ການຫັນເປັນ ດິຊິຕອນ (digitalization and digital transformation)

ການຫັນເປັນ ດິຊິຕອນ (digitalization and digital transformation)

ແມ່ນກຸນແຈຍຸດທະສາດ ໃຫ້ແກ່ ວຽກງານອຸດສາຫະກໍາ 4.0 (Industry 4.0) ໃນຊ່ວງລະຍະໃຫມ່ ຂອງເສດຖະກິດໂລກ.

ການເປີດກ້ວາງ ການພົວພັນ ການຄ້າ ມະຫາພາກ ໃນທົ່ວໂລກ ກໍາລັງເປັນໄປ ນັບມື້ນັບໄວຂຶ້ນ ນັບມື້ນັບກ້ວາງຂວາງອອກ.

ຄຽງຄູ່ກັບການຮຽກຮ້ອງ ໃຫ້ມີການຮ່ວມມືກັນ ມັນກໍເຕັມໄປດ້ວຍ ການແຂ່ງຂັນກັນ ເພື່ອຄວາມຢູ່ຫລອດຂອງຕົນເອງ ເປັນຕົ້ນ ໃນການຜະລິດ ໃຫ້ທັນສະໃຫມ ໄດ້ໄວ ໄດ້ຄຸນນະພາບ ໄດ້ລາຄາຕໍ່າ ໄດ້ຄວາມນິຍົມໃນການຈໍາຫນ່າຍ ໃນທ້ອງຕະຫລາດ ທັງພາຍໃນ ໄປນອກປະເທດ ອອກທົ່ວໂລກ.

ຢູ່ໃນແຕ່ລະປະເທດ ຫລືໃນໂຂງເຂດ ເສດຖະກິດ ທົ່ວໂລກ ຈະແມ່ນ ຢູ່ໃນກຸ່ມຢູ່ໂຣບ ຢູ່ໃນກຸ່ມອາຊຽນ ກໍຕາມ ກໍຕ້ອງໄດ້ມີການລົງທຶນ ອອກແຮງ ສ້າງຄວາມເຂັ້ມແຂງ ໃຫ້ຕົນເອງ ເພື່ອໃຫ້ສາມາດ ແຂ່ງຂັນໄດ້ ກັບການຄ້າການຕະຫລາດ ມະຫາພາກ.

ດັ່ງນັ້ນ ບັນດາປະເທດເສດຖະກິດ ມະຫາອໍານາດໂລກ ຈຶ່ງໄດ້ ວາງມາດຖານ ອຸດສາຫະກໍາ 4.0 ອອກ ທີ່ບົ່ງບອກເຖິງ
********** #“ການເຊື່ອມໂຍງ ລະຫວ່າງ ອາຍຕີ ກັບການຜະລິດ ອຸດສາຫະກໍາ ໃຫ້ທັນສະໃຫມ“ **********
ພ້ອມທັງກໍານົດ ຫລັກການ ຂອງການເຊື່ອມໂຍງກັນອອກ ບົນພື້ຖານ ຂໍ້ກໍານົດກົດຫມາຍ ສາກົນ ເພື່ອຈະສາມາດ ເຮັດໃຫ້ ການເຊື່ອມໂຍງ ການຄ້າຮ່ວມກັນ ແບບໃຮ້ພົມແດນ (ບໍ່ມີຂອບເຂດ) ສາມາດນໍາໄປສູ່ ການສ້າງໃຫ້ມີ ຜົນໄດ້ທີ່ດີຮ່ວມກັນ.

ໃນຜ່ານມາ ໃນບັນດາປະເທດ ທີ່ຈະເລີນ ໄດ້ເກີດມີ ການຄົ້ນຄ້ວາ ວິທະຍາສາດ ເຂົ້າໃນຫລາຍໆບັນຫາ ເພື່ອ ຕອບສະຫນອງໃຫ້ແກ່ ຈຸດປະສົງ ຄາດຫມາຍ ຂອງວຽນງານ ຍຸດທະສາດ ອຸດສາຫະກໍາ 4.0.

