ຫລຽວແລສຸດຂອບຟ້າ ບໍ່ເຫັນຝັ່ງແຄມທະເລ

 

 

ຫລຽວແລສຸດຂອບຟ້າ ບໍ່ເຫັນຝັ່ງແຄມທະເລ
ແສງຕາມອງແນມໄປ ແມ່ນະທີແສນກ້ວາງ
ຫລຽວລ່ວງເຫນືອລ່ວງໃຕ້ ກະແສຟອງຟາດຝັ່ງ
ສຽງກ້ອງດັງສົ່ງຄື້ນ ລົມເຢັນຈ້ອຍພັດມາ

ເຫລາະລຽບຕາມແຄມນໍ້າ ທໍາມະຊາດແສນງາມ
ບາງບ່ອນປຽບເປັນເຫມືອນ ຮູບພະພົມສົງແຕ້ມ
ຫລຽວແນມສະອອນແທ້ ບໍ່ຢາກຫ່າງໄລຫນີ
ວັນເວລາຄົງມີ ໃຫ້ຕ່າວມາເຢືອນເຈົ້າ.
ບ.ວິມາ