ສານລຶບບໍ່ສູນ ພໍ່ເຖິງລູກ.

ສານລຶບບໍ່ສູນ ພໍ່ເຖິງລູກ. (ບົດກອນ ແບບກອນອ່ານປູ່ປາງຄໍາ ກອນເຈັດ) ຍາມເມື່ອເຈົ້າ ປີນຈ່ອງຂຶ້ນ ຈັບໄຕ່ຕາມຮາວ ສອງມືກໍາ ປ່ຽນນໍາກັນຂຶ້ນ ໃຈເຕັມພ້ອມ ພະລັງສູງສົ່ງ ຈັບຈ່ອງນ້າວ ທາວຂຶ້ນຢ່າວາງ ແທ້ເນີ ປີນຈ່ອງຂຶ້ນ ຕົນເພິ່ງແຮງຕົນ ປະວາງມື ພຸ່ງລົງຕົກພື້ນ ຕາຍເສັຍຖິ້ມ ໃຜເດ້ຈະຊ່ວຍ ເຈົ້າເພິ່ງເຈົ້າ ເປັນເຈົ້າຈຶ່ງຍືນ ແທ້ແລ້ວ ຍິ່ງທຸກ ເຂົາຍິ່ງຊໍ້າ ປັດເປົ່າຕາມລົມ ຫາທາງຕົວະ ໄຫລ່ໜີທາງອ້ອມ ກັມຫຍັງສ້າງ ເວນຫຍັງມາຈ່ອງ ຊໍ້າຍິ່ງຊໍ້າ ຫາຊົ້ນທີ່ໃດ ເດ້ນໍ ລູກເອີ້ຍ ໃຈຢ່າຖໍ້ ແຂງຕໍ່ການຮຽນ ຫາວິຊາ ເກັ່ງໂຕເຕັມໄວ້ ຮຽນດີໄດ້ ສິນໄຊພໍ່ແມ່ ມື້ນຶ່ງ ພວກໝູ່ເຈົ້າ ສອນກ້າເກັ່ງຄັນ ແທ້ແລ້ວ ຍາມເມື່ອ ລູກເກັ່ງແລ້ວ ມີໃຜ່ຕາມຕິດ ພາກັນຄຶດ ທ່ຽງທໍາແຂງໄວ້ ພາຄົນກ້າ ເຈາະຫີນໄຫໃຫຍ່ ຄິດເຖິງ ພໍ່ມິ່ງເຈົ້າ ຈາໄວ້ສັ່ງຄວາມ…

ເຂົ້າພັນສາແລ້ວ! ພູມໃຈໄດ້ເຫັນຄົນລາວຍິ້ມແຍ້ມຮ່ວມກັນທໍາບຸນ.

ເຂົ້າພັນສາແລ້ວ! ພູມໃຈໄດ້ເຫັນຄົນລາວຍິ້ມແຍ້ມຮ່ວມກັນທໍາບຸນ. ຊາວພຸດລາວຕໍ່ຕັ້ງ ພາກັນກໍ່ທໍາບຸນ ຕັກບາດວັນສິນພະ ສົ່ງຈັງຫັນເພນພ້ອມ ອຸທິດເຖິງຄຸນເຈົ້າ ດວງວິນຍານພໍ່ແມ່ ຮັບຜົນທານຊ່ວຍໃຫ້ ເປັນສຸກໄດ້ຢູ່ສະຫວັນ ເຈົ້າເອີ້ຍ ວິນຍານໃດເລື່ອນເລ້ ຂາດມິດເພື່ອນພົງພັນ ຫວັງອາໃສຜົນບຸນ ທ່ານເມດຕາທານໃຫ້ ທຸກສຸກບັນເທົາເກື້ອ ຈູນກັນໃນທຸກແຫ່ງ ແດ່ທ້ອນ ຄົນ ວິນຍານຢູ່ຢັ້ງ ຮັກຄຽງຂ້າງຮ່ວມກັນ ນັ້ນແລ້ວ ເຂົ້າພັນສາເພິ່ນເວົ້າ ອຸທິດສົ່ງຜົນບຸນ ໄປຫາດວງວິນຍານ ເຄື່ອງຂອງມີທານໃຫ້ ສາມເດືອນດົນລໍຖ້າ ໄປມາພັນສາຜ່ານ ຮອດໃນຕອນເມື່ອນັ້ນ ສຸກສົມໄດ້ຢູ່ກິນ ເພິ່ນວ່າເດ້ ທໍາບຸນ ບຸນຊ່ວຍຄໍ້າ ສິນທັມຊ່ວຍຊູໜູນ ຊາວພຸດລາວຄອງທັມ ຊື່ນໃຈປອງໝາຍໄວ້ ຜົນທານໄປເຖິງແຄ້ວນ ແດນສະຫວັນຄົນຮັກຢູ່ ຈິດໃຈສຸກຊື່ນຊ້ອຍ ກິນທານແລ້ວຊື່ນໃຈ ແທ້ແລ້ວ @ວິມາດອກບົວແກ້ວ

