ພາຍຫລັງປະເທດຊາດຖືກປົດປ່ອຍ ແລະ ຖືກສ້າງຕັ້ງຂຶ້ນໃນປີ 1975 ບັນດາປະເທດສັງຄົມນິຍົມຕ່າງໆໃນຕອນນັ້ນ ໃນທຸກໂຂງເຂດແຕ່ອາຊີເຖິງຢູໂຣບຕາເວັນອອກຮອດລາຕ້າຍອາເມລິກາ ພ້ອມທັງອົງການຈັດຕັ້ງສາກົນຈໍານວນນຶ່ງ ໄດ້ໃຫ້ການຊ່ວຍເຫລືອຮັບເອົານັກຮຽນລາວໄປຮຽນຕໍ່ ເປັນຕົ້ນຢູ່ເຢັຍລະມັນ ເຂົ້າຊັ້ນຕົ້ນ ຊັ້ນກາງວິຊາຊີບ ແລະ ຊັ້ນສູງ ຈົນຮອດປີ 1989, ຫລັງຈາກບັນດາປະເທດສັງຄົມນິຍົມຢູໂຣບຕາເວັນອອກໄດ້ພັງທະລາຍລົງ ແລ້ວການຮັບເອົາກໍຖືກຢຸດຕິລົງ. ດັ່ງນັ້ນຍ້ອນການສຶກສາຈຶ່ງເຮັດໃຫ້ຄົນລາວເຮົານຸ່ມນ້ອຍໃນຕອນນັ້ນຕ້ອງໄດ້ເຫີນຫ່າງອອກຈາກປະເທດຊາດໄປຢູ່ຕ່າງປະເທດ ທີ່ລັດທະບານໄດ້ສົ່ງໄປຮຽນ ແລະ ທຸກຄົນລ້ວນແລ້ວແຕ່ມີຄວາມພູມໃຈ ແລະ ດີໃຈທີ່ໄດ້ໄປຮຽນຕໍ່ຕ່າງປະເທດ. ມາເຖິງປະຈຸບັນ ເວົ້າລວມ ອາດີດນັກສຶກສາໃນສະໃໝDDR ສ່ວນໃຫຍ່ຢູ່ລາວ ແມ່ນໄດ້ເຂົ້າສູ່ຊ່ວງໄລຍະບໍານານແລ້ວ. ອາດີດນັກສຶກສານັກຮຽນຮູ້ຄົນລາວ ທີ່ດໍາລົງຊີວິດຢູ່ເຢັຍລະມັນ ຄືດັ່ງ ນ້ອງສຸລັດໄດ້ເລົ່າເຖິງນັ້ນ ໄດ້ເຕີມໃຫຍ່ຂະຫຍາຍຕົວສ້າງຄອບຄົວ ມີວຽກເຮັດງານທໍາໄດ້ດີຢູ່ໃນສັງຄົມຂອງປະເທດເຈົ້າພາບ ແຈກຢາຍກັນໄປທົ່ວເຢັຍລະມັນ ແຕ່ເໜືອເຖິງໄຕ້. ໃນປະຈຸບັນຜູ້ທີ່ເຄີຍຮູ້ຈັກຮັກແພງກັນໃນຜ່ານມາກໍ່ຍັງສືບຕໍ່ຜູກພັນຮັກແພງກັນຕະຫລອດມາ, ເຖິງວ່າຈະບໍ່ໄດ້ພົບພໍ້ກັນກໍຕາມຍ້ອນຢູ່ຫ່າງໄກກັນ ແລະ ມີພາລະກິດວຽກງານຂອງໃຜມັນ. ຕົນເອງມີຄວາມດີໃຈ ທີ່ຍາມໃດຄວາມຮັກແພງຂອງຄົນລາວພວກເຮົາໄດ້ໝັ້ນແກ່ນຕະຫລອດມາ. ໂດຍສະເພາະດີໃຈ ແລະ ພູມໃຈທີ່ຄົນລາວເຮົາດໍາລົງຊີວິດຢູ່ໃນສັງຄົມຂອງເຂົາເຈົ້າບໍ່ເຄີຍມີບັນຫາຫຍັງເກີດຂຶ້ນ ມີການຈັດຕັ້ງສະມາຄົມລາວຕ່າງໆ ພົວພັນດີກັບສະຖານທູດລາວ ພ້ອມກັນເຜີຍແຜ່ວັດທະນະທໍາຂອງຊາດລາວເຮົາ ທໍາບຸນສິນກິນທານ ບຸນປະເພນີ ຜູກຮັກຜູກແພງກັບເພື່ອນມິດປະເທດເຈົ້າພາບໄດ້ດີ ແລະ ຫາທາງຊ່ວຍເຫລືອບ້ານເກີດເມືອງນອນຂອງຕົນຢູ່ລາວເຮົາ ໃນຫລາຍຮູບຫລາຍແບບ. ພິເສດດີໃຈ…