ຊົມເຊີຍ ວັນແມ່ຍິງລາວ!

ຊົມເຊີຍ ວັນແມ່ຍິງລາວ!   ມື້ນີ້ ສົມຊື່ແລ້ວ ເປັນວັນຮຸ່ງເຮືອງສີ ມີຍິງລາວ ຈຶ່ງເກີດມີຊົນເຊື້ອ ລາວເຫນືອໃຕ້ ມີປັດໃຈຄືແມ່ ແລລໍ່າຢ້ຽມ ລູກຫລານໃຫ້ໃຫຍ່ສູງ ແທ້ແລ້ວ   ເຖິງວ່າ ຈະເກັ່ງກ້າ ຍິງລາວຜ່ານບັນຫາ ເປັນຫູຕາ ເກິ່ງຊາຍທຽມເກົ້າ ຂໍໃຫ້ ໂຮມຮວມເຂົ້າ ເຫມືອນທອງຄໍາແທ່ງ ຍິງຊາຍ ແພງຊ່ວຍຍູ້ ຊູກັນຂຶ້ນເທົ່າທຽມ ເຈົ້າເອີ້ຍ   @ວິມາດອກບົວແກ້ວ

ຍາມສວນ ມ່ວນໄປນໍາຜົນລະປູກ

ຍາມສວນ ມ່ວນໄປນໍາຜົນລະປູກ Hoffe auf gute Ernte.   ຫມາກແຕງ ຫມາກເດັ່ນ ຂ້ອຍ ປີນໄຕ່ຕາມເຄືອ ເຟືອໄປຕາມ ງ່າຊອນລໍາຕົ້ນ ບາງແຕງພົ້ນ ສູງໂຕກາຍໝູ່ ແຕງຢູ່ຕົ້ນ ຂຽວເຂັ້ມເປັ່ງສີ ເຈົ້າເອີ້ຍ   ມີແຕງ ອອກຫ່າງຮົ້ວ ຫາເພິ່ນກາຍແດນ ແບນມືຈັບ ອ່ວຍຄືນຫາຄັ້ງ ເຄືອທັງຕົ້ນ ປັກຫລັກແຊມໃສ່ ຫວັງຕໍ່ໃຫ້ ແຕງຕູ້ມຢູ່ໃນ ແທ້ແລ້ວ   ຫມາກເດັ່ນຂ້ອຍ ແຕກຕ່າງແນວພັນ ຫລາຍສີສັນ ຕ່າງກັນຕາມເຄົ້າ ຍັງເຍົານ້ອຍ ສີຂຽວເປືອກອ່ອນ ຊອນຕື່ມແຕ້ມ ແຕງນ້ອຍຄູ່ກັນ ເຈົ້າເອີ້ຍ   ແຕງ ເດັ່ນ ນ້ອຍ ເຕີບໃຫຍ່ຄຽງກັນ ເຄືອໃຜມັນ ງ່າໃບປົກຕຸ້ມ ຄຸມແດດຮ້ອນ ໂຮມກັນເປັນຮົ່ມ ສົມມາດມຸ້ງ ຜົນໄດ້ດັ່ງໃຈ ແດ່ທ້ອນ   (ກອນເຈັດ ແບບກອນອ່ານປູ່ປາງຄໍາ) @ວິມາດອກບົວແກ້ວ

ການແຂ່ງຂັນກັນສ້າງອາວຸດອັນທັນສະໄຫມໃນໂລກ

ການແຂ່ງຂັນກັນສ້າງອາວຸດອັນທັນສະໄຫມໃນໂລກ ນັບມື້ນັບມີຄວາມຂຸ້ນຂ໊ຽວ ສືບຕໍ່ ໂດຍສະເພາະ ລັດເຊັຍ, ຈີນ ແລະ ອາເມລິກາ ຕ່າງກໍເພີ້ມທະວີກ້ອນເງິນອັນມະຫາສານ ເຂົ້າໃສ່ການຄົ້ນຄ້ວາ ແລະ ສ້າງອາວຸດຕ່າງໆ ດ້ວຍເຕັກໂນໂລຢີອັນໄຫມ່ ທັງປະກອບໄປດ້ວຍລະບົບສະຫມອງວິທະຍາປະດິດ. ອາວຸດທີ່ທັນສະໄຫມທັງຫມົດໄດ້ກາຍເປັນອັນຕະລາຍ ຂົ່ມຂູ່ຄວາມປອດໄພມ, ສັນຕິພາບໃນໂລກ ແລະ ຂົ່ມຂູ່ຊີວິດຂອງຝວນມະນຸດ ໃຫ້ມີຄວາມຢ້ານກົວສູງຂຶ້ນ. ອາວຸດຊະນິດໃຫມ່ ໄວກົວສຽງ ດັ່ງທີ່ລັດເຊັຍໄດ້ນໍາໃຊ້ໃນວັນທີ່ 19.03. ຜ່ານມານີ້ ຊື່ Kingschal 4900 km/h ເຂົ້າໃນສົງຄາມກັບຢູຄະແຣນ ໃນຜ່ານມານັ້ນ ມີຄວາມໄວກວ່າສຽງ ໄວເຖິງ 6200 km/h 5 facher Schallgeschwindigkeit Hyperschall ໃນວັນຄານຜ່ານມາ ທີ່ພາກໃຕ້ກາລີຟໍນຽນ