ເວົ້າສູ່ກັນຟັງ: ການປະທ້ວງທີ່ປະເທດມຽນມາ (ໃນເມື່ອກ່ອນເອີ້ນວ່າ ພະມ້າ)

ເວົ້າສູ່ກັນຟັງ: ການປະທ້ວງທີ່ປະເທດມຽນມາ (ໃນເມື່ອກ່ອນເອີ້ນວ່າ ພະມ້າ) ພາຍຫລັງທີ່ ອໍານາດການທະຫານ ໄດ້ເຮັດລັດທະປະຫານຍຶດອໍານາດ ໃນວັນຈັນອາທິດແລ້ວນີ້ ແລະ ຈັບຕົວ ທ່ານນາງ ອວງ ສັນ ຊູກີ ຫົວຫນ້າລັດທະບານ ທັງເປັນຫົວຫນ້າພັກ ສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ພ້ອມດ້ວຍ ນັກການເມືອງສໍາຄັນຂອງພັກຫລາຍຄົນ. ພັກກໍາລັງການທະຫານ ໄດ້ກ່າວຫາວ່າ ການເລືອກຕັ້ງ ໃນເດືອນ 11.2020 ທີ່ພັກຂອງ ອວງ ສັນ ຊູກີ ໄດ້ຮັບຄະແນນສູງ ຊະນະການເລືອກຕັ້ງ ວ່າບໍ່ເປັນຄວາມຈິງມີການສໍ້ງໂກງຄະແນນ ແຕ່ ການຕູ້ຫານັ້ນຍັງບໍ່ມີຫລັກຖານໃດໆ. ນອກຈາກນັ້ນ ທ່ານນາງ ອວງ ສັນ ຊູກີ ຍັງຖືກກ່າວຫາວ່າ ມີການທໍລະຍົດຕໍ່ຊາດ ທີ່ຈະຕ້ອງຖືກນໍາຂຶ້ນສານ ໃຫ້ຖືກປະຫານຊີວິດ ຫລື ຈໍາຂຸກຕະຫລອດຊີວິດ. ມາເຖິງປະຈຸບັນ ປະຊາຊົນ ໃນຕົວເມືອງຫລວງ ລັງກູນ ໂດຍສະເພາະແມ່ນກໍາລັງຊາວຫນຸ່ມ ເປັນຈໍານວນຫລາຍກວ່າສິບພັນຄົນ ໄດ້ພ້ອມກັນເດີນຂະບວນ ທວງໃຫ້ກໍາລັງທະຫານ ປ່ອຍຕົວ ທ່ານ ນາງ…

ຊວນ​ຄິດ​ໃນ​ວັນ​ອາ​ທິດ ຄວາມ​ດຸ​ຫມັ່ນ​ເຮັດ​ໃຫ້​ຄົນ​ເຮົາ ພົ້ນ​ທຸກ​ໄດ້​ແທ້​ບໍ່?

