ປ່າໄມ້ບ້ານຂ້ອຍ

 

ບ້ານຂອງຂ້ອຍ ຊັ້ນຊື່ເມືອງລາວ
ປ່າໄມ້ຍາວ ແຕ່ເຫນືອເຖິງໃຕ້
ມີປ່າໄມ້ ໃຫ້ຮົ່ມເຢັນດີ
ຫລາຍຮ້ອຍປີ ປ່າໄມ້ປົ່ງເກີດ
ສຸດປະເສີດ ບ້ານຂ້ອຍຂຽວງາມ
ເຫລາະໄປຕາມ ຕີນພູໄມ້ໃຫຍ່
ນໍ້າລ່ອງໄຫລ ໃສເຢັນຕົກຕາດ
ທໍາມະຊາດ ກ້ວາງໃຫຍ່ໃພສານ
ເຮົາລູກຫລານ ເກີດມາພາຍຊ້ອຍ
ຄວນຊູຊ່ອຍ ຮັກໄມ້ແພງເມືອງ
ໃຫ້ລາວເຮືອງ ຕໍ່ໄປພາຍຫນ້າ
ຢ່າໃຫ້ຫລ້າ ເຂົາແທ້ຫມູ່ລາວ