ບໍ່ຈໍາເປັນຕ້ອງຕໍ່ສູ້ສະເຫມີເພື່ອເອົາຊະນະ.

ບໍ່ຈໍາເປັນຕ້ອງຕໍ່ສູ້ສະເຫມີເພື່ອເອົາຊະນະ. ໃຊ້ຍຸດທະວິທີຄືຂົງເບັ້ງ. (ກອນເຈັດ ແບບກອນອ່ານປູ່ປາງຄໍາ) ຂົງເບັ້ງ ລືຊື່ກ້າ ນາຍໃຫຍ່ຈອມພົນຈີນ ຕີເສິກໃດ ໝູ່ມານຕາຍສ້ຽງ ວາງແຜນໄວ້ ຈັດພົນຕຽມໃສ່ ມີທ່າໄດ້ ຕີໃຫ້ແມ່ນຍາມ ນັ້ນແລ້ວ ຂົງເບັ້ງ ຍຸດເກັ່ງກ້າ ແປງເຂື່ອນສູງຊັນ ຕັນທາງເດີ່ນ ກໍ່ກັນກັກນໍ້າ ເສິກມາເຂົ້າ ໄຂຮູເປີດປ່ອງ ທາງລ່ອງນໍ້າ ໄຫລຖ້ວມໝູ່ມານ ແທ້ແລ້ວ ບູຮານ ເຄີຍວ່າໄວ້ ຫລາຍສິ່ງເຕືອນໃຈ ຢາກເປັນເມືອງ ຮ່ວມກັນເປັນບ້ານ ມັນຕ້ອງ ມີຫລາຍໄມ້ ໂຮມກັນຈຶ່ງຢູ່ ໃຜ່ບໍ່ພ້ອມ ແປງບ້ານບໍ່ເຮືອງ ແທ້ແລ້ວ ຫາກວ່າ ພົນບໍ່ພ້ອມ ນາຍບໍ່ເປັນຫລັກ ຕີເສິກໃດ ສ່ຽງໄພເສັຍບ້ານ ທະຫານນ້ອຍ ຕາຍແທນນາຍໃຫຍ່ ພົນໃຜ່ຢ້ານ ຈໍາສູ້ອ່ອນນໍາ ບໍ່ເປັນແລ້ວ ເມືອງບ້ານ ແຂງແກ່ນໄດ້ ແຮງໃຫຍ່ໜູນຫລັງ ມັນຕ້ອງ ມີພະລັງ ທົ່ວໄປເຕັມແຄ້ວນ ໃນແດນ ມີຄົນກ້າ ນໍາພາບຸກຜ່ານ ເປັນໃຈ…