ຂໍໄວອາໄລເຖິງດວງວິນຍານຂອງເພື່ອນ ບຸດ ແກ່ນທະລັງສີ.

ຂໍໄວອາໄລເຖິງດວງວິນຍານຂອງເພື່ອນ ບຸດ ແກ່ນທະລັງສີ. ການສົ່ງສະການໄດ້ຖືກດໍາເນີນໄປຢ່າງສົມກຽດ ໂດຍການເຂົ້າຮ່ວມຂອງຍາດຕິພີ້ນ້ອງ ເພື່ອນມິດ ຄົນຮູ້ຈັກຮັກແພງກັນ ພ້ອມທັງການຈັດຕັ້ງທຸກພາກສ່ວນ. ຕົນເອງພ້ອມຄອບຄົວ ແລະ ຂໍຕາງໜ້າໃຫ້ແກ່ຄອບຄົວແກ່ນທະລັງສີພ້ອມດ້ວຍຍາດຕິພີ້ນ້ອງ ຂໍສະແດງຄວາມຂອບອົກຂອບໃຈ ມາຍັງເພື່ອນມິດ ບັນດາທ່ານທັງໝົດ ແລະ ການຈັດຕັ້ງ ທີ່ໄດ້ໃຫ້ຄວາມອົບອຸ່ນອອກຄວາມເຫັນແບ່ງເບົາຄວາມໂສກເສົ້າ ແລະ ໄດ້ປະກອບສ່ວນປັດໃຈໃຫ້ສິນກິນທານນໍາຄອບຄົວຂອງເພື່ອນ. ພ້ອມດຽວກັນນີ້ ຂໍອວຍພອນໃຫ້ທຸກໆທ່ານຈົ່ງມີສຸຂະພາບແຂງແຮງດີ ອາຍຸໝັ້ນຍືນ ພົບພໍ້ແຕ່ຄວາມສົມບູນພູນສຸກຕະຫລອດໄປເຖີ້ນ. ແດ່ເພື່ອນ! ທາງຊີວິດເຄື່ອນຍ້າຍ ເໝືອນດັ່ງສາຍຕໍາລາ ເປັນເສັ້ນຍາວຢຽດໄປ ລ່ວງຂອບແດນກັນໄວ້ ໄປໄກເກີນຂອບກັ້ນ ອະສົງໄຂຕາມໂຕປ່ຽນ ຂໍພະອິນ ເບັດຊ່ວຍໃຫ້ ເສັ້ນສາຍກ້າວສູ່ສະຫວັນ ແດ່ທ້ອນ ຕອນຮັບຂ່າວສົ່ງໃຫ້ ຮຽມແສນຕື່ນຕົກໃຈ ຄິດຈະໂທຖາມຫາ ແຕ່ເວລາຂວາງກັ້ນ ສອງດິນດອນເວລາເຄື້ອນ ຢາກໂທຫາຈໍາລໍກ່ອນ ບໍ່ຢາກປຸກເພື່ອນຂ້ອຍ ຜູ້ນອນນິ່ງຕໍ່ແຮງ ເຈົ້າເອີ້ຍ ເດິກດື່ນນອນບໍ່ໄດ້ ໃຈເປັນຫ່ວງທວນຄິດ ລັບຕາມອງແນມເຫັນ ເພື່ອນເຮົາຮຽນຄຽງຂ້າງ ປະຊຸມການຈັດຕັ້ງ ນໍາພາໃນລູກໜ່ວຍ ຍາມຫວ່າງຄົວແຕ່ງເຂົ້າ ພາກັນເຕົ້າມ່ວນກັນ ແທ້ແລ້ວ ຫ້າໂມງເຊົ້າຕື່ນຂຶ້ນ ມືຄົວໃສ່ມືຖື ຫວັງຈະໂທຖາມຫາ…

