Vimalao

ຍິນດີຕ້ອນຮັບ ທຸກທ່ານ ທີ່​ເຂົ້າ​ມາ​ອ່ານ​ໃນ ​ວິ​ມາ​ລາວ VIMALAO ​ນີ້. ວິມາລາວ ມີຈຸດປະສົງ ໂດຍອີງຕາມ​ຄວາມ​ສາ​ມາດ ​ແລະ ​ການ​ເວ​ລາ ຢາກນຳ​ເອົາ​ຂ່າວ​ຕ່າງ​ໆ ເປັນ​ຕົ້ນ​ແມ່ນ ຂ່າວ​ທາງ​ດ້ານ​ການ​ເມືອງ ​ທາງ​ດ້ານ​ເສດ​ຖະ​ກິດ ສັງ​ຄົມ ແລະ ເຕັກ​ໂນ​ໂລ​ຢີ ທີ່​ພົ້ນ​ເດັ່ນ​ຂຶ້ນໃນ​ໂລກ ມາ​ວິ​ໃຈ​ເວົ້າ​ສູ່​ທ່ານ​ຜູ້​ອ່ານ​ໄດ້​ຮູ້​ນຳ ເພື່ອ​ເປັນ​ການ​ຄົ້ນ​ຄິດ​ແຫລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ຊຶ່ງ​ກັນ​ແລະ​ກັນ ເພາະຄິດວ່າ ທ່ານຜູ້ອ່ານ ຄົງໄດ້ຕິດຕາມຂ່າວເດັ່ນອື່ນໆ ໃນສື່ມວນຊົນທົ່ວໄປເຊັ່ນກັນ. ແນ່ນອນ ໃນ​ແຕ່​ລະ​ມື້​ ມັນ​ເກີດ​ມີ​ຂ່າວ​ຕ່າງໆ​ໃນ​ສື່​ອອນ​ລາຍ ​ເປັນ​ຈຳ​ນວນ​ຫລວງ​ຫລາຍ ໃນ​ຫລາຍ​ພາ​ສາ ແຕ່​ສິ່ງ​ສຳ​ຄັນອັນ​ຕົ້ນ​ຕໍ ​ແມ່ນການ​ຄັດ​ຈ້ອນ​ຊອກ​ຫາ​ແຫລ່ງ​ຂ່າວ​ທີ່​ຫນ້າ​ເຊື່ອ​ຖື​ໄດ້. ໃນທີ່ນີ້ ວິມາລາວ ຈະນຳເອົາຂ່າວ​ມາ​ແປເປັນພາສາລາວ ຄົ້ນ​ຄິດ​ມີ​ຄວາມ​ເຫັນ ຂຽນ​ອອກໃຫ້​ຜູ້​ອ່ານ​ໄດ້​ເຂົ້າ​ໃຈ ແລະ ຄົ້ນ​ຄິດ​ນຳ ຕາມ​ເຫດ​ແລະ​ຜົນ ເພື່ອ​ຫລີກ​ລ້ຽງ​ຄວາມ​ເຂົ້າ​ໃຈ​ຜິດ​ທີ່​ຈະນໍາໄປສູ່ການ​ວິ​ຈານ​ຖົກ​ຖຽງ​ກັນ​ໄປ​ໃນ​ທາງ​ບໍ່​ຖືກ​ຕ້ອງ. ບາງບົດ ວິມາລາວ ກໍຈະຂຽນຂຶ້ນເອງ ເປັນຂ່າວ ແລະ ຄວາມຮູ້ຕ່າງໆ ແລະ ກາບກອນ ບົດເລື້ອງ ສັ້ນ ບົດຮຽນຈາກວຽກງານໂຄງການ ແລະ ອື່ນໆ. ນອກຈາກນັ້ນ…