ການຫັນເປັນ ດິຊິຕອນ (digitalization and digital transformation)

ການຫັນເປັນ ດິຊິຕອນ (digitalization and digital transformation) ແມ່ນກຸນແຈຍຸດທະສາດ ໃຫ້ແກ່ ວຽກງານອຸດສາຫະກໍາ 4.0 (Industry 4.0) ໃນຊ່ວງລະຍະໃຫມ່ ຂອງເສດຖະກິດໂລກ. ການເປີດກ້ວາງ ການພົວພັນ ການຄ້າ ມະຫາພາກ ໃນທົ່ວໂລກ ກໍາລັງເປັນໄປ ນັບມື້ນັບໄວຂຶ້ນ ນັບມື້ນັບກ້ວາງຂວາງອອກ. ຄຽງຄູ່ກັບການຮຽກຮ້ອງ ໃຫ້ມີການຮ່ວມມືກັນ ມັນກໍເຕັມໄປດ້ວຍ ການແຂ່ງຂັນກັນ ເພື່ອຄວາມຢູ່ຫລອດຂອງຕົນເອງ ເປັນຕົ້ນ ໃນການຜະລິດ ໃຫ້ທັນສະໃຫມ ໄດ້ໄວ ໄດ້ຄຸນນະພາບ ໄດ້ລາຄາຕໍ່າ ໄດ້ຄວາມນິຍົມໃນການຈໍາຫນ່າຍ ໃນທ້ອງຕະຫລາດ ທັງພາຍໃນ ໄປນອກປະເທດ ອອກທົ່ວໂລກ. ຢູ່ໃນແຕ່ລະປະເທດ ຫລືໃນໂຂງເຂດ ເສດຖະກິດ ທົ່ວໂລກ ຈະແມ່ນ ຢູ່ໃນກຸ່ມຢູ່ໂຣບ ຢູ່ໃນກຸ່ມອາຊຽນ ກໍຕາມ ກໍຕ້ອງໄດ້ມີການລົງທຶນ ອອກແຮງ ສ້າງຄວາມເຂັ້ມແຂງ ໃຫ້ຕົນເອງ ເພື່ອໃຫ້ສາມາດ ແຂ່ງຂັນໄດ້ ກັບການຄ້າການຕະຫລາດ ມະຫາພາກ. ດັ່ງນັ້ນ…