ລະດູຫນາວຈະຜ່ານພົ້ນ ໄລລາຫ່າງໄກຫນີ ແລ້ວນ່າ

ລະດູຫນາວຈະຜ່ານພົ້ນ ໄລລາຫ່າງໄກຫນີ ແລ້ວນ່າ ຫິມະສະຫລາຍຕົວ ຄ່ອຍເຫືອດຫາຍໄປແລ້ວ ຫລຽວແລຮອຍປະໄວ້ ສອງສາມວັນກໍຈະເປື່ອຍ ເຫລືອພຽງຈິດຈໍ່ໄວ້ ຄວາມຈໍາຫມັ້ນໃສ່ໃຈ ທໍ່ນັ້ນແລ້ວ ທໍາມະຊາດປ່ຽນຍ້າຍ ໄປຕາມແຫ່ງກົດເກນ ແທ້ເດ້ ມີໄປມາລາກັບ ເສື່ອມສູນຫາຍກາຍສິ້ນ ໃຜຈະຂັດຂືນໄດ້ ສັງຂານຄົນໂລກຕໍ່າ ວົນວຽນປັບປ່ຽນຍ້າຍ ໄປຕາມເຄົ້າແຫ່ງກັມ ແທ້ນ່າ @ວິມາດອກບົວແກ້ວ Die Spuren werden bald verschwinden. Was bleibt, ist die schöne Erinnerung. ລະດູຫນາວປີນີ້ຖືວ່າ ຫນາວຫລາຍກວ່າປີຜ່ານໆມາ ມີຫິມະຕົກຫລາຍ ແລະ ຫນາວເຢັນຕໍ່າຈົນເຖິງລົບຊາວຫົກອົງສາ ໃນໂຂງເຂດໃຈກາງຂອງປະເທດເຢັຍລະມັນ. ປະຈຸບັນອາກາດເລີ້ມຮ້ອນຂຶ້ນ ແສງແດດກ້າ ເຫມືອນດັ່ງວ່າ ລະດູໃບໄມ້ບົ່ງກໍາລັງຈະເລີ້ມແລ້ວ. ແຕ່ເຖິງແນວໃດກໍຕາມກໍຍັງຢູ່ໃນລະດູຫນາວຈົນເຖິງທ້າຍເດືອນສາມ. ເບິ່ງວ່າຈະຮອດຕອນນັ້ນ ສະພາບອາກາດຈະມີການປ່ຽນແປງໄປແນວໃດ.

ຝາກຄວາມຫວັງໄວ້ກັບຜູ້ແທນ ທີ່ຈະຖືກເລືອກຕັ້ງ ເຂົ້າໃນ ສະພາຊຸດໃຫມ່.