New at Home – Dendrobium nobile

New at Home – Dendrobium nobile – ສາຍຫລວງພັນໃຫມ່ໃນເຮືອນ. ສາຍຫລວງຂ້ອຍ ແຕກກິ່ງກ້ານ ຂຽວອ່ອນງາມດີ ມີຫລາຍໃບ ຊ່ອນແຊມກັນຂຶ້ນ ຫົດສົງນໍ້າ ເຕີມຕາມລົງຝຸ່ນ ແສງຊ່ວຍໃຫ້ ຫລວງຂຶ້ນໃຫຍ່ໄວ ສາຍຫລວງ ສາຍຊໍ່ໄມ້ ພັນໃໝ່ໃນເຮືອນ ນໍາມາພຽນ ລໍ່າແລແພງໄວ້ ຖະໜອມຕຸ້ມ ຄອງວັນດອກປົ່ງ ເຖິງເມື່ອນັ້ນ ໃຈຕັ້ງຕໍ່ລໍ ແທ້ແລ້ວ @ວິມາດອກບົວແກ້ວ

ຢ່າເບິ່ງຂ້າມສິ່ງນ້ອຍໆ ແຕ່ຄຸນຄ່າມີສູງ

ຢ່າເບິ່ງຂ້າມສິ່ງນ້ອຍໆ ແຕ່ຄຸນຄ່າມີສູງ. Im Kleinen das Wunderbare sehen ທຸກສິ່ງ ໃນລຸ່ມຟ້າ ແຕກຕ່າງກັນໄປ ຫລາຍຊີວິດ ປ່ຽນຊົງແປງເນື້ອ ຕາມອິນຕັ້ງ ເສກສັນຕົກແຕ່ງ ຊີວິດ ມີຄ່າລໍ້າ ເໜືອເຊື້ອຕໍ່ພັນ ແທ້ນ່າ ຄວາມສຸກ ມີຊົ່ວຟ້າ ຫາກ ຕາສ່ອງເຫັນນໍາ ແຕ່ວ່າ ຄົນແນມໄປ ເບິ່ງໄກກາຍໜ້າ ໃຈເພີນຕັ້ງ ຫວັງທາວຫາໃຫຍ່ ລືມສິ່ງນ້ອຍ ຄຸນລໍ້າແກ່ໃຈ ນັ້ນແລ້ວ ຄວາມສຸກ ມີທົ່ວຫ້ອງ ຂອງຢູ່ຄຽງກາຍ ຕາຄວນແນມ ເບິ່ງນໍາຄົນໄກ້ ຄົນຄົວເຈົ້າ ວົງວານມິດເພື່ອນ ເຊົາເບິ່ງຂ້າມ ຈາເວົ້າອ່ອມກັນ ດີແລ້ວ ຄວາມຮັກ ເກີດກໍ່ໄດ້ ຫາກ ໃຈຕໍ່ຕາມຕິດ ຕາແລນໍາ ສົ່ງເເຮງໃຈໃຫ້ ເຊີດຊູພ້ອມ ວາຈາດອມມ່ວນ ເຖິງຈະ ເປັນສິ່ງນ້ອຍ ຄຸນຫລົ້ນເກິ່ງດິນ ແທ້ແລ້ວ @ວິມາດອກບົວແກ້ວ

ການແຂ່ງຂັນເຕະບານເອີຣົບພາ ກໍາລັງເຂັ້ມຂຸ້ນ ສ້າງບັນຍາກາດຕ້ານຄວາມເຫງົາໂຄວິດ.

