ຄວາມສໍາຄັນ ຂອງ intranet ກັບ digital workplace

ຄວາມສໍາຄັນ ຂອງ intranet ກັບ digital workplace ລະບົບອິນຕຣາເນັດ (intranet) ໄດ້ມີການປ່ຽນແປງ ຢ່າງຫຼວງຫຼາຍ ໃນຊຸມປີຜ່ານມານີ້ ແລະ ໃນຕໍ່ຫນ້າ ຍິ່ງຈະມີຄວາມສໍາຄັນ ທີ່ຈະຖືກກາຍເປັນສູນກາງຄວບຄຸມ ສົ່ງເສີມ ເຮັດໃຫ້ ວຽກງານ ທາງດ້ານດິຈິຕອນ (digital workplace) ນັບມື້ນັບຂະຫຍາຍຕົວໄປ ຢ່າງມີປະສິດຕິຜົນ. ໃນເບື້ອງຕົ້ນ ຫລາຍໆໂປຣແກມ (software, tools) ໄດ້ເຮັດໃຫ້ການນໍາໃຊ້ ພື້ນຖານໂຄງລ່າງ (ລະບົບ server and network) ໃຫ້ກາຍເປັນຈຸດສູນກາງ ໃນການດໍາເນີນງານ ສື່ສານຮ່ວມກັນ (Communication & Collaboration) ຄືການນໍາໃຊ້ ສູນກາງຕອບສະຫນອງຂໍ້ມູນ (data center) ໃຫ້ຫລາຍໆຫົວຫນ່ວຍ ງານທີ່ແຕກຕ່າງກັນ. ໃນອະນາຄົດ ອິນຕຣາເນັດ ຍິ່ງຈະພັດທະນາຫຼາຍຂຶ້ນ ໄປໃນຮູບການທີ່ທັນສະໃຫມ ຈາກການ ຂະຫຍາຍຕົວ ແບບໂດດດ່ຽວ (silo) ເຂົ້າໄປສູ່ການສື່ສານ ແບບປະສົມປະສານກັນ…