ຝາກຄວາມຫວັງໄວ້ກັບຜູ້ແທນ ທີ່ຈະຖືກເລືອກຕັ້ງ ເຂົ້າໃນ ສະພາຊຸດໃຫມ່. ມາເຖິງປະຈຸບັນ ເໝືອນດັ່ງວ່າ ພວກເຮົາ ຍັງຄຸມກັນກິນຢາປົວພະຍາດເຫັນແກ່ຕົວ ບໍ່ເລີກບໍ່ແລ້ວຈັກເທື່ອ ຍັງອ່ອນເພັຍຂາດພະລັງນໍ້າໃຈ ແບບກະຕືລືລົ້ນ ທີ່ຈະສຸມໃສ່ວຽກງານທີ່ເປັນ “ແກ່ນສານ“ ຂອງການພັດທະນາ   ປະເທດຊາດ ໃຫ້ຈະເລີນກ້າວຫນ້າ. ພວກເຮົາ ຍັງຈະປ່ວຍໄປຮອດໃສ? ຜົນງານຂອງຊາດ ຈະໃຫຍ່ຫລວງກ້າວໜາເປັນທໍາກວ່າເກົ່າ ຖ້າທຸກຄົນປອດໃສ ຫາຍພະຍາດໃນຕົວ. ເບິ່ງຊາດອື່ນເຂົາແຂງແຮງ ພາກັນແລ່ນໄປສູ່ຄວາມທັນສະໄໝ ລໍ້າຫນ້າພວກເຮົາ ໄປໄກແລ້ວ. ແນມເຫັນໂຟສຜ່ານຂຶ້ນ ເທິງເຟສສື່ລຽນຕິດ ປວງຊົນແຊວໆສຽງ ພໍ່າພາກັນໂຮຮ້ອງ ມີຫລາຍແນວເດືອດຮ້ອນ ຕໍາໃຈອອກເຜີຍແຜ່ ເປັນຫຍັງນໍມິ່ງບ້ານ ເມືອງລາວຂ້ອຍຢູ່ໄກ ເຈົ້າເອີ້ຍ ເປັນຄືໜອນບົ່ມຊ້ອນ ເຈາະບາດເປື່ອຍຕາມແຜ ເອົາຢາແດງລົງທາ ຕໍ່ເກີດໄປແຜໜ້າ ຄົນເຈັບມີຫລາຍຂຶ້ນ ຢາເສັຍຄຸນໝົດຄ່າ ແທ້ບໍ ໜອນສັງມາເກັ່ງແທ້ ລົງດໍາຊົ້ນປ່ຽນແຜ ໄດ້ນໍ ຫລາຍປີມາ ພະຍາດປົວບໍ່ໄດ້ ຄົນຍັງເສື່ອມເສັຍແຮງ ຊຸດໂຊມມາເນີນນານ ອ່ອນຈິດເສັຍລົງເລື້ອຍ ການງານມີມາກລົ້ນ ຄົນໂຊວຽກຕົກຕໍ່າ ກິນຢາຂົມເປົ່າຖິ້ມ ໜອນຍັງດີ້ນຕື່ມໜອງ…

ແດ່ວັນແຫ່ງຄວາມຮັກ

ແດ່ວັນແຫ່ງຄວາມຮັກ   ວັນອາທິດຊື່ນສ້ອຍ ແດດສ່ອງປະກາຍແສງ ຄວາມໜາວຍັງປົກຄຸມ ທົ່ວດິນແດນຂາວແຈ້ງ ແນມໄປໄກເທິງຟ້າ ຕາເວັນແສງໃສສ່ອງ ບັນເທົາອາຍອຸ່ນໃຫ້ ໂລກາຟື້ນຕື່ມພະລັງ ແທ້ແລ້ວ ຄວາມຮັກມີຄ່າລໍ້າ ເໝືອນດັ່ງແສງຕາເວັນ ຮັກກັນດີມີສຸກ ຮ່ວມບຸກບືນທໍາສ້າງ ວັນຄວາມຮັກເຕືອນໃຫ້ ປັບປຸງໃຈເປັນເພື່ອນ ພາກັນເບົາແບ່ງໃຫ້ ຮັກກັນໄວ້ຢ່າລືມ ເຈົ້າເອີ້ຍ @ວິມາດອກບົວແກ້ວ

ເດິກມາອອກທ່ຽວບ້ານ ແສນໂດດດ່ຽວໃຈລອຍ

ເດິກມາອອກທ່ຽວບ້ານ ແສນໂດດດ່ຽວໃຈລອຍ ເຫັນພຽງແສງໄຟເຍືອງ ຮ່ອມທາງລົງເຖິງບ້ານ ຫິມະກອງກັນຂຶ້ນ ທາງເດີນກາຍເປັນຮ່ອງ ຄົນລັບນອນຢູ່ຢັ້ງ ໃນເຮືອນຕຸ້ມຕ່ອມກັນ ແທ້ແລວ ຄິດເຫັນເດືອນສາມຄ້ອມ ຍາມໜາວມິ່ງເມືອງເຮົາ ແທ້ເດ້ ລົມຜັດມາວອຍວອຍ ເປົ່າໄຟຢືນວົງລ້ອມ ຟັງນິທານຫູຕັ້ງ ລືມນອນຈົນເດິກດື່ນ ຢືນຄົນດຽວຢູ່ພີ້ ມັນໜາວແທ້ຕ່າງກັນ ແທ້ເດ້ @ວິມາດອກບົວແກ້ວ ຟັງເພັງປະກອບວິດິໂອ ຂອງ VIZE ຕ້ອງໃຊ້ ເຄື່ອງສຸບຫູຟັງມັນຈຶ່ງທຸ້ມສຽງຢ່າງຊຶ້ງໃຈ ໃນສຽງເສບເອກະລັກ ຂອງ ວາຍສ.

