ໄດ້ຍິນຄວາມກ່າວເວົ້າ ຂອງທ່ານທອງລຸນ

ໄດ້ຍິນຄວາມກ່າວເວົ້າ ຂອງທ່ານທອງລຸນ
ສຸດມີຄວາມພູມໃຈ ຜູ້ໃຫຍ່ເຮົາພາສູ້
ຜູ້ຢູ່ໄກຢູ່ໄກ້ ເປັນກໍາລັງໃຈໃຫ້ທ່ານ
ຈະປາບມານຄ້າໄມ້ ຕິດຕາມໃຫ້ທົ່ວເຖິງ

ເພິ່ນຍັງໄດ້ກ່າວເວົ້າ ເປັນຄໍາສັ່ງຂອງສູນກາງ
ນາຍຍົກກ້ານໍາທາງ ແຕກຕ່າງລັງມານານແລ້ວ
ແນວບໍ່ດີບໍ່ແພງໄວ້ ເປັນກະຕໍຕໍາຊາດ
ທໍາໂທດແລ້ວປະກາດ ບໍ່ມີໃຫ້ອ່ອນຍານ

ເພິ່ນວ່າ ການຈັດຕັ້ງທຸກຂັ້ນ ໃຫ້ແຂງແກ່ນໂຮມເຮັດ
ພ້ອມພຽງກັບສູນກາງ ຈຶ່ງຈະເຫັນຜົນໄດ້
ປະຊາຊົນກໍໃຫ້ ເປັນເຈົ້າການສົດຊ່ອຍ
ຖ້າປະມານປ່ອຍໄວ້ ດົງປ່າໄມ້ສິບໍ່ຍັງ ແທ້ແລ້ວ