ເວົ້າສູ່ກັນຟັງ:
ປະເທດເດນມາກ ໄດ້ປະກາດການເອົາຊະນະຢຸດຕິວິກິດການໂຄວິດແລ້ວ.
ປະກອບບາງຄວາມເຫັນບົດຮຽນຕໍ່ສະພາບການໂຄວິດໃນລາວເຮົາ:
ໃນວັນທີ 10.09.2021 ປະເທດເດນມາກ ເປັນປະເທດທໍາອິດໃນຢູໂຣບ ທີ່ໄດ້ປະກາດການຢຸດຕິວິກິດການໂຄວິດ ຖືວ່າເອົາຊະນະຄວາມເປັນອັນຕະລາຍຂອງການແຜ່ເຊື້ອໂຄວິດໄດ້ແລ້ວ.
ເດນມາກ ເອົາຊະນະຄວາມເປັນອັນຕະລາຍຂອງເຊື້ອໂຄວິດໄດ້ນັ້ນ ແມ່ນຍ້ອນຈໍານວນພົນລະເມືອງຫລາຍກ່ວາ ເຈັດສິບຫາແປດສິບເປີເຊັນ ໄດ້ຖືກສັກຢາປ້ອງກັນເຊື້ອໂຄວິດຢ່າງສົມບູນ ແລະ ໃນຜ່ານມາໄດ້ຊີ້ໃຫ້ເຫັນວ່າຢູ່ເດນມາກ ເຖິງຈະມີການປະເຊີນກັບໂຄວິດເຊື້ອພັນໃຫມ່ ເປັນຕົ້ນເຊື້ອພັນເດນຕາກໍຕາມ ແຕ່ກໍບໍ່ໄດ້ມີເຫດການຫຍັງຮ້າຍແຮງເກີດຂຶ້ນໃນສັງຄົມ ແລະ ຜູ້ທີ່ຕິດເຊື້ອໃຫມ່ກໍບໍມີອາການຫຍັງຮ້າຍແຮງສະແດງອອກ.
ປະເທດເດນມາກ ມີພົນລະເມືອງປະມານ ຫ້າລ້ານປາຍ 5,82 ລ້ານຄົນ ທີ່ມີຄວາມຕັດສິນໃຈສູງເຂົ້າຮ່ວມໃນການສັກຢາຕ້ານໂຄວິດ. ການນໍາທຸກພາກສ່ວນໄດ້ມີວິທີການອັນດີ ອະທິບາຍໃຫ້ຄວາມເຊື່ອຫມັ້ນຕໍ່ການສັກຢາຕ້ານເຊື່ອໃຫ້ປະຊາຊົນຮັບຮູ້ ແລະ ດໍາເນີນການສັກຢາແບບກ້ວາງຂວາງ ໃນສະຖານທີ່ສາທາລະນະຕ່າງໆໄດ້ແບບງ່າຍດາຍ, ຊຶ່ງເຫັນວ່າໃນຫລາຍປະເທດຍັງບໍ່ສາມາດເຮັດໄດ້.
ຕາມຄວາມເຫັນທາງດ້ານວິທະຍສາດຕ້ານເຊື້ອ ສັນນິຖານໃຫ້ຮູ້ວ່າ ການຈະເອົາຊະນະວິກິດການ ແລະ ຄວາມເປັນອັນຕະລາຍຂອງເຊື້ອໂຄວິດໄດ້ນັ້ນ ມີແຕ່ທິດທາງດຽວ ຄື ການສັກຢາປ້ອງກັນນັ້ນເອງ.
ປະເທດໃດນຶ່ງ ຈະສາມາດເອົາຊະນະຄວາມເປັນອັນຕະລາຍຂອງເຊື້ອໂຄວິດໄດ້ນັ້ນ ປະຊາຊົນໃນປະເທດນັ້ນໆ ຕ້ອງໄດ້ຖືກສັກຢາປ້ອງກັນ ກາຍຈໍານວນ ເຈັດສິບເປີເຊັນ ຂອງພົນລະເມືອງທັງຫມົດ ຂຶ້ນໄປ.