ເຫັນເພິ່ນອອກຂ່າວແຈ້ງ ລາຍຊື່ຄົນສະມັກ ສະມາຊິກສະພາ ຊື່ສຽງປະຫວັດຍໍ້

ເຫັນເພິ່ນອອກຂ່າວແຈ້ງ ລາຍຊື່ຄົນສະມັກ ສະມາຊິກສະພາ ຊື່ສຽງປະຫວັດຍໍ້ ມີ ປອ ດຣ ພ້ອມ ການສຶກສາສູງສົ່ງ ສະມັກໃຈຊ່ວຍໃຊ້ ປະຊາເຊື້ອຢູ່ສະພາ ຊົມເຊີຍ ໃຜເດ້ຈະຊ່ວຍແກ້ ບັນຫາທົ່ວສັງຄົມ ເປັນຕົວແທນປະຊາ ນັ່ງສະພາຊວນເວົ້າ ຫູຕາໄກມອງກວ້າງ ມີຄວາມເຫັນໃສສ່ອງ ຕັດສິນຕີຕໍ່ຕ້ານ ແນວຂວາງບ້ານບໍ່ດີ ທ່ານເອີ້ຍ ປວງຊົນຄວນຕໍ່ຕັ້ງ ວິໃຈເບິ່ງຄົນດີ ອະທິບາຍບອກກັນ ວ່າໃຜສົມຄວນແທ້ ສິດປະຊາມີໄວ້ ພາກັນເອົາໃຈໃສ່ ເລືອກຄົນດີຊ່ວຍຍູ້ ສັງຄົມກ້າວຮຸ່ງເຮືອງ ແທ້ແລ້ວ ຫາກເຈົ້າຖືກເລືອກຕັ້ງ ເຂົ້າໄປນັ່ງໃນສະພາ ຢ່າໄດ້ລືມປະຊາ ຜູ້ຊອກຫາແລງເຊົ້າ ຫາກບ້ານເມືອງຫາຍເສົ້າ ຄົນເຂົາສິຮ້ອງໃສ່ ຄົນໄວ້ໃຈຄືດັ່ງເຈົ້າ ປວງຊົນເວົ້າບໍ່ລືມ ແທ້ແລ້ວ @ວິມາດອກບົວແກ້ວ

ຢາກເດ້ ຢາກເຈີດບິນເວີ່ນໄດ້ ເໝືອນດັ່ງມະໂນລາ

ຢາກເດ້ ຢາກເຈີດບິນເວີ່ນໄດ້ ເໝືອນດັ່ງມະໂນລາ ເຫາະເວຫາແສນສູງ ທ່ຽວຊົມໂລກາພື້ນ ຫລັບຕາມືນມອງຂຶ້ນ ຢາກເຫັນແດນດິນແມ່ ເຮົາເດ້ ເຖິງໄກກັນທ່ຽງແທ້ ຍັງຝັນກ້ຽວກ່ຽວຫາ ແທ້ແລ້ວ ທໍາມະຊາດເພິ່ນນັ້ນ ສຸດແຕກຕ່າງເມືອງເຮົາ ຫິມະຂາວຕາມລະດູ ສົ່ງກະຈາຍໃສແຈ້ງ ຄວາມໜາວແຮງເຢັນຂຶ້ນ ຫິມະແຂງເປັນແຜ່ນ ໂອ້ດິນແດນລາວກັບແຫ່ງນີ້ ອົງອິນສ້າງຕ່າງກັນ ແທ້ເດ້ @ວິມາດອກບົວແກ້ວ ວິດິໂອ ເບິ່ງມືຖືທາງຂວາງ ຂະຫຍາຍຮູບໃຫຍ່ອອກ

