ຄວາມສໍາຄັນ ຂອງ intranet ກັບ digital workplace

ຄວາມສໍາຄັນ ຂອງ intranet ກັບ digital workplace

ລະບົບອິນຕຣາເນັດ (intranet) ໄດ້ມີການປ່ຽນແປງ ຢ່າງຫຼວງຫຼາຍ ໃນຊຸມປີຜ່ານມານີ້ ແລະ ໃນຕໍ່ຫນ້າ ຍິ່ງຈະມີຄວາມສໍາຄັນ ທີ່ຈະຖືກກາຍເປັນສູນກາງຄວບຄຸມ ສົ່ງເສີມ ເຮັດໃຫ້ ວຽກງານ ທາງດ້ານດິຈິຕອນ (digital workplace) ນັບມື້ນັບຂະຫຍາຍຕົວໄປ ຢ່າງມີປະສິດຕິຜົນ.
ໃນເບື້ອງຕົ້ນ ຫລາຍໆໂປຣແກມ (software, tools) ໄດ້ເຮັດໃຫ້ການນໍາໃຊ້ ພື້ນຖານໂຄງລ່າງ (ລະບົບ server and network) ໃຫ້ກາຍເປັນຈຸດສູນກາງ ໃນການດໍາເນີນງານ ສື່ສານຮ່ວມກັນ (Communication & Collaboration) ຄືການນໍາໃຊ້ ສູນກາງຕອບສະຫນອງຂໍ້ມູນ (data center) ໃຫ້ຫລາຍໆຫົວຫນ່ວຍ ງານທີ່ແຕກຕ່າງກັນ.
ໃນອະນາຄົດ ອິນຕຣາເນັດ ຍິ່ງຈະພັດທະນາຫຼາຍຂຶ້ນ ໄປໃນຮູບການທີ່ທັນສະໃຫມ ຈາກການ ຂະຫຍາຍຕົວ ແບບໂດດດ່ຽວ (silo) ເຂົ້າໄປສູ່ການສື່ສານ ແບບປະສົມປະສານກັນ ໂຮບໂຮມສັງລວມຂໍ້ມູນ ເຊື່ອມຕໍ່ການນໍາໃຊ້ຮ່ວມກັນ ໃນລະບົບເຄືອຂ່າຍ ແບບໃຮ້ພົມແດນ
ຈະເຮັດໃຫ້ ອິນຕຣາເນັດ ເປັນສູນກາງ ຕອບສະຫນອງ ການພົວພັນ ການເຮັດວຽກງານ ຂອງຜູ້ນໍາໃຊ້ ທາງພາຍໃນ ແລະພາຍນອກ ຂອງບໍລິສັດ ສື່ສານກັນ ບໍ່ສະເພາະແຕ່ຈະສາມາດນໍາໃຊ້ ຫນ່ວຍຄອມພິວເຕີ ແລະ ນົດບຸກ (Computer, notebook) ເທົ່ານັ້ນ ແຕ່ ຈະສາມາດອໍານວຍ ໃຫ້ແກ່ການນໍາໃຊ້ ເຄື່ອງມືສື່ສານ ທີ່ທັນສະໃຫມໃນປະຈຸບັນຄື ແທບປະແລດ ສະມາດໂພນ (tablet, smartphone) ແລະອື່ນໆ ນໍາດ້ວຍ.
ການພັດທະນາດັ່ງກ່າວນີ້ ເຮັດໃຫ້ເກີດມີ ຄວາມຕ້ອງການໃຫມ່ ທາງດ້ານພາລະບົດບາດ ການນໍາໃຊ້ໄອທີ ທີ່ແຕກຕ່າງຈາກໃນໄລຍະຜ່ານມາ. ເມື່ອສອງສາມປີກ່ອນ IT ຮັບຜິດຊອບກ່ຽວກັບ ການຕິດຕັ້ງບໍລິການ ທາງດ້ານລະບົບເຕັກຕິກ ແຕ່ໃນຕໍ່ໄປ IT ຈະກາຍເປັນ ທີ່ປຶກສາ ຕອບສະຫນອງ ທາງດ້ານວິຊາການ ກ່ຽວກັບການນໍາໃຊ້ ເຄື່ອງມື ແລະຊອບແວໃຫມ່ໆ ໃນລະບົບ ອິນຕະຣາແນດ ທີ່ທັນສະໃຫມ ໃຫ້ມີປະສິດຕິພາບ.
ໃນຕໍ່ໄປ ອິນຕະຣາແນດ ທີ່ທັນສະໃຫມ ຈະກາຍເປັນປັດໃຈອັນສໍາຄັນ ຊຸກຍູ້ເຮັດໃຫ້ ການເຮັດ ວຽກແບບດີຢີຕອນ (digital workplace) ມີປະສິດຕິຜົນ ນັບມື້ນັບສູງຂຶ້ນ.

ດັ່ງນັ້ນ ຜູ້ຮັບຜິດຊອບ ບໍລິສັດ ຫົວຫນ່ວຍ ຖຸລະກິດ ອົງການຕ່າງໆ ກໍຄື ຜູ້ຮັບຜິດຊອບ IT ຈໍາເປັນຕ້ອງໄດ້ສ້າງຄວາມເຂົ້າໃຈ ກ່ຽວກັບ ຄວາມຫມາຍ ຄວາມສໍາຄັນ ຂອງ ວຽກງານ digital workplace ເພື່ອໃຫ້ສາມາດຮັບຮູ້ໄດ້ວ່າ ບົດບາດ ແລະຫນ້າທີ່ ຂອງລະບົບ ອິນຕະຣາແນດ ທີ່ມີມາ ຈະຖືກ ປ່ຽນແປງແນວໃດ ໃນຕໍ່ຫນ້າ ແລະ ມີຄວາມຈໍາເປັນຫຍັງແດ່ ທີ່ຈະຕ້ອງໄດ້ຖືກ ປ່ຽນແປງໄປສູ່ ການບຸກເບີກສິ່ງໃຫມ່ໆ ກ້າວໄປສູ່ ການຍົກລະດັບ ລະບົບ intranet ເຂົ້າສູ່ ການຂະຫຍາຍຕົວໃຫມ່ ທັນສະໃຫມ່ຂຶ້ນ ແລະເປີດວິທີການ ລິເລີ້ມການເຮັດວຽກ ແບບດິຈິຕອນ ໃຫ້ທັນສະພາບການ. ຕົວຢ່າງຊອບແວນຶ່ງ ທີ່ຈະສາມາດຊຸກຍູ້ ວຽກງານ digital workplace ໃນລະບົບ intranet ໃຫ້ສະດວກຂຶ້ນໄດ້ ນັ້ນກໍຄື Microsoft Office 365 ທີ່ເປັນ ທີ່ຮູ້ກັນດີ ໂດຍທົ່ວໄປໃນປະຈຸບັນ ກໍຄືໃນລາວເຮົາ.

ຄໍາຊັບ ທີ່ຈະຕ້ອງໄດ້ເຂົ້າໃຈ ໃນຄວາມຫມາຍຂອງມັນ: IT, intranet, digital workplace, server, network, silo, collaboration, data center, office 365.
b@vima.lao

Tasks of the modern intranet
– provide platform for communication and exchange of company information
– represent the structure of corporate structures (areas)
– Support employees‘ digital identity and provide networks
– Support the operational knowledge management
– provide a communication platform for the company and its employees
– support cooperation and exchange of employees
(S:communardo)