ຊວນ​ຄິດ​ໃນ​ວັນ​ອາ​ທິດ ຄວາມ​ດຸ​ຫມັ່ນ​ເຮັດ​ໃຫ້​ຄົນ​ເຮົາ ພົ້ນ​ທຸກ​ໄດ້​ແທ້​ບໍ່? ສຸ​ພາ​ສິດ​ລາວ​ເຮົາ​ທີ່​ທຸກ​ຄົນ​ຄົງ​ຮູ້​ດີ ໄປ​ຢຽບ​ຫມາ​ມາ​ຢຽບ​ຂຽດ ຄໍ່າ​ບໍ່​ໄດ້​ຢືນ​ຄືນ​ບໍ່​ໄດ້​ຢູ່ ສ່ອງແສງໃຫ້ພວກ​ເຮົາຮູ້ໄດ້ວ່າ ຄົນ​ລາວ​ເຣົາ​ເປັນ​ຄົນ​ດຸ​ຫມັ່ນ ວິ້ງ​ເຕັ້ນ​ຊອກ​ຢູ່​ຫາ​ກິນ ລ້ຽງ​ຕົນ​ເອງ​ ແລະ​ ຄອບ​ຄົວ ບໍ່ໄດ້ຢູ່ບໍ່ໄດ້ເຊົາ ມາຕະຫລອດ ທີ່ເອີ້ນກັນວ່າ ເຮັດດ້ວຍຄວາມດຸຫມັ່ນນັ້ນເອງ. ຊາວ​ນາ ແລ້ວ​ນາ ກໍ​ຫາ​ທາງ​ປູກ​ຜັກ​ຂາຍ ພະ​ນັກ​ງານ​ເລີກ​ຈາກ​ໂມງ​ການ​ແລ້ວ​ກໍ​ຫາ​ເຮັດ​ວຽກ​ເພີ້ມ ໄປ​ສອນ​ເພີ້ມ ຫລື ເປີດ​ກະ​ລິ​ນິກສ່ວນຕົວຍາມແລງ ເປັນ​ທີ່​ຮູ້​ກັນ​ດີ ໃນ​ສັງ​ຄົມ​ລາວ​ເຮົາ. ຄໍາຖາມມີຢູ່ວ່າ: ຄວາມດຸຫມັ່ນດັ່ງກ່າວ ມັນໄດ້ເຮັດໃຫ້ຄົນເຮົາພົ້ນທຸກ ສົມບູນພູນສຸກໄດ້ແທ້ບໍ່? ຄໍາຕອບກໍມີຢູ່ວ່າ: ຄວາມດຸຫມັ່ນ ສາມາດຊ່ວຍເຮັດໃຫ້ຄົນມີກິນມີຢູ່ ແລະ ຮັ່ງມີເປັນດີໄດ້. ແຕ່ ຄົນດຸຫມັ່ນຈໍານວນຫລວງຫລາຍ ຍັງທຸກຕາມເດີມກໍມີທົ່ວໄປ. ຄໍາຖາມມີຢູ່ວ່າ ເປັນຫຍັງ ຜູ້ດຸຫມັ່ນແທ້ ແຕ່ຍັງທຸກຕາມເດີມ? ຄໍາຕອບມີຢູ່ວ່າ: ມີແຕ່ຄວາມດຸຫມັ່ນພຽງຢ່າງດຽວເທົ່ານັ້ນ ຈະບໍ່ສາມາດເຮັດໃຫ້ຄົນຮັ່ງມີໄດ້. ຫມາຍຄວາມວ່າ ມີ “ຄວາມດຸຫມັ່ນ“ ແຕ່ສິ່ງທີ່ຕົນເຮັດບໍ່ມີ “ຜົນກະທົບດີ“ ຫລື ບໍ່ມີຄຸນຄ່າເກີດຂຶ້ນ ກໍຈະເຮັດໃຫ້ຄວາມດຸຫມັ່ນນັ້ນ ບໍ່ມີຄວາມຫມາຍ ບໍ່ນໍາພາໄປສູ່ “ຜົນສໍາເຫລັດ“.…

ບາງຂໍ້ມູນ ກ່ຽວກັບກາານບໍລິການທາງດ້ານລົດໄຟ ໃນປະເທດເຢັຍລະມັນ.

ບາງຂໍ້ມູນ ກ່ຽວກັບກາານບໍລິການທາງດ້ານລົດໄຟ ໃນປະເທດເຢັຍລະມັນ. ປະເທດເຢັຍລະມັນ ມີ – ພົນລະເມືອງ 83,24 ລ້ານຄົນ (ແປດສິບສາມຈຸດຊາວສີ່ ລ້ານ) – ພື້ນທີ່ 357.386 ກິໂລແມດມົນທົນ (ສາມຮ້ອຍຫ້າສິບເຈັດພັນ ສາມຮ້ອຍແປດສິບຫົກ ກິໂລແມດມົນທົນ) – ເມືອງຫລວງ ແບກລີນ – ແບ່ງອອກເປັນ 16 ລັດ – ປະທານປະເທດ ທ່ານ ຝະຣັງ ວານເຕີ ສະຕ່າຍມາຍເອີ – ນາຍົກ ໂອລັບ ໂຊນ – ລາຍຮັບຮວມແຫ່ງຊາດ ຕໍ່ຫົວຄົນ/ປີ 55.220Dollar (ຫ້າສິບຫ້າພັນ ສອງຮ້ອຍຊາວ ໂດລາ) ບາງຂໍ້ມູນກ່ຽວກັບຖຸລະກິດລົດໄຟ: – ບໍລິສັດລົດໄຟເຢັຍລະມັນ ເປັນບໍລິສັດຫລັກຊັບມະຫາຊົນ ນັບຕັ້ງແຕ່ໄດ້ຖືກສ້າງຕັ້ງຂຶ້ນໃນປີ 1994 ເປັນກໍາມະສິດ ຮ້ອຍເປີເຊັນຂອງລັດຖະບານ. – ບໍລິສັດລົດໄຟເຢັຍລະມັນ ເປັນບໍລິສັດ ໂມບີລີຕີ ແລະ…

