ກາບກອນ

ເດີນທາງຊີວິດ – ຊີວິດຄືການເດີນທາງ. ເປັນຄືການຂີ່ລົດໄຟຈາກບ້ານມຸ້ງໄປສູ່ຈຸດຫມາຍ. (9/18/2022) - ເດີນທາງຊີວິດ - ຊີວິດຄືການເດີນທາງ. ເປັນຄືການຂີ່ລົດໄຟຈາກບ້ານມຸ້ງໄປສູ່ຈຸດຫມາຍ.   ເດີນທາງໃຈຮ່ວງຮ້ອນ ຄິດເຫັນເພື່ອນຮຽມເຮົາ ຕອນຍັງເຍົາແຂງແຮງ ແກ່ມາກໍາລັງຫນ້ອຍ ທຸກຄົນຄອຍທົນສູ້ ສັງຂານນັບວັນແກ່ ຜັນແປໄປທ່ຽງແທ້ ກົດເກນເຊື້ອຊາດຄົນ ແທ້ແລ້ວ   ລົດໄຟໄວເຄື່ອນຫຍ້າຍ ກາຍອອກຜ່ານຫລາຍເມືອງ ໃຈຝືດເຄືອງທວນຄິດ ດັ່ງຊີວາຄົນແທ້ ແລເຫັນກາຍໄປແລ້ວ…
ເພິ່ງພາກັນແຕ່ຢ່າເກື້ອກູນກັນຜິດທາງ (9/17/2022) - ເພິ່ງພາກັນແຕ່ຢ່າເກື້ອກູນກັນຜິດທາງ   ເຮືອເພິ່ງນໍ້າ ເສືອເພິ່ງດົງດອນ ກາເວົາວອນ ເພິ່ງຄອນຄັນໄມ້ ກວາງຟານໄກ້ ອາໃສຍັງປ່າ ພະຍາເພິ່ງຊ້າງ ຕີສູ້ເພິ່ງປະຊາ   ຊາດເພິ່ງເຊື້ອ ຄົນຢູ່ດອມກັນ ຄວາມສໍາພັນ ແກ່ດຶງກັນໄວ້ ເຫມືອນພັນໄມ້ ພາກັນແຕກຫນໍ່ ແຊມຕໍ່ຂຶ້ນ ແຂງຕົນເພິ່ງກັນ  …
Gute Ernte (9/14/2022) - Gute Ernte ຫມາກເດັ່ນຂ້ອຍ ແຂນງ່າເຕັມເຄືອ ແດງຂຽວມີ ຢັ່ງຢາຍເຕັມຄັ້ງ ສະອອນແທ້ ນາຍສວນໃຈຊື່ນ ເກັບບໍ່ສິ້ນ ກິນແລ້ວຊື່ນໃຈ ແທ້ແລ້ວ
ໄດ້ຂີ່ຊ້າງ ຫລື ບໍ່ໄດ້ຂີ່ຊ້າງ ທໍາດີໄວ້ບໍ່ຫມອງ. (9/13/2022) - ໄດ້ຂີ່ຊ້າງ ຫລື ບໍ່ໄດ້ຂີ່ຊ້າງ ທໍາດີໄວ້ບໍ່ຫມອງ. ຫາກເຈົ້າ ບໍ່ໄດ ຂີ່ຊ້າງ ກັ້ງຮົ່ມເປັນພະຍາ ໃຫ້ເຈົ້າ ຮຽນວິຊາ ຊ່ວຍໂຕເອງເປັນເຈົ້າ ຮຽນເຫລິກລົງເຖິງເຄົ້າ ຄຸນພະທັມປອດໂປ່ງ ຫາທາງຫລຸໂລ່ງໃຫ້ ປວງຊົນຮູ້ຫລ່ຽມມານ ເຈົ້າເອີ້ຍ   ຫາກເຈົ້າ ໄດ້ຂີ່ຊ້າງ ກັ້ງຮົ່ມເປັນພະຍາ…