ນອກຈາກນັ້ນ ເພື່ອຈະສາມາດຕ້ານຕໍ່ການແຜ່ເຊື້ອໂຄວິດໄດ້ໃນທົ່ວໂລກ ຫລາຍປະເທດ ຫລື ທຸກປະເທດໃນທົ່ວໂລກຕ້ອງພ້ອມກັນເອົາຊະນະ ດ້ວຍການສັກຢາໃຫ້ປະຊາຊົນ ໄດ້ຫລາຍຂຶ້ນ ເພື່ອເປັນການປົກປ້ອງການປ່ຽນເຊື້ອສາຍພັນໃຫມ່ບໍ່ໃຫ້ເກີດຂຶ້ນ, ແຕ່ມາເຖິງປະຈຸບັນ ຍັງເຫັນໄດ້ວ່າ ປະເທດທຸກຫຍາກ ຍັງຈະບໍ່ສາມາດເຮັດໄດ້ ເພາະຍັງຂາດການຊ່ວຍເຫລືອຂອງປະເທດຮັ່ງມີ ໃນການໃຫ້ບໍລິຈາກຢາສັກ ທີ່ຍັງມີລາຄາແພງ ໂດຍທີ່ປະເທດທຸກຫຍາກ ຍັງຊື້ບໍ່ໄດ້ເພື່ອຮັບໃຊ້ປະຊາຊົນຂອງຕົນເອງໄດ້ໃຫ້ທົ່ວເຖິງ.
ໃນປະຈຸບັນ ໃນເຢັຍລະມັນ
ປະຊາຊົນຈໍານວນ ຫົກສິບຫົກເປີເຊັນໄດ້ສັກຢາແລ້ວ ໃນນັ້ນຈໍານວນ ຫົກສິບເອັດເປີເຊັນ ແມ່ນໄດ້ສັກຢາຢ່າງສົມບູນແລ້ວ. ໃນຈໍານວນປະຊາກອນທັງຫມົດ ແປດສິບລ້ານຄົນ.
ເວົ້າໂດຍລວມສະພາບການໂຄວິດໃນເຢັຍລະມັນໄດ້ຖືກຜ່ອນຄາຍລົງ ແລະ ມີການໂຍະຍານການເກືອດຫ້າມຫລາຍຢ່າງ ເຮັດໃຫ້ປະຊາຊົນ ສາມາດໄປມາຫາກັນໄດ້ ແລະ ທ່ອງທ່ຽວບໍສະເພາະ ແຕ່ ໃນປະເທດເທົ່ານັ້ນ ການເດີນທາງອອກໄປຕ່າງປະເທດທີ່ບໍ່ມີຄວາມສ່ຽງສູງໄດ້ຖືກອານຸຍາດ. ທັງຫມົດ ທຸກຄົນຍັງຈໍາຕ້ອງໄດ້ສືບຕໍ່ປະຕິບັດມາດຕາການໃນການຕ້ານເຊື້ອຕໍ່ໄປ ເຖິງວ່າຈະໄດ້ສັກຢາແລ້ວກໍຕາມ.
ເພື່ອຢາກເຮັດໃຫ້ ໄດ້ໄຊຊະນະໃນການຕ້ານເຊື້ອ
ລັດທະບານເຢັຍລະມັນໄດ້ຊຸກຍູ້ຂະບວນການ ແນະນໍາ ແລະ ໃຫ້ຄວາມສະດວກໃນການສັກຢາ ທີ່ສາມາດສັກໄດ້ໃນຫລາຍສະຖານທີ່ ເປັນຕົ້ນ ໃນບໍລິເວນຮ້ານຄ້າໃຫຍ່ ຕໍ່ຫນ້າສະຫນາມກິລາ ໂຮງຮຽນ ສະຖານທີຊຸມນຸມຊົນ ແລະ ອື່ນໆ ໂດຍບໍ່ຈໍາເປັນມີການນັດຫມາຍເວລາ ທີ່ຫຍຸ້ງຫຍາກຄືໃນຜ່ານມາ.
ຈຸດປະສົງ ແມ່ນຢາກໃຫ້ຈໍານວນຄົນສັກຢາມີຫລາຍເພີ້ມຂຶ້ນໃຫ້ກາຍ ເຈັດສິບເປີເຊັນຂຶ້ນໄປ ກ່ອນລະດູຫນາວຈະມາເຖິງ.