ເພື່ອການເລືອກຕັ້ງເອົາສະມາຊິກໃຫມ່ສະພາແຫ່ງຊາດ

ເຫັນເພິ່ນອອກຂ່າວແຈ້ງ ລາຍຊື່ຄົນສະມັກ ສະມາຊິກສະພາ ຊື່ສຽງປະຫວັດຍໍ້ ມີ ປອ ດຣ ພ້ອມ ການສຶກສາສູງສົ່ງ ສະມັກໃຈຊ່ວຍໃຊ້ ປະຊາເຊື້ອຢູ່ສະພາ ຊົມເຊີຍ ໃຜເດ້ຈະຊ່ວຍແກ້ ບັນຫາທົ່ວສັງຄົມ ເປັນຕົວແທນປະຊາ ນັ່ງສະພາຊວນເວົ້າ ຫູຕາໄກມອງກວ້າງ ມີຄວາມເຫັນໃສສ່ອງ ຕັດສິນຕີຕໍ່ຕ້ານ ແນວຂວາງບ້ານບໍ່ດີ ທ່ານເອີ້ຍ ປວງຊົນຄວນຕໍ່ຕັ້ງ ວິໃຈເບິ່ງຄົນດີ ອະທິບາຍບອກກັນ ວ່າໃຜສົມຄວນແທ້ ສິດປະຊາມີໄວ້ ພາກັນເອົາໃຈໃສ່ ເລືອກຄົນດີຊ່ວຍຍູ້ ສັງຄົມກ້າວຮຸ່ງເຮືອງ ແທ້ແລ້ວ ຫາກເຈົ້າຖືກເລືອກຕັ້ງ ເຂົ້າໄປນັ່ງໃນສະພາ ຢ່າໄດ້ລືມປະຊາ ຜູ້ຊອກຫາແລງເຊົ້າ ຫາກບ້ານເມືອງຫາຍເສົ້າ ຄົນເຂົາສິຮ້ອງໃສ່ ຄົນໄວ້ໃຈຄືດັ່ງເຈົ້າ ປວງຊົນເວົ້າບໍ່ລືມ ແທ້ແລ້ວ @ວິມາດອກບົວແກ້ວ

ໂອ້ເມືອງລາວ ດິນແດນພໍ່ແມ່ຂ້ອຍ ສຸດກວ້າງໃຫຍ່ໄພສານ

ໂອ້ເມືອງລາວ ດິນແດນພໍ່ແມ່ຂ້ອຍ ສຸດກວ້າງໃຫຍ່ໄພສານ ດົນນານມາລືນາມ ຊື່ລາວດັງໄກກ້ອງ ລໍາຂອງຍາວເໜືອໃຕ້ ໄຫລລົງແສນສະງ່າ ຊົນເຜົ່າລາວທົ່ວຫນ້າ ຮັກຫອມບ້ານມິ່ງເມືອງ ແທ້ແລ້ວ ພາກເໜືອພູໃຫຍ່ຕັ້ງ ຕິດຕໍ່ກັນສູງຊັນ ຕາມສັນພູເທິງດອຍ ປ່າປົກບັງລຽນລ້ອມ ທາງຮອມປີນໄປຂຶ້ນ ກາຍດົງດອນແດນປ່າ ສັກກູນາເປັ່ງຮ້ອງ ສຽງດັງກ້ອງທົ່ວດົງ ເຈົ້າເອີ້ຍ ພູເບັ້ຍຢືນຊໍ່ຟ້າ ລາຊາແຫ່ງຄວາມສູງ ຝູງມານຍິງທໍາລາຍ ເມື່ອປາງສົງຄາມຮ້າຍ ກາຍເປັນພະຍານໄວ້ ປະຊາລາວແຂງແກ່ນ ຕົກທຸກແສນເຮັ່ງຮ້ອນ ພາກັນສູ້ບໍ່ຍອມ ແທ້ແລ້ວ ພູຜາເປັນທີ່ຊ້ອນ ການນໍາແຫ່ງປະຕິວັດ ຈັກ​ກະ​ພັດ​ທຳ​ລາຍ ໄລ່​ຍິງ​ດັບ​ສູນ​ສ້ຽງ ເຫັນ​ພຽງ​ເງົາມັນ​ຖິ້ມ ກະ​ສຸນ​ປືນ​ຍິງ​ໃສ່ ພົງໄພ​ທັງ​ປ່າ​ໄມ້ ຫາກກັນ​ໄວ້ຊ່ວຍ​ຊູ ເຈົ້າເອີ້ຍ ໃນດົງຫລວງປ່າໄມ້ ລໍາໃຫຍ່ສູງລຽງລາຍ ຢຽດຢາຍຕາມກັນໄປ ຊື່ນຊົມສະອອນແທ້ ຕາແລຫລຽວເຫັນໄມ້ ແຄນຄູນຈວງຈັນດູ່ ອາຍຸສູງກວ່າຮ້ອຍ ຫລາຍປີແທ້ແກ່ເກີນ ແທ້ແລ້ວ ຕາດຕົກລົງຫວ່າງຖໍ້າ ທາລາລັ່ງໄຫລລິນ ສຽງດັງຍິນຕາມເຫວ ທັ່ງລົມຕີຕາມຕ້ອງ ເຢັນຟອງລົມພັດຜ້າຍ ຕໍາກາຍໃຈສົດຊື່ນ ມາຢືນແລລໍ້າຢ້ຽມ ສຸດງາມລໍ້າລື່ນຝັນ ເຈົ້າເອີ້ຍ…

