັນຂອງຫມູ່ແລ້ວຈຶ່ງຈະເຫນັ້ນຄໍາຕອບໃຫ້ເຂົາຕື່ມ.

ເປັນໄປຕາມທິດສະດີແລະວິທີການ ຕ້ານເງິນເຟີ້ ທີ່ຕົນເອງໄດ້ເວົ້າມາເທິງນັ້ນ ເຮັດໃຫ້ຄືວ່າເງິນກີບແຂງຄ່າຂຶ້ນ ຍ້ອນຄວາມຊ່າກັນ (ມີຜູ້ສ້າງກະແສ) ລາຄາຄໍາຈະຫລຸດລົງ ຕ້ອງເອົາຄໍາໄປຂາຍຕອນມັນບໍ່ທັນຫລຸດຫລາຍນີ້ ຂາຍເອົາກີບມາໄວ້ ຫລື ໄປຊື້ພັນທະບັດ ເລີຍມີປາກົດການສະແດງອອກວ່າເງິນກີບແຂງຄ່າຂຶ້ນ ທຽບໃສ່ຄໍາ ທຽບໃສ່ບາດແລະໂດລາ ແຕ່ມັນຈະແຂງໄປຮອດໃສນັ້ນແມ່ນບັນຫາ ເພາະມັນແຂງຂຶ້ນຍ້ອນເຫດການພາຍໃນປະເທດເທົ່ານັ້ນ.
ຖ້າວ່າເງິນກີບແຂງຂຶ້ນແທ້ ໄປຊື້ອາຫານການກິນມັນມີຫຍັງປ່ຽນແປງບໍ່ ຊື້ໄດ້ຫລາຍກ່ອນເກົ່າບໍ່?
ເຊື່ອແນ່ວ່າ ບໍ່ດົນລາຄາຄໍາກໍຈະຖີບຕົວຂຶ້ນຕື່ມ ຮ້ານຂາຍຄໍາສ້າງກໍາໄລ ຄື ໄດ້ຊື້ຖືກແລ້ວຈະຂາຍແພງໃນຕໍ່ໄປ ເຮັດໃຫ້ຜູ້ໄດ້ຂາຍຄໍາ ຂາດທຶນໄປໃນຕົວ ເພາະບໍ່ສາມາດຊື້ຄໍາຄືນໄດ້ໃນລາຄາທີ່ຕົນເອງໄດ້ຂາຍຖືກມານັ້ນ.
ມັນເປັນເຫດການ ທີ່ສົນລະວົນໃນປະຈຸບັນພາຍໃນລາວເຮົາ ເພາະ ໃນສາກົນ ຄ່າຄໍາຄ່າໂດລາກໍກໍມີບາງຕອນອ່ອນລົງ ຄືຄໍາ ມີຂຶ້ນມີລົງ ແຕ່ຈະລົງກະໂດດຂັ້ນນັ້ນບໍ່ມີການສະແດງອອກ ບໍ່ມີຫຍັງປັ່ນປ່ວນຄືບ້ານເຮົາ ກໍເປັນຕາເຫັນໃຈລັດຖະບານຫາທຸກວິທີທາງຢາກແກ້ໄຂບັນຫາ ການຈະແກ້ບັນຫາແບບ ເງິນຕົກເອົາເງິນບົ່ງ ບໍ່ຍືນຍົງໄດ້ ເງິນຕົກຕ້ອງເອົາການຜະຫລິດບົ່ງ ທີ່ລາວເຮົາຄາມາເຖິງປະຈຸບັນ.
 
Gefällt mir
 
 
 
Kommentieren