ການແຂ່ງຂັນເຕະບານເອີຣົບພາ ກໍາລັງເຂັ້ມຂຸ້ນ ສ້າງບັນຍາກາດຕ້ານຄວາມເຫງົາໂຄວິດ. Fußball-EM-Stimmung gegen Corona-Verstimmung. ໃນສະພາບເຂັ່ງຮ້ອນ ຢູໂຣບມ່ວນການກິລາ ເອີຣົບພາເຕະບານ ແຂ່ງຂັນກັນສັນສ້າງ ຄົນຫາທາງເປີດກ້ວາງ ປາບຄວາມເຫງົາຫາຍຊ່ວງ ປວງຊົນສົດຊື່ນຂຶ້ນ ສຽງເຊັຽຮ້ອງໂຮ່ກັນ ເຈົ້າເອີ້ຍ ເຂົາມີການປ່ອຍໃຫ້ ຄົນໄປສູ່ສະໜາມຫລວງ ທວງຫາການກວດກາ ຜ່ານໂຄໂຣນາຮ້າຍ ຄົນຫລາຍໄປໂຮມເຕົ້າ ຈໍານວນມີຕາມສ່ວນ ເປັນຂະບວນໃຫຍ່ນ້ອຍ ເຊັຽທີມກໍ້າຝ່າຍຕົນ ແທ້ແລ້ວ ການກິລາແຂ່ງໄດ້ ທີມໃດເກັ່ງມີໄຊ ຫລາຍທີມຕົກເສັຍໄປ ຫ່າງໄລໜີໄກເປົ້າ ຄົນເຊັຍພາກັນເສົ້າ ບາງຄົນນໍ້າຕາລັ່ງ ໃຜກໍຫວັງຕໍ່ໄດ້ ຈິດໃຈເຂັ້ມແຂ່ງກິລາ ນັ້ນແລ້ວ ມາເຖິງຕອນເຄິ່ງນີ້ ລວມມີສີ່ທີມແຂງ ອີຕາລີເຈິສະປານຽນ ຄໍ່າຄືນໃນວັນນີ້ ອັງກິດກັບເດນມາກສູ້ ຕອນແລງຂອງມື້ອື່ນ ໃຜຊະນະຜ່ານໄດ້ ສອງທີມເຂົ້າແຂ່ງກັນ ແທ້ແລ້ວ ຕາມເຮືອນຊານຢູ່ບ້ານ ຄົນຊອມເບິ່ງທີວີ ມີການຊົມຮວມກັນ ມ່ວນໄປລືມຄວາມເສົ້າ ເອົາກໍາລັງໃຈໃຫ້ ທີມໃດຫາກເຕະເກັ່ງ ຍາດຊີງເສັງແຂ່ງໄດ້ ຂັນຄວາມກ້າແຫ່ງຢູໂຣບ ນັ້ນແລ້ວ @ວິມາດອກບົວແກ້ວ

ຍຸກດິຈິຕອນ ຄົນແມ່ນໃຈກາງ.

ຍຸກດິຈິຕອນ ຄົນແມ່ນໃຈກາງ. Digitalisierung sinnvoll nutzbar machen. (ບົດກອນ ແບບກອນອ່ານປູ່ປາງຄໍາ) ຍຸກສະໄໝປ່ຽນກ້າວ ເດີນຜ່ານໄປໄວ ເຕັກນິກໄກ ເດັ່ນສູງໄປໜ້າ ໃຜໄປຊ້າ ວິຊາການຕໍ່າ ນໍາບໍ່ໄດ້ ເຂົາກ້າວດ່ວນໄກ ແທ້ແລ້ວ ສັງຄົມ ຫາແຕ່ໃຊ້ ຂອງເພິ່ນເມືອງເຂົາ ຂາດຂອງເຮົາ ແຕ່ງປຸນແປງຂຶ້ນ ມີທຶນໜ້ອຍ ປັນຍາຍັງຕໍ່າ ທໍາແຕ່ໄດ້ ພໍແລ້ວແຕ່ວັນ ບໍ່ດີແລ້ວ ເຂົາເຮັດ ການປ່ຽນປີ້ນ ຫັນໃສ່ເຕັກນິກ ມີພິກໄຫວ ຊ່ວຍຄົນທໍາສ້າງ ຫາທາງກ້າວ ປັບປຸງແປງໃຫມ່ ຊູຊ່ວຍໃຫ້ ນໍາໃຊ້ທ່າແຮງ ແທ້ນ່າ ດິຈິຕອນ ພວມແລ່ນກ້າວ ເປີດປ່ອງແນວຄິດ ວິທະຍາປະດິດ ເຄື່ອນໄຫວເອງໄດ້ ຍົນຍານໃຊ້ ສະໝອງທຽມຄິດຊ່ວຍ ດຸເດັ່ນດ້ວຍ ງານສ້າງຄ່າສູງ ເຈົ້າເອີ້ຍ ຄົນເຂົາ ຮຽນຮໍ່າຮູ້ ເຫລິກເຊິ່ງເຖິງຖອງ ເຮັດທົດລອງ ເລັ່ງຫາທາງກ້າວ ຄິດຍາວໄວ້ ເຫັນໄກຍຸກໃໝ່ ໃນຕໍ່ໜ້າ…