ໂອ້ເສັ້ນທາງ ອັນແສນຍາວໄກ ຄືເສັ້ນທາງໃໝ່ ວຽງຈັນ ວັງວຽງ!

ໂອ້ເສັ້ນທາງ ອັນແສນຍາວໄກ ຄືເສັ້ນທາງໃໝ່ ວຽງຈັນ ວັງວຽງ! Highway Vientiane – Vangvieng Laos – China ເຫັນເພິ່ນສ້າງ ທາງດ່ວນຍາວໄກ ຈາກວຽງຈັນ ດ່ວນວັງວຽງແຄ້ວນ ປູຢາງກວ້າງ ກັນຮາວສອງຝັ່ງ ຂີດໃສ່ເສັ້ນ ມີປ້າຍທີ່ໄປ ແທ້ແລ້ວ ທາງຜ່ານບ້ານ ກາຍທົ່ງດົງນາ ທິວທັດງາມ ຜ່ານພູຮູຖໍ້າ ໄປມາໄດ້ ສອງແລວກັບຕ່າວ ໄວຍິ່ງແທ້ ເກີນກີ້ກ່ອນຫລັງ ແທ້ນ່າ ຄົນລາວເຮົາ ຊົມຊື່ນແມ້ງ ເດີນແລ່ນຍົນຍານ ທົດລອງທາງ ແລ່ນໄວທຽວໄວ້ ໄວເກີນມຸ້ງ ເຖິງວັງວຽງຖິ່ນ ຊອງລ່ອງແລ້ວ ກັບບ້ານກີ່ໂມງ ວ່ານ່າ ລົດແລ່ນເຂົ້າ ເຖິງບ່ອນຂາຍບັດ ການຈັດສັນ ຕໍ່ຄິວກັນເຂົ້າ ຍັງຊັກຊ້າ ຫລາຍຄົນວອນວ່າ ຂໍປ່ຽນແກ້ ດີຂຶ້ນຕໍ່ໄປ ວ່ານ່າ ນາຍເພິ່ນເວົ້າ ບອກປ່າວເຕືອນກັນ ມີຄວາມໄວ ແລ່ນໄປຕາມເສັ້ນ ງົວຄວາຍພ້ອມ ສັດສາວາສິ່ງ…

