ບາງຮູບພາບແຫ່ງຄວາມຊົງຈໍາ ພາໃຫ້ຄິດເຖິງອານາຄົດ

ບາງຮູບພາບແຫ່ງຄວາມຊົງຈໍາ ພາໃຫ້ຄິດເຖິງອານາຄົດ ຂອງໂຮງຮຽນສົມບູນສຶກສາໂພນແຮ່ບ້ານເກິນ ໃນເມື່ອກ່ອນຕັ້ງແຕ່ ປີ 1997 ເປັນຕົ້ນມາ ຈົນເຖິງປະຈຸບັນ ໂຮງຮຽນບ້ານໂພນແຮ່ ໄດ້ມີການປ່ຽນແປງຫລາຍຢ່າງ ດ້ວຍການຊ່ວຍເຫລືອ ຈາກຄອບຄົວວິມາລາວົງ(ໃນເບື້ອງຕົ້ນ) ແລະ ຕໍ່ມາ ໄດ້ມີການສົມທົບທຶນການຊ່ວຍເຫລືອຢ່າງຫລວງຫລາຍປະກອບສ່ວນໃນການສ້ອມແປງກໍ່ສ້າງຕ່າງໆ ຈາກໂຮງຣຽນຂອງເມືອງແອກຟອດ ທີ່ປະເທດເຢັຍລະມັນ. ຕົນເອງພ້ອມດ້ວຍຄອບຄົວ ແລະ ຄູສອນຈາກເຢັຍລະມັນ ໄດ້ທຽວມາຢ້ຽມຢາມໂຮງຮຽນບ້ານເກິນ ບ້ານເກີດເມືອງນອນ ຈຶ່ງເຫັນໄດ້ຄວາມຕ້ອງການຕົວຈິງຂອງໂຮງຮຽນ ແລະ ໄດ້ຫາທາງຊ່ວຍເຫລືອຕະຫລອດມາ. ຄູສອນຈາກໂຮງຮຽນໂພນແຮ່ ກໍໄດ້ຖືກເຊີນໄປທັດສະນະສຶກສາຢ້ຽມຢາມໂຮງຮຽນທີ່ເຢັຍລະມັນ. ການພົວພັນທັງຫມົດໃນຜ່ານມາ ໄດ້ກາຍເປັນການຜູກຮັດຄວາມຮັກແພງ „ແບບແຮກສ່ຽວ“ ຂອງສອງໂຮງຮຽນຕະຫລອດມາ ຈົນເຖິງປະຈຸບັນ. ຍ້ອນໄດ້ຮັບຂ່າວ ວ່າໂຮງຮຽນສົມບູນສຶກສາໂພນແຮ່ບ້ານເກິນ ມີຜົນສະທ້ອນຈາກການຈະກໍ່ສ້າງເດີນບິນບ້ານເກິນຄືນໃຫມ່ ຊຶ່ງຈະເຮັດໃຫ້ ໂຮງຮຽນ ຖືກມ້າງ ໃນຕໍ່ຫນ້ານີ້ ແລະ ເສັຍທີ່ດິນໄປ. ເມື່ອໄດ້ຮັບຂ່າວດັ່ງກ່າວ(ເຖິງວ່າຍັງບໍ່ເປັນທາງການໃຫ້ຮູ້ນໍາກໍຕາມ!) ຕົນເອງພ້ອມດ້ວຍຄອບຄົວຍາດຕິພີ້ນ້ອງ ແລະ ບັນດາຄູອາຈານສອນຂອງໂຮງຮຽນເມືອງແອກຟອດ ປະເທດເຢັຍລະມັນ ສຸດທີ່ມີຄວາມເປັນຫ່ວງຕໍ່ອານາຄົດຂອງລູກຫລານ ຂອງຄູສອນ ແລະ ຂອງໂຮງຮຽນດັ່ງກ່າວ. ຍ້ອນຜູ້ຊ່ວຍເຫລືອ ທາງເຢັຍລະມັນ ຍັງມີຈຸດປະສົງ ຈະສືບຕໍ່ໃຫ້ການຊ່ວຍເຫລືອ ການສອນ…