ຍ້ອນຈໍານວນຄົນໄດ້ສັກຢາ ຍັງບໍ່ສູງຕາມຄາດຫມາຍເທີ່ອ
ແຕ່ຫາງສຽງຂອງປະຊາຊົນ ແມ່ນໄດ້ຮຽກຮ້ອງລັດ ໃຫ້ມີການຄົ້ນຄ້ວາ ໂຍະຍານການກັກຫ້າມ, ດັ່ງນັ້ນ ລັດໄດ້ກໍານົດມາຕາການອອກ ເປັນແບບສາມເກ້ 3G ຕາມພາສາເຢັຍລະມັນແປເປັນລາວ ແມ່ນ ນຶ່ງ ໄດ້ສັກຢາແລ້ວ, ສອງ ຖືກປິ່ນປົວຫາຍດີແລ້ວ ແລະ ສາມ ໄດ້ທົດສອບແລ້ວບໍ່ມີເຊື້ອ.
ຫມາຍຄວາມວ່າ ຖ້າບຸກຄົນໃດ ຕົກຢູ່ໃນກໍລະນີ ໃດນຶ່ງທີ່ກ່າວມາເທິງນັ້ນ ແມ່ນສາມາດ ເຂົ້າຮ່ວມພິທີການ ແລະ ສາມາດເດີນທາງໄດ້ ຢ່າງເປີດກ້ວງ ແຕ່ກໍຕ້ອງປະຕິບັດມາດຕາການປ້ອງກັນການແຜ່ເຊື້ອສືບຕໍ່ໄປເຫມືອນເດີມ.
ໃນເຢັຍລະມັນ ຍັງມີຄົນຫລວງຫລາຍ ຍັງບໍ່ໄດ້ສັກຢາ
ຫລື ເວົ້າໄດ້ວ່າ ບໍ່ຢາກສັກຢາ ກໍຍັງມີຫລາຍ ແຕ່ ບໍ່ມີການບັງຄັບກັນ ແລະ ຖືວ່າການສັກຢາແມ່ນຂຶ້ນກັບຄວາມຕັດສິນໃຈ ຂອງແຕ່ລະຄົນ ທີ່ຖືວ່າເປັນສິດປະຊາທິປະໄຕຂອງແຕ່ລະຄົນ. ດັ່ງນັ້ນ ຜູ້ທີ່ຍັງບໍ່ໄດ້ສັກຢາ ແຕ່ຢາກເຂົ້າຮ່ວມພິທີການໃດນຶ່ງ ຜູ້ກ່ຽວຕ້ອງໄດ້ໄປກວດທົດສອບຫາເຊື້ອ ໄດ້ຮັບໃບຢັ້ງຢືນແລ້ວຈຶ່ງສາມາດເຂົ້າຮ່ວມພິທີການໃດນຶ່ງໄດ້ຖ້າປອດເຊື້ອ.
ການທົດສອບຫາເຊື້ອ ແມ່ນເປັນການເປີດກ້ວາງ ແລະ ບໍ່ໄດ້ເສັຍເງິນ ແລະ ຜູ້ນຶ່ງສາມາດທົດສອບໄດ້ອາທິດນຶ່ງສອງເທື່ອບໍ່ໄດ້ຈ່າຍເງິນ ຖ້າກາຍນັ້ນຜູ້ກ່ຽວຕ້ອງໄດ້ຈ່າຍເອງ.
ເວົ້າລວມໃນປະຈຸບັນ ຢູ່ເຢັຍລະມັນຢາສັກໃຫ້ປະຊາຊົນ ແມ່ນມີພຽງພໍ
ແຕ່ ຍ້ອນຫລາຍຄົນຍັງບໍ່ເຫັນພ້ອມ ຕໍ່ການສັກຢາຕ້ານເຊື້ອ ໂດຍອີງໃສ່ເຫດຜົນຕ່າງໆນາໆ ຈຶ່ງເຮັດໃຫ້ການສັກຢາໃນເຢັຍລະມັນຍັງດໍາເນີນໄປຊ້າ. ດັ່ງນັ້ນຈຶ່ງເປັນບັນຫານຶ່ງຂອງລັດ ທີ່ຈໍາເປັນຕ້ອງເຮັດທຸກວິທີທາງ ສ້າງຂະບວນການ ໃຫ້ຄວາມເຊື້ອຫມັ້ນແກ່ປວງຊົນ ໃຫ້ພ້ອມກັນສັກຢາໃຫ້ໄດ້ຫລາຍຂຶ້ນ ເພື່ອຈະສາມາດ ເອົາຊະນະໂຄວິດໄດ້ ແລ້ວເປີດກ້ວາງຮອບດ້ານ ໃນການດໍາລົງຊີວິດ ແບບທຸກຄົນບໍ່ມີຄວາມຢ້ານກົວຕໍ່ເຊື້ອໂຄວິດໃນຕໍ່ໄປ.