ຕົວຢ່າງ ໃນວົງການ ອຸດສາຫະກໍາ ມັກມີການເວົ້າເຖິງ ຄວາມຕ້ອງການ „ເຄື່ອງຈັກການຜະຫລິດ ວິທະຍາປະດິດ“ (Machines with artificial intelligence) ຫມາຍຄວາມວ່າ ເຄື່ອງຈັກ ການຜະຫລິດ ທີ່ມີຄວາມສະຫລາດທຽມ ທໍາການຜະຫລິດ ຄວບຄຸມ ດ້ວຍຕົນເອງ ຫລື ລົດແລ່ນດ້ວຍຕົນເອງ ລົດໄຟແລ່ນດ້ວຍຕົວເອງ ແລະ ອື່ນໆ.

ການບໍລິການ ທາງດ້ານເຄືອຄ່າຍ (Network services) ກໍຕ້ອງໃຫ້ເປັນລະບົບ ສາກົນກ້ວາງຂວາງ ພົວພັນກັນໄດ້ໄວ ແຕ່ຕ້ອງ ຮັບປະກັນຄຸນນະພາບ ພ້ອມທັງໃຫ້ສາມາດ ຄຸ້ມກັນໄດ້ ຂໍ້ມູນສໍາຄັນ ຂໍ້ມູນຄວາມລັບ ຕ້ານໄດ້ການແຊກແຊງ ໃນລະບົບເຄືອຄ່າຍ.

ຂໍກຸນແຈ ຍຸດທະສາດ (Strategic key) ອັນນຶ່ງ ທີ່ເປັນພື້ນຖານ ໃຫ້ແກ່ ການຈະເຮັດໃຫ້ ວຽກງານຂອງ ອຸດສາຫະກໍາ 4.0 ທີ່ກ່າວໂດຍຫຍໍ້ ມາເທິງນັ້ນ ໃຫ້ກາຍເປັນຮູບພະທໍາໄດ້
******* ນັ້ນກໍແມ່ນ #“ການຫັນເປັນ ດິຊິຕອນ“ ນັ້ນເອງ.*********

ໃນຕົວຈິງການຫັນເປັນດິຊິຕອນ ໄດ້ຖືກມີການດໍາເນີນມາດົນແລ້ວ ແຕ່ໃນປະຈຸບັນ ການຂະຫຍາຍຕົວ ທາງດ້ານເຕັກນິກ ພື້ນຖານໂຄງຫລ່າງ ຄອມພິວເຕີ ລະບົບເຄືອຄ່າຍ ອຸປະກອນມືຖື (mobile devices) ແລະ ຄວາມສາມາດທາງດ້ານ ຊອບແວ (software) ໄດ້ມີການ ຂະຫຍາຍຕົວສຸງ ໄດ້ສົ່ງຜົນດີ ກະຕຸກຊຸກຫຍູ ໃຫ້ການ ຫັນເປັນດິຊິຕອນ ນັບມື້ນັບເປັນໄປໄດ້ໄວຂຶ້ນ ກ່ວາເກົ່າຫລາຍ.

ການຫັນເປັນດິຊິຕອນ ທີ່ເລີ້ມຈາກ ການເກັບກໍາຂໍ້ມູນ ພົນລະເມືອງ ການເຮັດບັນຊີ ການເຮັດອອນຫລາຍແບ້ງຄິງ ການຊື້ຂາຍ ແລະອື່ນໆ ໃນປະເທດທີ່ຈະເລີ່ນ ແມ່ນບໍ່ມີການນໍາໃຊ້ເຈັ້ຍສໍແລ້ວ. ຂໍ້ມູນທັງຫມົດ (big data) ແມ່ນຖືກ ບັນຖຶກເກັບມ້ຽນໄວ້ ໃນຖານຂໍ້ມູນຄອມພິວເຕີ ຫມົດທັງນັ້ນ (databases).

ຈາກເງື່ອນໃຂດັ່ງກ່າວນີ້ ມັນຈຶ່ງເຮັດໃຫ້ ການຊອກຄົ້ນ ເພື່ອນໍາໃຊ້ຂໍ້ມູນ ດັ່ງກ່າວໄດ້ໄວຂຶ້ນ ແລະອໍານວຍຄວາມສະດວກ ໃຫ້ແກ່ການນໍາໃຊ້ຂໍ້ມູນຮ່ວມກັນ ໄດ້ໄວ ປະຢັດເວລາ ຖ້າຫາກຂໍ້ມູນດັ່ງກ່າວ ຖືກເກັບໄວ້ ເປັນສູນກາງເກັບກໍາຂໍ້ມູນ (data center) ດ້ວຍເຊີກເວີ ຂອງຕົນເອງ ຫລື ໃນລະບົບ ຂີ້ເຝື້ອ (Cloud) ແລ້ວຖືກບໍລິການ ຜ່ານລະບົບເຄືອຄ່າຍ (network) ໃຫ້ແກ່ ຫນ່ວຍງານ ທີ່ຕ້ອງການ.