ຄວາມຫວັງໄວ້ກັບຜູ່ນໍາຫນ້າ ພາກ້າວອອກທາງ ທ່ານເອີ້ຍ. (9/10/2022) - ຄວາມຫວັງໄວ້ກັບຜູ່ນໍາຫນ້າ ພາກ້າວອອກທາງ ທ່ານເອີ້ຍ. Memory   ຕາແນມນໍາເບິ່ງຊ້າງ ພາກັນຍ່າງເປັນແຖວ ຕົວເຖິກນໍາແລວທາງ ແມ່ນາງເດີນຕາມກົ້ນ ສຽງກັງວົນເຮຮ້ອງ ເນືອງນອງໄປແຄມປ່າ ອອກໄກນາຫ່າງບ້ານ ພາກັນຫລີ້ຄ່ອຍຫນີ ຊ້າງເອີ້ຍ   ຄິດເຖິງຄາວກ່ອນກີ້ ຣາຊາມິ່ງເມືອງລາວ ມືຈັບຫລາວປາຍແຫລມ ນັ່ງປະຄອງຄໍຊ້າງ ຕີສັດຕູແຕກມ້າງ…
ຫວນຄິດເຖິງແຄມງື່ມບ້ານເຮົາ. (9/7/2022) - ຫວນຄິດເຖິງແຄມງື່ມບ້ານເຮົາ. Zu Hause ist auch schön.   ຕາມລໍາເຊໃຫຍ່ກວ້າງ ອາກາດຊຸ່ມເຢັນດີ ແສງສີມອງງາມຕາ ຫມູ່ປາລອຍເປັນຈຸ້ມ ຊຸມສາລິກາຮ້ອງ ອອນຊອນຟັງສຽງມ່ວນ ຊວນຄິດເຖິງແຫ່ງຫ້ອງ ດິນແດນບ້ານແມ່ຄີງ ແທ້ເດ້   ຄິດເຫັນແຄມງື່ມຂ້ອຍ ຕອນເຄີຍຫຍ່າງໄປມາ ເຄີຍຕຶກປາໄຫລມອງ…
ຫາກບິນສູງເວີ່ນໄດ້ ຢ່າລືມໄຕ້ສ່ອງດິນ ເຈົ້າເອີ້ຍ (9/3/2022) - ຫາກບິນສູງເວີ່ນໄດ້ ຢ່າລືມໄຕ້ສ່ອງດິນ ເຈົ້າເອີ້ຍ. Wenn du oben fliegen kannst, schaue öfter lieber nach unten.   ເຈົ້າຜູ່ ແນວນາມນົກເຈົ່າຜ້າຍ ບິນສູງເວິ່ນເວຫາ ຕີນວິດດິນລົມແຮງ ຫ່າງເຫີນໄກຄອນໄມ້ ບິນດຽວດາຍແຮງສິ້ນ…
ເດີນທາງໄກໄປທ່ຽວບ້ານເພິ່ນ, ແຄມທະເລປະເທດຕວກກີ້. (8/15/2022) - ເດີນທາງໄກໄປທ່ຽວບ້ານເພິ່ນ, ແຄມທະເລປະເທດຕວກກີ້. Antalya Türkei   ອອກຫ່າງບ້ານ ມາທ່ຽວແດນໄກ ສົມທິວທັດ ຊ່າງງາມຕາລໍ້າ ທະເລກ້ວາງ ຫາດຊາຍຂາວອ່ອນ ແດດສ່ອງແຈ້ງ ແສງເຫລື້ອມຮຸ່ງລົງ   ຄົນທ່ຽວນີ້ ຈາກຖິ່ນແດນໄກ ເດີນທາງມາ ທົ່ວໂລກາກ້ວາງ ຍາມພັກແລ້ງ ລະດູການທ່ຽວ…
ຍິ່ງເບິ່ງຍິ່ງງາມ (8/15/2022) - ຍິ່ງເບິ່ງຍິ່ງງາມ ງາມຍິ່ງລໍ້າ ເມືອງເພິ່ນແດນໄກ ແສງສົດໃສ ຊື່ນຊົມໃຈຊື້ນ ມືນຕາຂຶ້ນ ຂຽວງາມມີຮົ່ມ ສົມວ່າຫ້ອງ ວິມານສ້າງແຕ່ງແປງ ແທ້ເດ້