ຊົມເຊີຍກອງປະຊຸມສຸດຍອດອາຊຽນ!

ຊົມເຊີຍກອງປະຊຸມສຸດຍອດອາຊຽນ! ອາຊຽນກ້າວໄປ ຜູກໄມຕີຈິດ ໂຮມແຮງຮ່ວມມິດ ສາມັກຄີກັນ ສ້າງສາຍສໍາພັນ ຮ່ວມກັນເມືອຫນ້າ ທຸກຊາດປະຊາ ກ້າວຫນ້າມັ່ງມີ ແດ່ເຖີ້ນ.

ຫລຽວແລສຸດຂອບຟ້າ ບໍ່ເຫັນຝັ່ງແຄມທະເລ

    ຫລຽວແລສຸດຂອບຟ້າ ບໍ່ເຫັນຝັ່ງແຄມທະເລ ແສງຕາມອງແນມໄປ ແມ່ນະທີແສນກ້ວາງ ຫລຽວລ່ວງເຫນືອລ່ວງໃຕ້ ກະແສຟອງຟາດຝັ່ງ ສຽງກ້ອງດັງສົ່ງຄື້ນ ລົມເຢັນຈ້ອຍພັດມາ ເຫລາະລຽບຕາມແຄມນໍ້າ ທໍາມະຊາດແສນງາມ ບາງບ່ອນປຽບເປັນເຫມືອນ ຮູບພະພົມສົງແຕ້ມ ຫລຽວແນມສະອອນແທ້ ບໍ່ຢາກຫ່າງໄລຫນີ ວັນເວລາຄົງມີ ໃຫ້ຕ່າວມາເຢືອນເຈົ້າ. ບ.ວິມາ

ປ່າໄມ້ບ້ານຂ້ອຍ

  ບ້ານຂອງຂ້ອຍ ຊັ້ນຊື່ເມືອງລາວ ປ່າໄມ້ຍາວ ແຕ່ເຫນືອເຖິງໃຕ້ ມີປ່າໄມ້ ໃຫ້ຮົ່ມເຢັນດີ ຫລາຍຮ້ອຍປີ ປ່າໄມ້ປົ່ງເກີດ ສຸດປະເສີດ ບ້ານຂ້ອຍຂຽວງາມ ເຫລາະໄປຕາມ ຕີນພູໄມ້ໃຫຍ່ ນໍ້າລ່ອງໄຫລ ໃສເຢັນຕົກຕາດ ທໍາມະຊາດ ກ້ວາງໃຫຍ່ໃພສານ ເຮົາລູກຫລານ ເກີດມາພາຍຊ້ອຍ ຄວນຊູຊ່ອຍ ຮັກໄມ້ແພງເມືອງ ໃຫ້ລາວເຮືອງ ຕໍ່ໄປພາຍຫນ້າ ຢ່າໃຫ້ຫລ້າ ເຂົາແທ້ຫມູ່ລາວ

ໄດ້ຍິນຄວາມກ່າວເວົ້າ ຂອງທ່ານທອງລຸນ

ໄດ້ຍິນຄວາມກ່າວເວົ້າ ຂອງທ່ານທອງລຸນ ສຸດມີຄວາມພູມໃຈ ຜູ້ໃຫຍ່ເຮົາພາສູ້ ຜູ້ຢູ່ໄກຢູ່ໄກ້ ເປັນກໍາລັງໃຈໃຫ້ທ່ານ ຈະປາບມານຄ້າໄມ້ ຕິດຕາມໃຫ້ທົ່ວເຖິງ ເພິ່ນຍັງໄດ້ກ່າວເວົ້າ ເປັນຄໍາສັ່ງຂອງສູນກາງ ນາຍຍົກກ້ານໍາທາງ ແຕກຕ່າງລັງມານານແລ້ວ ແນວບໍ່ດີບໍ່ແພງໄວ້ ເປັນກະຕໍຕໍາຊາດ ທໍາໂທດແລ້ວປະກາດ ບໍ່ມີໃຫ້ອ່ອນຍານ ເພິ່ນວ່າ ການຈັດຕັ້ງທຸກຂັ້ນ ໃຫ້ແຂງແກ່ນໂຮມເຮັດ ພ້ອມພຽງກັບສູນກາງ ຈຶ່ງຈະເຫັນຜົນໄດ້ ປະຊາຊົນກໍໃຫ້ ເປັນເຈົ້າການສົດຊ່ອຍ ຖ້າປະມານປ່ອຍໄວ້ ດົງປ່າໄມ້ສິບໍ່ຍັງ ແທ້ແລ້ວ