->>>ຖ້າສັງເກດເບິ່ງສະພາບການໃນລາວເຮົາ<<<-
ກໍອາດຈະຍັງດົນ ທີ່ຈະສາມາດເອົາຊະນະເຊື້ອໂຄວິດໄດ້ ເຊັ່ນດຽວກັນກັບຫລາຍປະເທດໃນໂລກ ທີ່ຍັງບໍ່ສາມາດສັກຢາໃຫ້ປະຊາຊົນ ໄດ້ພຽງພໍຈົນກາຍເຈັດສິບເປີເຊັນຂຶ້ນໄປຂອງພົນລະເມືອງໃນປະເທດ ກໍຍ້ອນວ່າ ລາວເຮົາຕ້ອງການ ການຊ່ວຍເຫລືອຈາກຕ່າງຊາດ ກໍຄື ຈາກອົງການຕ້ານເຊື້ອໂຄວິດໂລກ ຕອບສະຫນອງຢາສັກໃຫ້ໄດ້ພຽງພໍ.
ໃນເມື່ອປະຊາຊົນບໍ່ໄດ້ຖືກສັກຢາໄດ້ຫລາຍພຽງພໍ
ການແຜ່ເຊື້ອກໍຄົງຈະເກີດມີຂຶ້ນຕໍ່ໄປ ຕິດເຊື້ອຕໍ່ກັນຢູ່ພາຍໃນ ແລະ ຈາກການເດີນທາງນໍາເຂົ້າຈາກພາຍນອກ ເປັນການສ້າງຄວາມຢ້ານກົວໃຫ້ແກ່ປະຊາຊົນ.
ໃນເມື່ອລາວເຮົາຍັງບໍ່ສາມາດ ໃຫ້ການບໍລິການເປີດກ້ວາງທົດສອບໄວຫາເຊື້ອ
ໄດ້ກ່ອນການເດີນທາງ ຜ່ານແດນ ຫລື ຈະເຂົ້າຮ່ວມພິທີການໃດນຶ່ງ ດັ່ງນັ້ນຈຶ່ງບໍ່ສາມາດຊ່ວຍຄວບຄຸມການແຜ່ເຊື້ອໄດ້ໃນວົງກ້ວາງ ຖ້າຜູ້ຄົນໄປມາພົບປະຫາສູ່ກັນ. ໃນຕົວຈິງ ການທົດສອບໄວເທື່ອນຶ່ງ ໃຊ້ເວລາປະມານ ສິບຫ້ານາທີກໍຈະຮູ້ຜົນ ວ່າມີເຊື້ອ ຫລືບໍ່ ແລະ ໃນຕົວຈິງການທົດສອບແຕ່ລະເທື່ອມີລາຄາສູງ ທີ່ບ້ານເຮົາບໍ່ສາມາດເຮັດໄດ້ ທຽບໃສ່ທາງຢູໂຣບ ແມ່ນລັດເປັນຜູ້ຮັບພາລະປະຊາຊົນຖືກທົດສອບບໄວຫາເຊື້ອບໍ່ໄດ້ຈ່າຍເງິນ.
->>>ບາງຄວາມເຫັນ:<<<-
ໂດຍອີງໃສ່ ບັນຫາທີ່ວ່າ ພວກເຮົາມີຢາສັກບໍ່ພຽງພໍ
ຈໍາເປັນຕ້ອງໄດ້ວາງມາດຕາການຈຸດເລັ່ງ ສັກຢາທີ່ມີຢູ່ ໃຫ້ກຸ່ມຄົນ ທີ່ມີຄວາມສ່ຽງສູງທີ່ສາມາດໃຈ້ແຍກອອກໄດ້ລວມເປັນສອງກຸ່ມ, ຫມາຍຄວາມວ່າ
– ໃນກຸ່ມຄົນ ທີ່ຈະນໍາເຊື້ອໄປຕິດຕໍ່ຜູ້ອື່ນ ຄື ກໍາມະກອນ ແຮງງານ ແມ່ຄ້າຊາວຂາຍ ນັກບໍລິການຮ້ານອາຫານ ນັກບໍລິການການທ່ອງ ນັກທຸລະກິດ ພະນັກງານຕໍາຫລວດກວດດ່ານ ແພດຫມໍ ຫນ່ວຍກູ້ໄພ ແລະ ອື່ນໆ ທີ່ເອີ້ນວ່າ ຈະເປັນແຫລ່ງນໍາເຊື້ອ ແລະ
– ໃນກຸ່ມຄົນ ທີ່ມີຄວາມສ່ຽງສູງທາງດ້ານສຸຂະພາບ ຄື ຜູ້ມີອາຍຸສູງ ຜູ້ມີສຸຂະພາບອ່ອນເພັຍມີພະຍາດໃນໂຕເອງຢູ່ແລ້ວ.