ໂອ້ ບ້ານເກິນ ເບື້ອງຫລັງທີ່ຝັງໃຈ

ໂອ້ ບ້ານເກິນ ເບື້ອງຫລັງທີ່ຝັງໃຈ ລຸງແຫວນ ຕາຕື່ນເຕັ້ນ ຫລຽວລໍ່າລໍາເຊ ລາວລຸກເດິກ ຕື່ນນອນຕອນເຊົ້າ ຝົນຝອຍຍ້ອຍ ຍອຍລົງຢົດລັ່ງ ລາວຍ່າງຍ້າຍ ລົງນໍ້າງື່ມໄຫລ ພຸ້ນແລ້ວ ແອວບ່ຽງຂ້ອງ ຫົວໃສ່ໃບກຸບ ມືຈັບພາຍ ພໍ່າຄັນເບັດປ້ອງ ແພຂະມ້າ ຄຽນຄີງແອວແກ່ນ ຕີນເປົ່າປຶ້ງ ຫົວໂປ້ປ່ອງເຫວີ ແທ້ນ່າ ເຖິງທ່ານໍ້າ ແຄມງື່ມງາມດີ ຍັງມືດມົວ ສ່ອງແນມນໍາຫນ້າ ເຮືອລໍານ້ອຍ ຄອງຄອຍລຽບຝັ່ງ ມີສີ່ຂັ້ນ ຫົວທ້າຍລ່າຍກັນ ວ່ານ່າ ເຮືອເລັ່ງຂຶ້ນ ຕ່າມຝັ່ງລວງໄຫລ ເຖິງວັງເວີນ ບ່ອນລາວລົງເລື້ອຍ ຄັນເບັດເຫລື້ອມ ໂອນເອນຖືກແກວ່ງ ປິວສູ່ນໍ້າ ວັງກ້ວາງແກ່ວປາ ເຈົ້າເອີ້ຍ ມືຈ່ອງນ້າວ ຊາວໃສ່ຄັນເບັດ ປາປາກລອຍ ໄລ່ນໍາເຫລັກເຫລື້ອມ ລຸງເລີຍຍິ້ມ ຍາມປາຕິດເຍື່ອ ດຶງດົ່ງເຂົ້າ ເຖິງທ້າຍໃສ່ເຮືອ ແທ້ແລ້ວ ຄາວເມື່ອນັ້ນ ປາງື່ມງອມຫລາຍ ປາກສູດກົດ ຂ່າສະໂທງເຄິງຄ້າວ ປາຊິວນ້ອຍ ລອຍໄປເປັນຫມູ່…

ນາລົກ ຫລື ສະຫວັນ ໂອ້ ແດນສະຫວັນ ພູເຂົາຄວາຍ ບ້ານເຣົາເອີ້ຍ

ນາລົກ ຫລື ສະຫວັນ ໂອ້ ແດນສະຫວັນ ພູເຂົາຄວາຍ ບ້ານເຣົາເອີ້ຍ (ກອນອ່ານປູ່ປາງຄໍາ ສໍາພັດໃນ) ເລາະລຽບຕາມປ່າໄມ້ ແຄມດົງໃຫຍ່ເນີນນາ ຫິມະຍັງຢຽດຢາຍ ສ່ອງປະກາຍແສງແຈ້ງ ຂາວງາມປະປົນພ້ອມ ສີຂຽວດອມຮຽງຮ່ວມ ອາກາດໜາວກ່ອມກຸ້ມ ລົມເຢັນຕຸ້ມຕ່ອຍມາ ເຈົ້າເອີ້ຍ ຕາມທາງເດີ່ນປ່າໄມ້ ກົກຢືນໃຫຍ່ລຽນກັນ ຮອຍເກີບເທິງຫິມະ ປ່ອຍປະຕາມກັນໄວ້ ຄົນເດີນດົງທຽວຫລິ້ນ ດູດດົມກິນອາຍອຸ່ນ ໃນດົງລົມບໍ່ຕ້ອງ ພົງໄພຊ້ອງຊ່ວຍບັງ ແທ້ແລ້ວ ເຖິງປາຍທາງທົ່ງກ້ວາງ ນາຫລວງເປົ່າແປນປະ ຕາມອງໄປແນມເຫັນ ໝູ່ໝອກເປັນຄວັນກ້ວາ ມີພູສູງສັບຊ້ອນ ຊອນລອນຄືດິນແມ່ ແທ້ເດ້ ພູເຂົາຄວາຍຢູ່ໄກ້ ບ້ານເກິນໄທ້ແມ່ເຮົາ ເຈົ້າເອີ້ຍ ຄະນຶງເຫັນຄົນກ່າວເວົ້າ ດິນແດນແຫ່ງພູເຂົາຄວາຍ ເປັນເຂດແດນສະຫວັນ ຊ່ຽງການພະນັນຫລິ້ນ ຄົນພາກັນເດີນຂຶ້ນ ວັນຄືນໄປເປັນກຸ່ມ ຫລາຍລາຍໄປຕ່າວແລ້ວ ຊັບສິນຫລ້ອຍແລ່ນໜີ ມີແລ້ວ ພູເຂົາຄວາຍຖືກກໍ່ສ້າງ ຂະຫຍາຍຊ່ວຍສາງໃຈ ມີວັດວາອາຮາມ ກໍ່ສວນຕາມທັມສ້າງ ມີສະຫວັນນາລົກພ້ອມ ຄອຍທອມໃຈຄົນທ່ຽວ ປະຈັກຕາຊ່ວຍໃຫ້ ຈິດໃສແຈ້ງສ່ອງທໍາ ແທ້ແລ້ວ…

ກອນ: ບໍ່​ມີ​ໃຜ​ຈະ​ນ້ອຍ​ເກີນ​ໄປ​ທີ່​ຈະ​ສາ​ມາດ​ຍິ່ງ​ໃຫຍ່​ໄດ້.