ລົດໄຟລາວ ສັງກາດໃຫມ່ ໃນປະຫວັດສາດ – ສອງທັນວາ 2021

ລົດໄຟລາວ ສັງກາດໃຫມ່ ໃນປະຫວັດສາດ – ສອງທັນວາ 2021 (ປະກອບບົດກອນ ແບບກອນອ່ານປູ່ປາງຄໍາ) Die erste China-Laos-Eisenbahn ein Abschnitt der Seidenstraße mit einer Höchstgeschwindigkeit von 160 km/h zwischen Kunming und der Hauptstadt Vientiane von Laos wird am 02. Dezember 2021 eröffnet. Sie ist 414 km lang und führt über 198 km in Tunneln und 62 km über Brücken, Baukosten etwa 5,7…

ຜ່ານທຸກຫາຄວາມສຸກ.

ຜ່ານທຸກຫາຄວາມສຸກ. (ອອນຊອນ ໄດ້ເຫັນ ແລະ ຟັງສຽງນົກເຂົາ ຮ້ອງເປັນຄູ່ກັນ ຢູ່ເທິງຫລັງຄາເຮືອນ) Never be Lonely! ນົກເຂົາທອງຊ່າງຮ້ອງ ສຽງຄ່ອງນວນຫູ ຄືມີຄູຮຽນສອນ ຊ່ວຍວອນຂັນເວົ້າ ຟັງສຽງເວົາເວົາຈ້ອນ ຄວນຄອນຫາໝູ່ ບິນໄກຊອກຄູ່ຊ້ອນ ຄຽງຂ້າງຮົ່ມດຽວ ເຈົ້າເອີ້ຍ ເຂົາທອງມີຄູ່ແລ້ວ ແປງບ່ອນຮວງຮັງ ມີຄວາມຫວັງເປັນສຸກ ຊື່ນບານເມືອໜ້າ ພາກັນຖະໜອມຕຸ້ມ ສາຍໃຈຜູກແກ່ນ ສາຍແມນມາແຕ່ຟ້າ ພັນກ້ຽວບໍ່ມາຍ ແທ້ແລ້ວ ແປງຮວງຮັງບໍ່ແລ້ວ ຝົນລັ່ງເທລົງ ດົງດອນກາຍເປັນຕົມ ປ່າເລົາທາວຫລົ້ມ ລົມພັດຮັງຖືກມ້າງ ປິວໄປຄົນແຫ່ງ ເສັຍແຮງພຽນກໍ່ສ້າງ ຫລາຍມື້ຜ່ານມາ ແທ້ນ່າ ຊີວິດມີເທື່ອໂອ້ ຕົກຕໍ່າລົງຂຸມ ຈໍາເປັນສຸມພະລັງ ຜ່ານໂພຍໄພສູ້ ມອງດູໄປທາງໜ້າ ຄິດຫາວັນໃໝ່ ຕັດສິນໃຈແກ່ນແໜ້ນ ຄົງ ສົມແມ້ງດັ່ງໝາຍ ແທ້ແລ້ວ @ວິມາດອກບົວແກ້ວ