ໂອ້ເມືອງລາວ ດິນແດນພໍ່ແມ່ຂ້ອຍ ສຸດກວ້າງໃຫຍ່ໄພສານ

ໂອ້ເມືອງລາວ ດິນແດນພໍ່ແມ່ຂ້ອຍ ສຸດກວ້າງໃຫຍ່ໄພສານ ດົນນານມາລືນາມ ຊື່ລາວດັງໄກກ້ອງ ລໍາຂອງຍາວເໜືອໃຕ້ ໄຫລລົງແສນສະງ່າ ຊົນເຜົ່າລາວທົ່ວຫນ້າ ຮັກຫອມບ້ານມິ່ງເມືອງ ແທ້ແລ້ວ ພາກເໜືອພູໃຫຍ່ຕັ້ງ ຕິດຕໍ່ກັນສູງຊັນ ຕາມສັນພູເທິງດອຍ ປ່າປົກບັງລຽນລ້ອມ ທາງຮອມປີນໄປຂຶ້ນ ກາຍດົງດອນແດນປ່າ ສັກກູນາເປັ່ງຮ້ອງ ສຽງດັງກ້ອງທົ່ວດົງ ເຈົ້າເອີ້ຍ ພູເບັ້ຍຢືນຊໍ່ຟ້າ ລາຊາແຫ່ງຄວາມສູງ ຝູງມານຍິງທໍາລາຍ ເມື່ອປາງສົງຄາມຮ້າຍ ກາຍເປັນພະຍານໄວ້ ປະຊາລາວແຂງແກ່ນ ຕົກທຸກແສນເຮັ່ງຮ້ອນ ພາກັນສູ້ບໍ່ຍອມ ແທ້ແລ້ວ ພູຜາເປັນທີ່ຊ້ອນ ການນໍາແຫ່ງປະຕິວັດ ຈັກ​ກະ​ພັດ​ທຳ​ລາຍ ໄລ່​ຍິງ​ດັບ​ສູນ​ສ້ຽງ ເຫັນ​ພຽງ​ເງົາມັນ​ຖິ້ມ ກະ​ສຸນ​ປືນ​ຍິງ​ໃສ່ ພົງໄພ​ທັງ​ປ່າ​ໄມ້ ຫາກກັນ​ໄວ້ຊ່ວຍ​ຊູ ເຈົ້າເອີ້ຍ ໃນດົງຫລວງປ່າໄມ້ ລໍາໃຫຍ່ສູງລຽງລາຍ ຢຽດຢາຍຕາມກັນໄປ ຊື່ນຊົມສະອອນແທ້ ຕາແລຫລຽວເຫັນໄມ້ ແຄນຄູນຈວງຈັນດູ່ ອາຍຸສູງກວ່າຮ້ອຍ ຫລາຍປີແທ້ແກ່ເກີນ ແທ້ແລ້ວ ຕາດຕົກລົງຫວ່າງຖໍ້າ ທາລາລັ່ງໄຫລລິນ ສຽງດັງຍິນຕາມເຫວ ທັ່ງລົມຕີຕາມຕ້ອງ ເຢັນຟອງລົມພັດຜ້າຍ ຕໍາກາຍໃຈສົດຊື່ນ ມາຢືນແລລໍ້າຢ້ຽມ ສຸດງາມລໍ້າລື່ນຝັນ ເຈົ້າເອີ້ຍ…