ຂ້ອຍຮັກເຈົ້າ – ເຈົ້າຮັກຂ້ອຍ

Sophavanh ຂ້ອຍຮັກເຈົ້າ ເວົ້າແລ້ວຂ້ອຍອາຍ ເວົ້າຫລາຍໆ ຍ້ານເຈົ້າບໍ່ເຊື່ອ ເວົ້າຫລາຍເທື່ອ ຍ້ານເຈົ້າເບື່ອຂ້ອຍ ເວົ້າໜ້ອຍໆ ຮັກເດີ ຮັກເດີ ອິອິອິ Bouakeo Vimalavong ລຸງຂໍຕາງຫນ້າ ໃຫ້ບ່າວບ້ານເກິນ ຜູ້ຖືກຮັກເດີ້ „wink“-Emoticon;) : ເຈົ້າຮັກຂ້ອຍ ຕ້ອງເວົ້າບໍ່ອາຍ ເວົ້າບໍ່ຫລາຍ ຂ້ອຍຈະບໍ່ເຊື່ອ ເວົ້າຫນ້ອຍເທື່ອ ຢ້ານເຈົ້າລືມຂ້ອຍ ເວົ້າບ່ອຍໆ ຮັກເດີຮັກເດີ 555

ມື້ນີ້ແສງຕາເວັນສ່ອງຟ້າ ມາເດີ່ນຍ່າງໃນສວນ

ມື້ນີ້ແສງຕາເວັນສ່ອງຟ້າ ມາເດີ່ນຍ່າງໃນສວນ ອາກາດຄ່ອຍເຢັນດີ ທີ່ຮົ່ມເງົາຫມາກແອບເປິ້ນ ຍິນສຽງເວິ້ນໆກຸ້ມ ແມງເຜິ້ງຊຸມທັງແມງພູ່ ບິນໃຕ່ຕອມດອກໄມ້ ສະອອນແທ້ຫມູ່ແມງ ແສງຕາເວັນນັບມື້ກ້າ ພຶກສາພັນເບັ່ງບານດອກ ຍາມລົມພັດກິ່ງກ້ານ ເກສອນເຈົ້າທະຍ່ອຍລົງ ໃຈປະສົງຂໍໃຫ້ ຕົ້ນແອບເປິ້ນບານເຮືອງຫນ່ວຍ ຊ່ວຍຊູເກັບກ່ຽວໃຫ້ໄດ້ ຫລາຍໆເຂ້ງໃສ່ໃຫ້ເຕັມ ແດ່ທ້ອນ

ໃຜວ່າເຂົາບໍ່ຕັດໄມ້ ຢາກດຶງແຂນມັນໄປເບິ່ງ ນໍາເດ້

ໄດ້ເຫັນ ໄດ້ຍິນ ໄດ້ອ່ານ ແລະ ໄດ້ເວົ້າລົມກັນ ກ່ຽວກັບການຕັດໄມ້ ອົດບໍ່ໄດ້ ຂໍມີຄວາມຄຶດເຫັນ ຫນ້ອຍນຶ່ງ: ໃຜວ່າເຂົາບໍ່ຕັດໄມ້ ຢາກດຶງແຂນມັນໄປເບິ່ງ ນໍາເດ້ ຜູ້ໃຫຍ່ເພິ່ນກໍຮູ້ ເຂົາຂົນໄມ້ອອກຕ່າງແດນ ແມ່ນຜູ້ໃດເປັນເຈົ້າ ເຂົາຂາຍໄປແຍກເງິນອອກ ປະຊາຊົນບອກບໍ່ໄດ້ ເປັນໄປແລ້ວບໍ່ປ່ຽນແປງ ໃຜວ່າເພິ່ນບໍ່ຫ້າມ ເອົາແຈ້ງການໃຫ້ມັນອ່ານ ແດ່ທ້ອນ ມາດຕາການບອກບົ່ງໄວ້ ນາຍຍົກໄດ້ສັ່ງການ ແຕ່ຜີມານຄືເພິ່ນເວົ້າ ໂຄງການລັບມັນມີຫລາຍ ສາຍໃຍມັນລວງເຫລິກ ຂໍທ່ານກ້າເກັ່ງກ່ວາມານ ແດ່ທ້ອນ ທ່ານທອງລຸນເອີ້ຍ! ໃຜເດນໍສໍາປະທານໃຫ້ ເຂົາຂົນໄປຕັດໄມ້ອອກ ເຮັ່ຽພາສີຂາດດອກເບັ້ຽ ມີຄົນລໍ້າເກິ່ງກ່ວາຄົນ ປະຊາຊົນຂາດສ່ວນໄດ້ ໄມ້່ຫມົດໄປຈະສູນສ້ຽງ ເຫລືອພຽງຮອຍບວບຊໍ້າ ໃຜສິຮ້ອນເມື່ອລຸນ ລູກຫລານເອີ້ຍ ຄວາມມຸ້ງຫວັງອັນແຮງກ້າ ປະຊາລາວເຈົ້າລູກປູ່ ສິນໃຊ ຂໍຜູ້ໃຫຍ່ຈົ່ງທ່ຽງຫມັ້ນ ເປັນເຈົ້າຊ່ວຍປະຊາ ໂຮມພາກັນຕອບໂຕ ພວກຫົວໂປ່ທໍາລາຍຊາດ ປະຊາຊາດຄົງຊ່ວຍເຈົ້າ ເມືອງບ້ານຈຶ່ງຈະເລີນ ແລນາ!!!