ໃນປະຈຸບັນ ຢູ່ໃນຫລາຍໆປະເທດ ຄວາມຮຸນແຮງເປັນອັນຕະລາຍຂອງໂຄວິດໄດ້ຫລຸດຜ່ອນລົງຫລາຍ

ໃນປະຈຸບັນ ຢູ່ໃນຫລາຍໆປະເທດ ຄວາມຮຸນແຮງເປັນອັນຕະລາຍຂອງໂຄວິດໄດ້ຫລຸດຜ່ອນລົງຫລາຍ ແຕ່ການສືບຕໍ່ປ້ອງກັນ ແລະ ສັກຢາ ຍັງເປັນບັນຫາສໍາຄັນຕ້ານໂຄວິດທີ່ຈະສາມາດລະບາດຄືນໃໝ່ໄດ້ໃນລະດູໜາວຕໍ່ໜ້າ. ການໂຍະຍານເປີດກັບຄືນສູ່ສະພາບເດີມເປັນກ້າວໆໄປ ກໍແມ່ນຄວາມຈໍາເປັນ ໃຫ້ແກ່ບັນຍາກາດ ຊີວິດຈິດໃຈຂອງຄົນໃນສັງຄົມ. ພ້ອມກັນສືບຕໍ່ຍົກບັດຂຽວຕ້ານໂຄວິດ. ເຂັມນຶ່ງແລ້ວ ເຂັມຕໍ່ເຕັມສອງ ກັນໂຄວິດ ຜ່ອນໂພຍໄພຮ້າຍ ໄປມາໄດ້ ເປີດໃຈຫາຍຫ່ວງ ເພາະເພິ່ນເວົ້າ ຢາຕ້ານຊ່ວຍຊູ ວ່ານ່າ ປວງຊົນ ໃຈຕໍ່ຕັ້ງ ເປີດປ່ອຍຄືນມາ ການພົວພັນ ຢ່ອງຢາມເຫັນໜ້າ ສໍາຄັນແທ້ ຈິດໃຈເປັນຫ່ວງ ພົບບໍ່ໄດ້ ດົນແລ້ວງ່ວມເຫງົາ ເຈົ້າເອີ້ຍ ປີປາຍ ກາຍຜ່ານພົ້ນ ເໝືອນດັ່ງນອນຝັນ ຕົກໃນ ປາງມືດມົວ ໝູ່ມານຄອງບ້ານ ຈັບຄົນໄຫວ້ ບະສວງຜີປ່າ ປະຊາ ຫາຊ່ອນຫລີ້ ໜີບ້ານຫ່າງເມືອງ ແທ້ແລ້ວ ຍາມເມື່ອ ນອນຕື່ນຂຶ້ນ ຄົນຊື່ນໄປມາ ໄດ້ຍິນ ສຽງຫົວດັງ ອ່ອນຫວານຈາເວົ້າ ໃຜວ່າ ລາວເຮົາເສົ້າ ຜິດຄວາມເຂົາກ່າວ ໂຄວິດ ກາຍຜ່ານພົ້ນ ແຕງໂປ້ໜ່ວຍປາຍ…

ຍາດກັນເຂົ້າສັກຢາ ຫລາຍບ່ອນບໍ່ເປັນລະບຽບ ເປັນຫ່ວງການຕິດເຊື້ອ ແລະ ເສັຍຊື່ສຽງ ທີ່ຄວນແກ້.

ຍາດກັນເຂົ້າສັກຢາ ຫລາຍບ່ອນບໍ່ເປັນລະບຽບ ເປັນຫ່ວງການຕິດເຊື້ອ ແລະ ເສັຍຊື່ສຽງ ທີ່ຄວນແກ້. ເຫັນປະຊາອັ່ງຫລົ້ນ ເປັນໝູ່ເນືອງນັນ ຍາດແຊງກັນ ແຂ່ງໂຕຊີງເຂົ້າ ຟັງສຽງເວົ້າ ໂວຍວາຍແຕກຕື່ນ ປືນແຊ່ງໜ້າ ເຖິງເຈົ້າທ່ານໝໍ ພຸ້ນແລ້ວ ຄຶດວ່າ ງານຊໍ່ຟ້າ ປາງໃຫຍ່ບຸນຫລວງ ຄົນທັງປວງ ແຮ່ແຫນໂຮຮ້ອງ ສະຫລອງເຊີ້ງ ຄອງລາວແບບເກົ່າ ຄິດວ່າ ຫລຸດຜ່ອນແລ້ວ ເຊົາເຕົ້າມ່ວນກັນ ລະນາ ໂຄວິດ ຕິດແຜ່ເຊື້ອ ຄົນຕ່າງເກງກົວ ມົວເມົາຄິດ ບໍ່ມີທາງແກ້ ຂໍແຕ່ໄດ້ ສັກຢາເປັນໃຫຍ່ ໃຜກ່າວເວົ້າ ສຸດແລ້ວບໍ່ເກງ ວ່າເດ້ ພາບພົດ ເຜີຍແຜ່ໂລກ ລາວຊ່າງເປັນໄປ ຂາດວິໃນ ຕ່າງເຂົາເຫລືອຫລົ້ນ ຄົນເຄີຍເວົ້າ ລາວຄອງຮີດຄ່ອງ ປອງດອງຕຸ້ມ ສັງປີ້ນໃໝ່ໄປ ແທ້ເດ້ ຄິດຮໍ່າທ້ອນ ທຸກທ່ານທັງຫລາຍ ອະທິປາຍ ຊ່ວຍກັນເປັນເຈົ້າ ເອົາຕົວຕັ້ງ ປຶກສາກັນກ່ອນ ຜັນຜ່ອນໃຫ້ ເປັນຖ້ຽວຕໍ່ກັນ ດີບໍ່…

ຟັງເຫດຟັງຜົນ ເຊື່ອໝັ້ນວິທະຍາຊາດ.

