ບາງແນວຄິດຕັດຮອນໃສ່ບົດກອນ: ຫລາຍບັນຫາ ທີ່ສະພາສະເຫນີແກ້ ການນໍາຈະເຮັດແທ້ ປະຊາຈ້ອງຕໍ່ຕາມ ແທ້ແລ້ວ.

ບາງແນວຄິດຕັດຮອນໃສ່ບົດກອນ: ຫລາຍບັນຫາ ທີ່ສະພາສະເຫນີແກ້ ການນໍາຈະເຮັດແທ້ ປະຊາຈ້ອງຕໍ່ຕາມ ແທ້ແລ້ວ. ຕົກຕະລຶງຟັງເພິ່ນເວົ້າ ຫລາຍເເນວກໍ່ບັນຫາ ກອງປະຊຸມສະພາ ຕ່າງຊອກຫາແນວເວົ້າ ເອົາບັນຫາຄົງຄ້າງ ມາເຜີຍແບຄືນໃຫມ່ ສສພ ເລັງໃຈຖາມຢໍ່ຈີ້ມ ທວງຫລາຍຂັ້ນທ່ານນໍາ ບັນຫາທວງເລັ່ງແກ້ ຟົດເດືອດໃສ່ເສດຖະກິດ ຫລາຍແນວໄປຜິດທາງ ຕ່າງເຂດໝາຍມອງໄວ້ ລັດວິສາຫະກິດຄວນໄດ້ ຈັດສັນກັນຄືນໃໝ່ ອັນໃດດີສືບຕໍ່ໄດ້ ອັນໃດເຈັ້ງຮ່ອນລົງ ເພິ່ນວ່ານ່າ ອັນທີ່ໜັກໜ່ວງແທ້ ຢືມເງິນເພິ່ນລົງທຶນ ມັນຫາກຈໍາເປັນທໍາ ເພື່ອຢາກແປງເມືອງບ້ານ ສະສົມນານມາແລ້ວ ເຖິງຍາມຈໍາເປັນຈ່າຍ ຫລາຍຕື້ຈັດສົ່ງໃຫ້ ຊັບສິນຄໍ້າສົ່ງເຂົາ ນັ້ນແລ້ວ ອັນນຶ່ງ ການກວດກາຈ່າວຮູ້ ຍັງມີຕໍ່ຕາມມາ ພວກຊອກຫາໂກງກິນ ຢູ່ຂອກແຄແຈຮົ້ວ ເລກປັບຕົວປິດໄວ້ ໄຂໄປແບບຫລຸດຄ່າ ເປັນບັນຫາບໍ່ແລ້ວ ຈະໂດນຫນ້າຕໍ່ໄປ ແທ້ບໍ່? ທ່ານນາຍົກກໍຮ່ວນຮູ້ ບັນດາສິ່ງສົກກະໂປະ ທັງໂຕການໃນພຸງ ໝູ່ໜອນເຈາະກິນໃສ້ ຫາຢາໃດມາແກ້ ຍັງຂາດຄຸນເສັຍຄ່າ ໂອນໍ ຊາດເມືອງລາວມິ່ງຂ້າ ຍັງຈະກົ້ວມົ່ນໄກ ຢູ່ບໍ? ລັດຖະມົນຕີ ທຸກທ່ານເວົ້າ…