ບາງແນວຄິດຕໍ່ ການຈໍາຫນ່າຍພັນທະບັດ ທຫລ ປີ 2022.

ບາງແນວຄິດຕໍ່ ການຈໍາຫນ່າຍພັນທະບັດ ທຫລ ປີ 2022. ການອອກພັນທະບັດຜ່ານມາ ກໍມີບາງປະເທດເຂົາເຮັດ ແຕ່ບ້ານເຮົາ ບໍ່ຄືບ້ານເຂົາແຕກຕ່າງກັນຢູທີ່ ພື້ນຖານການຜະຫລິດ ແລະ ໂຄງຮ່າງເສດຖະກິດ. ບ້ານເຮົາຄົງຈະມີຜູ້ເຂົ້າໃຈ ໃນທິດສະດີເງີນເຟີ້ ແລ້ວສະເຫນີວິທີການຢັບຢັ້ງ ໃຫ້ລັດປະຕິບັດ. ສິ່ງນຶ່ງທີ່ ທິດສະດີເງິນເຟີ້ ບອກໃຫ້ຮູ້ວ່າ ຖ້າໃນສັງຄົມໃດນຶ່ງ ມີເງິນ (ນັບທັງເງິນກີບ ແລະ ເງິນຕ່າງປະເທດ) ໝູນວຽນຫລາຍໂພດ ຫລາຍກ່ວາ ສິນຄ້າທີ່ມີຈໍາຫນ່າຍ ຫລື ບໍ່ພຽງພໍ ກໍຄື ຄວາມຕ້ອງການຂອງຄົນໃນສັງຄົມມີສູງກ່ວາ ຄວາມສາມາດທີ່ຈະຖືກຕອບສະຫນອງໄດ້ໃຫ້ພຽງພໍ. ດັ່ງນັ້ນ ຈຶ່ງເຮັດໃຫ້ລາຄາສິນຄ້າແພງຂຶ້ນ ສົມທົບໃສ່ກັບຕົ້ນທຶນສູງໃນການຜະຫລິດ ແລະ ການຂົນສົ່ງ ຍ້ອນລາຄານໍ້າມັນແພງຂຶ້ນ ລາຄາສິນຄ້າຍິ່ງຖີບຕົວຂຶ້ນສູງ ເປັນຕົ້ນແມ່ນສິນຄ້ານໍາເຂົ້າ ເຮັດໃຫ້ເງິນ ໃນຈໍານວນເດີມ ບໍ່ສາມາດຊື້ໄດ້ຫລາຍຄືຜ່ານມາ ເອີ້ນວ່າເງິນອ່ອນຄ່າ ເປັນເງິນເຟີ້ ຫນ້ອຍ ຫລື ຫລາຍນັ້ນ ແມ່ນຖືກຈັດໄປຕາມອັດເປີເຊັນ ຖ້າກາຍ 2% ຂຶ້ນໄປ ເຕັກຫນ້າເລີຍຽຖືວ່າ ສັງຄົມພວມກ້າວໄປສູ່ວິກິດການໄຟເງິນເຟີ້ ນັ້ນເອງ.…