ຟັງເຫດຟັງຜົນ ເຊື່ອໝັ້ນວິທະຍາຊາດ. ສັກຢາຕ້ານໂຄວິດ ຕ້ານແນວຄິດຄອນແຄນ. ຄົນເຮົາ ຈິດໃຈສຸດອັ່ງຮ້ອນ ນອນນັ່ງບໍ່ເປັນສຸກ ເກີດມີຫລາຍແນວຄິດ ແຕ່ບໍ່ຕັດສິນໄດ້ ຖືກຜິດຄວາມເຫັນກ້ວາງ ຫລາຍຄົນພາກັນກ່າວ ປົກປິດຫລືລັບຊ້ອນ ຈະຟັງກໍ້າຝ່າຍໃດ ເດ້ນໍ ບາງຄວາມເຫັນກ່າວເວົ້າ ຄືປິດບ່ຽງຄວາມຈິງ ຢາວັກຊິນເປັນຜິດ ແກ່ຍາວດົນໄປຫນ້າ ນາຍທຶນຫາທາງຄ້າ ການຢາກໍາໄລຮ່ວມ ເຂົາທໍາການແຕ່ງປັ້ນ ຄົນເຮົາຢ້ານຕື່ນກົວ ວ່ານ່າ ຖືກຫລືຜິດບໍ່ຮູ້ ຫາງສຽງຕໍ່ຕໍາກັນ ວິທະຍາສາດຍົກ ຮ່າງປະເດັນຫລາຍເລື້ອງ ຄົນຟັງຍັງອຸກແຄ້ນ ຢາດີຫລືຢາຊົ່ວ ໃຜຈະມາຊ່ວຍປ້ອງ ຫາກເປັນເປັ້ຍລ່ອຍຕາມ ຄວາມເກງກົວຢ່ອນຢ້ານ ພາຄົນຕື່ນຕາມກັນ ປົບຫນີໂຄໂຣນາ ຢູ່ໃສຍັງກົວຢ້ານ ຕິດເຊື້ອຫມໍປົວໄດ້ ຄືນຫາຍດີໃຄແດ່ ແພດຫມໍຫາກເກັ່ງແທ້ ປົວຄົນໄດ້ອຸ່ນໃຈ ແທ້ແລ້ວ ຢ້ານຫລາຍຫລືບໍ່ຢ້ານ ບັນຫາແຫ່ງແນວຄິດ ຈໍາກັດຫລາຍພາໂຊ ປ່ວຍໃຈກາຍເປັນເສົ້າ ຄົນອຶດຫິວຫາຊື້ ເງິນຫມົດຖົງງານວ່າງ ໃຜຈະມາຊ່ວຍແກ້ ຍັງດົນແທ້ຕື່ມເດືອນ ແທ້ບໍ່ @ວິມາດອກບົວແກ້ວ

ຂໍໃຫ້ປະຊາຊົນພີ່ນ້ອງໄຊຍະບູຣີຈົ່ງພົ້ນໄພ!

ຂໍໃຫ້ປະຊາຊົນພີ່ນ້ອງໄຊຍະບູຣີຈົ່ງພົ້ນໄພ! Überschwemmung in Sayabouri Laos. ເຫັນຂ່າວ ຝົນລັ່ງຍ້ອຍ ຕົກຮໍ່າລິນລົງ ໄຊຍະບູຣີ ເຮັ່ງແຮງດຽວນີ້ ນໍ້າຂຶ້ນ ກໍາລັງຖ້ວມ ຂອງກາຍຕາຝັ່ງ ໄຫລສູ່ບ້ານ ກາຍເຂົ້າສູ່ເມືອງ ແທ້ແລ້ວ ຄົນເຮັ່ງຟ້າວ ຈັດແຈ່ງກັນໜີ ໄປອາໃສ ທີ່ສູງກັນນໍ້າ ງົວຄວາຍພ້ອມ ສັດສາວາສິ່ງ ຂອງເຄື່ອງໃຊ້ ພໍໄດ້ຫົ່ມກາຍ ເຈົ້າເອີ້ຍ ຂອງເອີ້ຍ ຫລຸດຜ່ອນເຖີ້ນ ຕົກຕໍ່າຖອຍລົງ ມີຫຍັງຂັດ ກໍ່ຜິດໃຈເຈົ້າ ຂໍຈົ່ງ ໂຍະຍານໃຫ້ ຊາວໄຊທຸກສິ່ງ ທຸກຍິ່ງຊໍ້າ ໃຜສ້າງກໍ່ກັມ ເດ້ນໍ ຂໍກ່າວເວົ້າ ຝາກສົ່ງແຮງໃຈ ໄຊຍະບູຣີ ຜ່ານໄພດີໄດ້ ປອດໄພເຖີ້ນ ຊັບສິນທຸກຢ່າງ ທາງການ ຄົງຊ່ວຍຄໍ້າ ຄືນສ້າງຊ່ວຍຊູ ດ້ວຍເຖີ້ນ @ວິມາດອກບົວແກ້ວ ຮູບຈາກເພື່ອນເຟດ

