ສົມຄວນບໍ່ທີ່ຊື່ສຽງຕັ້ງແຕ່ໃດໆມາ ແລະ ມູນເຊື້ອອັນດີງາມ ຂອງໂຮງຮຽນມູນລະປະຖົມບ້ານໂພນແຮ່ບ້ານເກິນ ຈະຫາຍສາບສູນໄປ?

ສົມຄວນບໍ່ທີ່ຊື່ສຽງຕັ້ງແຕ່ໃດໆມາ ແລະ ມູນເຊື້ອອັນດີງາມ ຂອງໂຮງຮຽນມູນລະປະຖົມບ້ານໂພນແຮ່ບ້ານເກິນ ຈະຫາຍສາບສູນໄປ? ຄິດເຖິງເດ້ ຄິດເຖິງແນວຜ່ານພົ້ນ ເຫດການປ່ຽນແປງມາ ເປັນເວລາຕິດພັນ ຫ່າງກັນໃຈຍັງຊຶ້ງ ຕົກຕະລຶງບາງຄັ້ງ ສັງມາເປັນລາຍຕ່າງ ທາງເດີນແປງກໍ່ໄວ້ ສັງຈະສິ້ນເສື່ອມໄປ ເດ້ນໍ່ ມີຄົນມັກເບິ່ງຂ້າມ ຫລືໃຈປ່ຽນກົງໄປ ຄວາມສົນໃຈຜິດທາງ ຕ່າງແຕກກັນຫລາຍກໍ້າ ຫລືແນມນໍາຜົນໄດ້ ເລີຍລືມໄລຄຸນຄ່າ ລູກປະຊາຄົນປ່ອມດ້ອຍ ເງື່ອນໄຂຫນ້ອຍຕໍ່ໄປ ສິເປັນບໍ່? ແນ່ນອນ ການພັດທະນາປ່ຽນປີ້ນ ເປັນກົດແຫ່ງສັງຄົມ ມີແນວກົມກຽວກັນ ສິ່ງດີຮັກສາໄວ້ ລາຄາມີບອກໃຫ້ ຄວນນໍາໄປປຸກກໍ່ ຫາທາງສືບຕໍ່ໄວ້ ລູກຫລານໄດ້ຮໍ່າຮຽນ ແທ້ແລ້ວ ຄິດເຫັນ ຄົນເພິ່ນພຸ້ນ ສັດທາໃຫຍ່ເຊີຍຊູ ດູແລອຸດໜູນມາ ຄ່າຄຸນມີສູງລໍ້າ ທັງນໍ້າໃຈແຮງກ້າ ອຸທິດມາຊູຊ່ວຍ ຫາກຈະຫາຍປ່ວຍຖິ້ມ ສິອາຍບ້ານເພິ່ນແລ ທ່ານເອີ້ຍ ຄິດເຫັນ ບຸນຄຸນທຸກທ່ານເຈົ້າ ສາຍເລືອດແຫ່ງທຸລະຄົມ ລະດົມກັນໂຮມໃຈ ກໍ່ແປງໂຮງຮຽນຂຶ້ນ ຍໍຍື່ນດິນປຸກສ້າງ ຮັກສາມາສືບຕໍ່ ບໍ່ຂໍລືມຜູ່ໃຫ້ ຮັກສາໄວ້ຊື່ສຽງ ເຈົ້າເອີ້ຍ ຫວັງວ່າ…