ນໍ້າຂອງຍັງບໍ່ແຫ້ງ ສັງມາປ່ຽນແປງໄປ ເດນໍ້

ນໍ້າຂອງຍັງບໍ່ແຫ້ງ ສັງມາປ່ຽນແປງໄປ ເດນໍ້ ນໍ້າໄຫລ ໄຟສະຫວ່າງ ຫົນທາງດີ ຄືປັດໃຈມິ່ງເຄົ້າ ພວກເຮົາໄດ້ຮໍາຮຽນ ການປ່ຽນແປງຈະດີໄດ້ ມະຫາຊົນມີສ່ວນຮ່ວມ ດີໄດ່ ນໍ້າບໍ່ໄຫລມີຫລາຍຂໍ້ ນໍ້າບໍ່ພໍຖັງບໍ່ໃຫຍ່ ນໍ້າໄຫລໄປຖໍ່ສົງແຕກ ສົງສານເຈົ້າຜູ້ຢູ່ໄກ ແທ້ເດ ເງິນເກັບໄປຕົກລົງນໍ້າ ຈະເອົາຫຍັງມາສ້າງກໍ່ ຂໍຜູ້ໃຫຍ່ຈົ່ງຊ່ວຍໃຫ້ ຫາທາງແກ້ໃຫ້ວ່ອງໄວ ແດ່ເຖີ້ນ :'( ງາມແທ້ຍອຍດອກໄມ້ ເຮືອງສີແສງອ່ອນ ຕອນເມື່ອຍັງຫນຸ່ມນ້ອຍ ຫວນເຫັນໄດ້ໃສ່ໃຈ ຕູ້ໃຫຍ່ປິດເອົາກ້ານ ສະມັ່ງດອກແສນງາມ ນໍາມາບູຊາພະ ສົ່ງກິ່ນຫອມອອນຊອນແທ້

ສະບາຍດີ ປີໃຫມ່ລາວ ສະບາຍດີ ສະບາຍດີ

ສະບາຍດີ ປີໃຫມ່ລາວ ສະບາຍດີ ສະບາຍດີ ປີໃຫມ່ລາວ ຫມູນປ່ຽນວຽນມາ ຖືເປັນວາລະ ໂຊກໃຊອັນດີ ຈຶ່ງຂໍຮ້ອງ ກ້ອງທົ່ວປັດຕະພີ ຖາມຂ່າວສະບາຍດີ ສະບາຍດີ ປີໃຫມ່ລາວ ສຽງຮ້ອງສົ່ງ ກັອງຈາກແດນໄກ ເປັນພອນສົ່ງໃຫ້ ອອກຈາກໃຈຫາເຈົ້າ ເຖິງພີ່ນ້ອງ ເພື່ອນມິດໃກ້ໄກ ຈະຢູ່ແດນດິນໃດ ຈົ່ງສຸກໃຈຫາຍໂລຄາ ທ່ານຜູ້ໃດ ມັ່ງມີດີແລ້ວ ຈົ່ງຢ່າຄາດແຄ້ວ ຄິດເຖິງຄົນຈົນ ຜູ້ປົກຄອງ ນໍາພາເປັນເຈົ້າ ຫໍ່ໂຮມເຕົ້າ ແບບຢ່າງອັນດີ ປີໃຫມ່ນີ້ ມີໂຊກມີໄຊ ໄປທາງໃດ ປອດໄຟໄປຮອດ ຍິ້ມສົ່ງຂ້ອຍ ຂ້ອຍຍິ້ມສົ່ງເຈົ້າ ສົ່ງເສີມເຄົ້າ ລາວນ້ອມອ່ອນຫວານ ແດ່ເຖີ້ນ