ເຊັ່ນຜົນດີອັນນຶ່ງ ໃນການພັດທະນາ ຫັນເປັນ ດິຊິຕອນ ຢູ່ລາວເຮົານັ້ນ ອາດແມ່ນ ການເຊື່ອມໂຍງກັນ ທາງດ້ານເຄືອຄ່າຍ ລະຫວ່າງ ສະຖາບັນການສຶກສາຕ່າງໆ ພາຍໃນປະເທດ ໂດຍການນໍາໃຊ້ ຖານຂໍມູນທີ່ເປັນສູນກາງຮ່ວມກັນ.

ຜົນດີທີ່ຈະເກີດຂຶ້ນໄດ້ ມີຄືດັ່ງນີ້:
– ການແຫລກປ່ຽນຂໍ້ມູນ (Information exchange) ຈະໄດ້ໄວ,
– ການປັບປຸງຂໍ້ມູນ ຈະໄດ້ໄວທົ່ວເຖິງ (uniform data update) ເປັນເອກະພາບກັນ,
– ສາມາດ ຕິດຕາມໄດ້ທັນການ ການເຮັດວຽກ ຂອງແຕ່ລະຫນ່ວຍງານ ການສຶກສາ
ໃນທົ່ວ ປະເທດ,
– ການເກັບກໍາ ນໍາໃຊ້ ຂໍ້ມູນ ຂອງນັກຮຽນ ນາຍຄູ ອາຈານ ພ້ອມທັງ
ພະນັກງານການສຶກສາ ທີ່ຈະສາມາດ ອໍາຄວາມສະດວກ ໃຫ້ແກ່ການ
ເຮັດສະຖິຕິການສຶກສາ ກວມໄປເຖິງການ ເບີກ ຈ່າຍເງິນເດືອນ
– ແລະອື່ນໆ.

ການຫັນເປັນດິຊິຕອນ ຈະໃຫ້ໄດ້ ຫມາກຜົນທີ່ແທ້ຈິງເກີດຂຶ້ນໄດ້ ມັນມີຄວາມຮຽກຮ້ອງສູງ ທາງດ້ານ :
– ພື້ນຖານ ໂຄງລ້າງ (IT Infrastructure) ຄອມພິວເຕີມ ລະບົບເຄືອຄ່າຍ ສູນກາງ
ເຊີກເວີ (server center) ສູນກາງ ຂໍ້ມູນ (data center) ທີ່ຮັບປະກັນ ໄດ້ມາດຖານ
ສາກົນ (international standard)
– ຊອບແວ (software) ເຄື່ອງມື ຊອບແວ (software tools) ແລະ
– ທັງຫມົດທີ່ສໍາຄັນ ແມ່ນຕ້ອງມີ ນັກຮຽນຮູ້ ປັນຍາຊົນ ຊັບພະຍາກອນມະນຸດ
(Human resources) ທີ່ມີຄວາມສາມາດສຸງ ທາງດ້ານວິຊາສະເພາະ ທີ່ກ່ຽວຂ້ອງ
ທັງສາມາດເປັນ ເຈົ້າການ ບັນຊາ ແລະ ຜັນຂະຫຍາຍ ການນໍາໃຊ້ (Use
and control) ແລະ ການບໍລິການ (Customer services) ໃຫ້ທັນກັບ
ຄວາມຕ້ອງການ ຂອງການຂະຫຍາຍຕົວ ທາງດ້ານເຕັກໂນໂລຈີ
ທ່ວງທັນຕາມຍຸກສະໃຫມ (just in time) ສາມາດ ປົກປ້ອງ ຂໍ້ມູນ
(security data) ທີ່ເປັນ ຄວາມລັບ (secret data) ຂອງອົງການ ແລະ ຂອງຊາດ
ດ້ວຍຕົນເອງ.
b@vima.lao