ໂຮງຮຽນມູນລະປະຖົມໂພນແຮ່ບ້ານເກິນ

ໂຮງຮຽນມູນລະປະຖົມໂພນແຮ່ບ້ານເກິນ ໄດ້ຮັບການຊ່ວຍເຫລືອນັບແຕ່ປີ 1997 ເປັນຕົ້າມາ ໃນເບື້ອງຕົນ ແມ່ນຈາກຄອບຄົວວິມາລາວົງ ຕໍ່ມາ ໂຮງຮຽນເມືອງແອກຟອດ ປະເທດເຢັຍລະມັນໄດ້ປະກອບສ່ວນຊ່ວຍເຫລືອທຶນຮອນຈໍານວນຫລວງຫລາຍ ໃນການສ້ອມແປງກໍ່ສ້າງ ໃນແຕ່ລະປີຈົນມາເຖິງປະຈຸບັນ ເປັນການພົວພັນແບບແຮກສ່ຽວຂອງສອງໂຮງຮຽນ. ຄູສອນຈາກເຢັຍລະມັນໄດ້ມາຢ້ຽມຢາມໂຮງຮຽນບ້ານໂພນແຮ່ ແລະ ຄູສອນຈາກໂຮງຮຽນໂພນແຮ່ ກໍຖືກເຊີນໄປທັດສະນະສຶກສາຢູ່ເຢັຍລະມັນ ທັງຫມົດໄດ້ກາຍເປັນຄວາມຮັກແພງສາມັກຄີກັນມາໄດ້ດີຕະຫລອດ. ໃນບໍ່ດົນມານີ້ ຂ້າພະເຈົ້າເອງ ໄດ້ຮັບຂ່າວຈາກຍາດມິດທາງບ້ານເກິນວ່າ ໂຮງຮຽນໄດ້ຖືກຜົນກະທົບຈາກໂຄງການ ທີ່ຈະກໍ່ສ້າງເດີນບິນບ້ານເກິນຄືນໃຫມ່ ແຕ່ບໍ່ຮູ້ລະອຽດກ່ຽວກັບໂຄງການດັ່ງກ່າວວ່າໃຜຮັບຜິດຊອບ. ພ້ອມດຽວກັນນັ້ນກໍໄດ້ຮັບຂ່າວຈາກຫົວຫນ້າແນວໂຮມບ້ານໂພນແຮ່ ບອກໃຫ້ຮູ້ວ່າ ໂຄງການໄດ້ຕີລາຄາ ຄ່າຊົດເຊີຍໂຮງຮຽນ ແລະ ທີ່ດິນແລ້ວ ແລະ ມອບເງິນໃຫ້ແກ່ເມືອງທຸລະຄົມ ແລະ ໄດ້ມີການແບ່ງປັນກັນໃຫ້ແກ່ພາກສ່ວນຕ່າງໆຂອງເມືອງແລ້ວ (ມີເອກກະສານ ຈາກຄະນະອໍານວຍການ ແລະ ແນວໂຮມບ້ານໂພນແຮ່ ຍື່ນເຂົ້າ ຂາເຂົ້າຂາອອກຂອງກະຊວງສຶກສາໃນວັນທີ 23.11.2021 ຜ່ານມາ). ຫມາຍຄວາມວ່າ ຈະບໍມີການປຸກສ້າງໂຮງຮຽນຫລັງໃຫມ່ຂຶ້ນແທນແຕ່ຢ່າງໃດ ຊຶ່ງຕ້ານຕໍ່ຈຸດປະສົງຂອງປະຊາຊົນ ກໍຄືພໍ່ແມ່ນັກຮຽນບ້ານໂພນແຮ່. ຂ້າພະເຈົ້າເອງເມື່ອໄດ້ຮັບຂ່າວກໍໄດ້ມີການປຶກສາຫາລືກັບຄະນະອໍານວຍການແລະ ຄູອາຈານສອນ ທີ່ເມືອງແອກຟອດ ແລະ ໄດ້ຕົກລົງເປັນເອກກະພາບກັນວ່າ ສະເຫນີໃຫ້ມີການປຸກສ້າງໂຮງຮຽນຫລັງໃຫມ່ຂຶ້ນແທນ ດ້ວຍເງິນທີ່ໂຄງການຊົດເຊີຍໃຫ້ ເພາະຍັງມີຈຸດປະສົງ ຢາກສືບຕໍ່ການຊ່ວຍເຫລືອຕ່າງໆສືບຕໍ່ໄປ. ພ້ອມດຽວກັນນັ້ນ…