ບຸກຄົນໃນສອງກຸ່ມດັ່ງກ່າວເທິງນັ້ນ ຕ້ອງຖືເປັນຈຸດຫນັກໃຫ້ແກ່ການຕ້ານການແຜ່ເຊື້ອໃຫ້ໄດ້ສັກຢາ
ແລະ ນອກນັ້ນ ຈໍາເປັນຕ້ອງເລັ່ງໃສ່ສະຖານທີ່ ທີ່ມີຄວາມສ່ຽງສູງ ຄື ຊາຍແດນ ຕະຫລາດ ຮ້ານຄ້າ ໂຮງຫມໍ ສູນກັກຕົວ ສະຖານີແລ່ນລົດ ຫມູ່ບ້ານ ຫລື ສະຖານທີ່ ທີ່ມີການໄປມາແອອັດ ຕົວຢ່າງ ທຽບໃນຕົວເມືອງວຽງຈັນ ໃສ່ ຕົວເມືອງປາກງື່ມ ກໍຖືວ່າ ໃນຕົວເມືອງວຽງຈັນມີຄວາມສ່ຽງສູງ ຄົນໃນເຂດນັ້ນຕ້ອງໄດ້ມີເງື່ອນໄຂໄດ້ສັກຢາກັນເຊື້ອໃຫ້ທົ່ວເຖິງ.
ຖ້າເຮັດໄດ້ຄືດັ່ງກ່າວມາເທິງນັ້ນ
ເຖິງວ່າພວກເຮົາຍັງບໍ່ມີຢາສັກໃຫ້ປະຊາຊົນໄດ້ພຽງພໍ ກໍຈະເປັນການຕ້ານການແຜ່ເຊື້ອໄດ້ສູງແນ່ນອນ.
ບັນຫານຶ່ງຕົ້ນຕໍທີ່ເກີດຈາກຄວາມຢ້ານ
ແມ່ນຄົນບໍ່ໄດ້ໄປມາຫາສູ່ກັນປ່ຽວໃຈເຫງົາໃຈ ເປັນຕົ້ນແມ່ນການຂາດການພົວພັນກັບຍາດຕິພີ້ນ້ອງ ໂດຍສະເພາະໃນເວລາເຈັບເປັນ ບໍ່ມີການພົບປະກັນຄືໃນຜ່ານມາ ໄດ້ກາຍເປັນສາຍເຫດອັນນຶ່ງພາໃຫ້ຄົນ ຜູ້ໃຫຍ່ກໍຄືເດັກນ້ອຍຂາດການຮຽນຂາດການມ່ວນຊື່ນຫລິ້ນກັບຫມູ່ຄູ່ ກໍ່ໃຫ້ເກີດຄວາມເຈັບປ່ວຍໄດ້ ຍ້ອນຄວາມເຄັ່ງຕຶງທາງດ້ານແນວຄິດ ແລະ ມີຜົນສະທ້ອນຈາກການດໍາລົງຊີວິດຝືດດເຄືອງ ຂາດເຂີນໃນການໃຊ້ຈ່າຍຫາລ້ຽງຊີບ.