ບໍ່​ມີ​ໃຜ​ຈະ​ນ້ອຍ​ເກີນ​ໄປ​ທີ່​ຈະ​ສາ​ມາດ​ຍິ່ງ​ໃຫຍ່​ໄດ້. Man ist nie zu klein, um grossartig zu sein. (HOBEA-Germany)   ຕອນຍັງເປັນບ່າວນ້ອຍ ເຕະກະໂລ້ງດັງໄກ ແບກຫາມໄຖຄາດຫນັກ ແລ່ນລົງນາຕາກ້າ ຫາປາຕາມແຄມຫ້ວຍ ຝົນຕົກມາທົນຜ່ານ ໜາວພຽງໃດບໍ່ຢ້ານ ລົງດໍານໍ້າໄລ່ປາ ແທ້ແລ້ວ   ຍາມບຸນໂຮຮໍ່າຮ້ອງ ສຽງດັງສົ່ງໄປໄກ ມີອັນໃດກໍກິນ ນັ່ງນອນໄປຕາມພື້ນ ຢືນຂາດຽວທົນໄດ້ ໄປນອນຄືນຫາຍຫ່ວງ ພາກັນນອນຊ່ວງແລ້ວ ​ດັງ​ໄຟຕົ້ມໄກ່ກິນ ເຈົ້າເອີ້ຍ   ຝົນຕົກ​ມາ​ອັ່ງ​ຖ້ວມ ​ກົບ​ຂຽດ​ສົ່ງ​ສຽງ​ດັງ ງົວ​ຄວາຍ​ທັງ​ໝູ​ໝາ ແລ່ນ​ຊອກ​ຫາ​ທາງ​ຊົ້ນ ປູ​ປາ​ຊົນ​ຊູ​ຊ້ອງ ຕາມ​ຄອງ​ເໝືອງ​ເປັນ​ໝູ່ ຄົນ​ຮັກ​ຊູຢູ່​ຂ້າງ ເຊີນ​ຝົນ​ຟ້າ​ລັ່ງ​ລົງ ເຈົ້າ​ເອີ້ຍ   ​ໝົດ​ຍາມເປັນ​ບ່າວ​ນ້ອຍ ເຫດ​ການ​ໃໝ່​ຕາມ​ມາ ຄາ​ວຽກ​ງານ​ຄືນ​ວັນ ນັ່ງ​ນອນ​ເວ​ລາ​ໜ້ອຍ ຄົນ​ອອຍ​ໃຈ​ໄກ​ຂ້າງ ມອງ​ທາງ​ໃດ​ແປນ​ເປົ່າ ວັນ​ເດືອນ​ປີ​ຜ່ານ​ເຂົ້າ ສັງ​ຂານ​ກ້າວ​ປ່​ຽນ​ໄປ ແທ້ແລ້ວ   ຄິດ​ວ່າ​ເປັນ​ໃຫຍ່​ແລ້ວ ຈະ​ກັບ​ຕ່າວ​ເມືອງນອນ ກັບຄືນຄອນຄັງເດີມ…

ຊົມເຊີຍກອງປະຊຸມສຸດຍອດອາຊຽນ!

ຊົມເຊີຍກອງປະຊຸມສຸດຍອດອາຊຽນ! ອາຊຽນກ້າວໄປ ຜູກໄມຕີຈິດ ໂຮມແຮງຮ່ວມມິດ ສາມັກຄີກັນ ສ້າງສາຍສໍາພັນ ຮ່ວມກັນເມືອຫນ້າ ທຸກຊາດປະຊາ ກ້າວຫນ້າມັ່ງມີ ແດ່ເຖີ້ນ.