ອາກາດຮ້ອນ ຫາທ່ຽວຊົມສວນ.

ອາກາດຮ້ອນ ຫາທ່ຽວຊົມສວນ. Wir hoffen auf eine gute Ernte. ມື້ນີ້ ແສງຕາເວັນສ່ອງຟ້າ ຮຽມຫາຍ່າງໃນສວນ ພຶກສາຊວນເຊີຍຊົມ ເບັ່ງບານມີລົມຕ້ອງ ແສງສີທອງໃສແຈ້ງ ພາກາຍໃຈສົດຊື່ນ ມາລາບານເບັ່ງຂຶ້ນ ຢືນຊີງຊ້ອນແຂ່ງກັນ ເຈົ້າເອີ້ຍ ແສງຕາເວັນຊ່ວຍໃຫ້ ພຶກສາຊື່ນບານໃບ ໄກສອນປິວຕາມລົມ ຫລົ່ນລົງຢາຍຕາມພື້ນ ຫລຽວຄືນຫລັງເຫັນຕົ້ນ ແອບເປິນສູງກົກໃຫຍ່ ດອກຂາວເຕັມງ່າໄມ້ ມີລົມຕ້ອງກິ່ນຫອມ ແທ້ແລ້ວ ແນມເຫັນແມງພູ່ເຜິ້ງ ບິນຕອມໃຕ່ໄປມາ ຫາເກສອນຂອງຫວານ ສົ່ງສຽງອອນຊອນແທ້ ເຫລາະລຽບຕາມແຈຮົ້ວ ມາລາຢາຍເກາະກ່າຍ ມີຫລາຍສີຊື່ນຊ້ອຍ ຕາຊົມແລ້ວຊື່ນໃຈ ແທ້ເດ້ ໃຈປະສົງຕໍ່ຕັ້ງ ແອບເປິນໃຫຍ່ດົກໜາ ການເວລາສາມເດືອນ ຜ່ານໄປຄົງເຫັນໄດ້ ຈະມີຜົນຫລາຍໃຫ້ ລໍຟັງການເກັບກ່ຽວ ໃຈຮຽມເດັດດ່ຽວໝັ້ນ ຄົງສົມໄດ້ດັ່ງຫວັງ ແທ້ແລ້ວ @ວິມາດອກບົວແກ້ວ

ໝູ່ເຜິ້ງອົບພະຍົບ ມາລີ້ໄພຢູ່ສວນ –

ໝູ່ເຜິ້ງອົບພະຍົບ ມາລີ້ໄພຢູ່ສວນ – Asyl-Bienen. ເປັນຫຍັງນໍ ຝູງໝູ່ເຜິ້ງ ຈຶ່ງໜີບ່ອນເຄີຍເນົາ ບິນໄກ ຫາຮວງຮັງ ໃໝ່ແທນເຊົາຢັ້ງ ໃຜນໍ ຫລຸກລາມເຈົ້າ ກວນຮັງແຕກຕື່ນ ຈໍາເປັນ ໜີເພິ່ງໜ້າ ຫາຊົ້ນໃໝ່ແທນ ເຈົ້າເອີ້ຍ ຫລາຍຊີວິດ ໂຮມຮ່ວມເຂົ້າ ເປັນນຶ່ງໃຈດຽວ ເຖິງວ່າ ມີໂພຍໄພ ບໍ່ຍອມຖອຍກ້າວ ພ້ອມກັນ ຮັກສາເຊື້ອ ໃຈດຽວເປັນໝູ່ ແມ່ນວ່າ ໄພເຮັ່ງຮ້ອນ ທົນສູ້ຮ່ວມກັນ ເຈົ້າເອີ້ຍ @ວິມາດອກບົວແກ້ວ