ດັ່ງນັ້ນ ການຄົ້ນຄ້ວາທຸກວິທີທາງ ຊອກຫາເງື່ອນໄຂໄປສູ່ການເອົາຊະນະໂຄວິດ ໂຍະຍານການກັກກັນ ໃຫ້ໄດ້ຫລາຍຂຶ້ນຢ່າງສົມເຫດສົມຜົນ ແລະ ຮັບປະກັນຄວາມບໍ່ເປັນອັນຕະລາຍ ແມ່ນເປັນບັນຫາຕົ້ນຕໍຂອງລັດ ໃນຄວາມຮັບຜິດຊອບຕໍ່ສັງຄົມ ເຮັດໃຫ້ເສດຖະກິດ ແລະ ໂດຍສະເພາະແມ່ນການທ່ອງທ່ຽວ ກັບຄືນໄດ້ໄວເຫມືອນເດີມ ຕຽມຕ້ອນຮັບແຂກຄົນນັກທ່ອງທ່ຽວ ໃນທົ່ວໂລກ ທີ່ກໍາລັງມີຄວາມມຸ້ງຫວັງ ເປັນຢ່າງແຮງຢາກເດີນທາງທ່ອງທ່ຽວ ເປັນຕົ້ນກັບຄືນມາລາວເຮົາ ທີ່ເຄີຍມີຊື່ສຽງໃນຜ່ານມາຕໍ່ສາກົນ.
ຄວາມສາມາດໃນການປິ່ນປົວ ຄົນປ່ວຍ
ຈາກການຕິດເຊື້ອ ຢ່າງຮັບປະກັນ ກໍເປັນສິ່ງນຶ່ງທີ່ສໍາຄັນ ທີ່ຈະສ້າງຄວາມອົບອຸ່ນໃຫແກ່ຄົນໃນສັງຄົມ.
ໂດຍອີງຕາມບົດຮຽນຂອງຫລາຍປະເທດໃນຜ່ານມາ
ບອກໃຫ້ຮູ້ວ່າຈໍານວນຄົນຕິດເຊື້ອອາດຈະມີສູງ ແຕ່ໃນນັ້ນ ບໍ່ຫມາຍຄວາມວ່າ ຜູ້ຕິດເຊື້ອທັງຫມົດຈະຫລົ້ມປ່ວຍ ແລະ ເສັຍຊີວິດໂລດ ໃນນັ້ນແມ່ນມີຄົນຕິດເຊື້ອຈໍານວນຫລວງຫລາຍບໍ່ມີອາການສະແດງອອກ ແລະ ບໍ່ຫລົ້ມປ່ວຍ ແຕ່ຫາຍດີໄດ້ເອງໃນຕໍ່ມາມີເຊື້ອຕ້ານທານເຊື້ອໂຄວິດໄປໃນຕົວ
ໂດຍບໍ່ຈໍາເປັນສັກຢາກັນເຊື້ອ.
ດັ່ງນັ້ນໃນປະຈຸບັນ ຢູ່ເຢັຍລະມັນ
ຈຶ່ງມີການເພີ້ມຂໍ້ມູນ ໃສ່ການຈັດການກັກກັນ ດ້ວຍການເອົາຕົວເລກ ຄົນຕິດເຊື້ອທີ່ຈໍາເປັນຕ້ອງໄດ້ເຂົ້າປິ່ນປົວໃນໂຮງຫມໍ ຫລື ຈໍາຕ້ອງໄດ້ເຂົ້ານອນຕຽງສຸກເສີນ ເປັນຕົວຊີ້ວັດຕື່ມເຂົ້າ ໃຫ້ແກ່ການກັກກັນ ຫລື ການໂຍະຍານ ໂດຍບໍ່ໄດ້ຖືເອົາແຕ່ຈໍານວນຄົນຕິດເຊື້ອທັງຫມົດໃນແຕ່ລະມື້ເປັນໂຕຕັດສິນແຕ່ໂຕດຽວຄືໃນຜ່ານມາ.
ສະຫລຸບຄວາມ:
ເຖິງແນວໃດກໍຕາມ ຖືວ່າ ມີແຕ່ການສັກຢາໃຫ້ປະຊາຊົນໄດ້ຫລາຍທົ່ວເຖິງ ກາຍເຈັດສິບເປີເຊັນຂຶ້ນໄປ ຂອງຈໍານວນປະຊາຊົນທັງຫມົດໃນຊາດ ແມ່ນເສັ້ນທາງດຽວໃນການຈະເອົາຊະນະໂຄວິດໃຫ້ໄດ້ນັ້ນເອງ.
ຖ້າເຮັດບໍ່ໄດ້ ການແຜ່ເຊື້ອ, ຄວາມຢ້ານກົວ ແລະ ວິກິດການທາງດ້ານເສດຖະກິດ ກໍຍັງຈະຕິດພັນກັບສັງຄົມລາວເຮົາ ສືບຕໍ່ໄປ.