ຕາມແນວຄິດໂຕເອງ ຢູ່ບ້ານເຮົາອາດຈະພາກັນຢ້ານຫລາຍໂພດບໍ? ມີແຕ່ຄວາມຢ້ານກໍເຮັດໃຫ້ຄົນບໍ່ສະບາຍໃຈໄດ້. ແນ່ນອນການປ້ອງກັນແມ່ນສໍາຄັນໃນເມື່ອການສັກຢາບ້ານເຮົາຍັງບໍ່ທົ່ວເຖິງກັນ. ໂຊກດີທີ່ສະພາບບ້ານເຮົາແຕກຕ່າງຫລາຍຈາກຕ່າງປະເທດ ເປັນຕົ້ນບໍ່ແອອັດກັນຫລາຍ. ການແຜ່ເຊື່ອສາມາດປ້ອງກັນໄດ້ ຖ້າທຸກຄົນເອົາໃຈໃສ່ ແລະ ເປັນເຈົ້າການໃນການປ້ອງກັນຕົວເອງ ແລະ ລັດຕ້ອງສ້າງເງື່ອນໄຂໃຫ້ຄົນສາມາດປ້ອງກັນຕົນເອງໄດ້ ເຊັ່ນຜ້າອັດປາກອັດດັງທີ່ເຊື່ອຖືໄດ້. ຕົວຢ່າງໃນເຢັຍລະມັນ ໃນເບື້ອງຕົ້ນລັດໄດ້ແຈກຢາຍຟີ ຜ່ານທາງໄປສະນີສົ່ງໃຫ້ ທຸກຄົນທີ່ມີອາຍຸນັບແຕ່ຫົກສິບປີຂຶ້ນໄປ ຕໍ່ມາລາຄາບໍ່ແພງທີ່ທຸກຄົນສາມາດຊື້ໄດ້ໃນຮ້າງຮ້ານຕ່າງໆ. ບັນຫາຕົ້ນຕໍໃນການຕ້ານຄວາມຢ້ານ ແມ່ນຊ່ວຍອະທິບາຍໃຫ້ຄົນທົ່ວໄປເຂົ້າໃຈວ່າ ການຕິດເຊື້ອມັນເກີດຂຶ້ນໄດ້ແນວໃດກັນແທ້? ແຕ່ລະຄົນ ຈະຕ້ອງເຮັດຫຍັງ? ເພື່ອບໍ່ໃຫ້ຕິດເຊື້ອ ແລະ ບໍ່ນໍາເຊື້ອໄປແຜ່ໃສ່ຜູ້ອື່ນ ກໍຄືຍາດຕິພີ້ນ້ອງຂອງຕົນເອງ. ເປັນທີ່ຮູ້ດີກັນວ່າ ການຕິດເຊື້ອໃນບ້ານເຮົາແມ່ນເກີດຂຶ້ນໃນການພົບປະຊຸມແຊວ ຮ່ວມສົ່ງສະການ ແລະ ອື່່ນໆ ແບບບໍ່ມີການປ້ອງກັນຕົວຢ່າງຖືກຕ້ອງ. ອັນທີ່ຮັບປະກັນແມ່ນ ຖ້າໃຊ້ຜ້າອັດປາກອັດດັງ ແລະ ຢູ່ຫ່າງກັນ ລ້າງມືລ້າງຫນ້າ ເຊື້ອມັນຕິດບໍ່ໄດ້. ດັ່ງນັ້ນທຸກຄົນຕ້ອງປະຕິບັດ ຖ້າອອກຈາກບ້ານໄປບ່ອນຊື້ຂາຍຕ້ອງໃສ່ຜ້າອັດປາກອັດດັງ ຕ້ອງຢູ່ຫ່າງກັນ ສອງແມດຂຶ້ນໄປ. ໃນບ່ອນຊື້ບ່ອນຂາຍ ເຈົ້າຂອງຮ້ານຕ້ອງເປັນເຈົ້າການ ໃຜບໍ່ປະຕິບັດບໍໃຫ້ເຂົ້າຮ້ານ ໃນຮ້ານມີຂີດເສັ້ນໃຫ້ຢືນຫ່າງກັນ. ຖ້າຮ້ານໃດບໍ່ປະຕິບັດຕ້ອງຮັບຮູ້ວ່າ ຫາກມີການກວດພົບຮ້ານນັ້ນຕ້ອງຖືກປັບໃຫມແລະສັ່ງປິດ ເຂັ່ງຄັດເຊັ່ນນີ້ຈຶ່ງຈະຮັບປະກັນ. ການສັກຢາທີ່ມີຕ້ອງໃຫ້ຖືກຢຸດເລັ່ງ ແລະ ປ້ອງກັນໃຫ້ຖືກຢຸດ ເຊັ່ນການກັກຫ້າມກວດກັນຕາມທ້ອງຖະຫນົນເຮັດໃຫ້ລົດແອອັດ ບໍ່ແມ່ນຈຸດເລັ່ງໃນການປ້ອງກັນການແຜ່ເຊື້ອ…