ບາງແນວຄິດຕັດຮອນໃສ່ບົດກອນ: ຫລາຍບັນຫາ ທີ່ສະພາສະເຫນີແກ້ ການນໍາຈະເຮັດແທ້ ປະຊາຈ້ອງຕໍ່ຕາມ ແທ້ແລ້ວ.

ບາງແນວຄິດຕັດຮອນໃສ່ບົດກອນ: ຫລາຍບັນຫາ ທີ່ສະພາສະເຫນີແກ້ ການນໍາຈະເຮັດແທ້ ປະຊາຈ້ອງຕໍ່ຕາມ ແທ້ແລ້ວ. ຕົກຕະລຶງຟັງເພິ່ນເວົ້າ ຫລາຍເເນວກໍ່ບັນຫາ ກອງປະຊຸມສະພາ ຕ່າງຊອກຫາແນວເວົ້າ ເອົາບັນຫາຄົງຄ້າງ ມາເຜີຍແບຄືນໃຫມ່ ສສພ ເລັງໃຈຖາມຢໍ່ຈີ້ມ ທວງຫລາຍຂັ້ນທ່ານນໍາ ບັນຫາທວງເລັ່ງແກ້ ຟົດເດືອດໃສ່ເສດຖະກິດ ຫລາຍແນວໄປຜິດທາງ ຕ່າງເຂດໝາຍມອງໄວ້ ລັດວິສາຫະກິດຄວນໄດ້ ຈັດສັນກັນຄືນໃໝ່ ອັນໃດດີສືບຕໍ່ໄດ້ ອັນໃດເຈັ້ງຮ່ອນລົງ ເພິ່ນວ່ານ່າ ອັນທີ່ໜັກໜ່ວງແທ້ ຢືມເງິນເພິ່ນລົງທຶນ ມັນຫາກຈໍາເປັນທໍາ ເພື່ອຢາກແປງເມືອງບ້ານ ສະສົມນານມາແລ້ວ ເຖິງຍາມຈໍາເປັນຈ່າຍ ຫລາຍຕື້ຈັດສົ່ງໃຫ້ ຊັບສິນຄໍ້າສົ່ງເຂົາ ນັ້ນແລ້ວ ອັນນຶ່ງ ການກວດກາຈ່າວຮູ້ ຍັງມີຕໍ່ຕາມມາ ພວກຊອກຫາໂກງກິນ ຢູ່ຂອກແຄແຈຮົ້ວ ເລກປັບຕົວປິດໄວ້ ໄຂໄປແບບຫລຸດຄ່າ ເປັນບັນຫາບໍ່ແລ້ວ ຈະໂດນຫນ້າຕໍ່ໄປ ແທ້ບໍ່? ທ່ານນາຍົກກໍຮ່ວນຮູ້ ບັນດາສິ່ງສົກກະໂປະ ທັງໂຕການໃນພຸງ ໝູ່ໜອນເຈາະກິນໃສ້ ຫາຢາໃດມາແກ້ ຍັງຂາດຄຸນເສັຍຄ່າ ໂອນໍ ຊາດເມືອງລາວມິ່ງຂ້າ ຍັງຈະກົ້ວມົ່ນໄກ ຢູ່ບໍ? ລັດຖະມົນຕີ ທຸກທ່ານເວົ້າ…

Im Energiesparmodus – Familie

Im Energiesparmodus – Familie ວາງໂຕເຂົ້າສູ່ສະພາວະປະຢັດພະລັງງານ ຄອບຄົວ ຈະຫາຫຍັງປຽບປານໄດ້. ບໍ່ມີຫຍັງຍິ່ງລໍ້າ ເໝືອນດັ່ງວົງວານ ຄອບຄົວເປັນເດີມພັນ ຕໍ່ເຕີມເສີມສ້າງ ຮາກເສົາແຂງແຮງກ້າ ຢືນລໍາໂຮມກຸ່ມ ເຄືອເຂົາພັນຫໍ່ຫຸ້ມ ລົມມາຕ້ອງບໍ່ສະເທືອນ ແທ້ແລ້ວ

ດີໃຈທີ່ໄດ້ມີໂອກາດພົບປະກັບ ທ່ານ ນາງ ຂັນທະລີ ສີລິພົງພັນ ຮອງລັດຖະມົນຕີກະຊວງສຶກສາ

ດີໃຈທີ່ໄດ້ມີໂອກາດພົບປະກັບ ທ່ານ ນາງ ຂັນທະລີ ສີລິພົງພັນ ຮອງລັດຖະມົນຕີກະຊວງສຶກສາ ແລະ ຫົວຫນ້າກົມພົວພັນການຕ່າງປະເທດຂອງກະຊວງ ທີ່ຕິດຕາມ ໄດ້ເດີນທາງໄປເຄື່ອນໄຫວ ຢູ່ເຢັຍລະມັນ ເຂົ້າຮ່ວມກອງປະຊຸມ ຂອງສະມາຄົມການສຶກສາຊຸມຊົນຊັ້ນສູງຂອງເຢັຍລະມັນ ປະຈໍາປີ 2022 ທີ່ຈັດຂຶ້ນຢູ່ເມືອງແລບຊີກ ໃນວັນທີ 20 ຫາວັນທີ 21.06.2022. ການພົບປະໄດ້ພາໃຫ້ຫວນຄິດເຖິງວັນເວລາກ່ອນຫນ້ານີ້ ທີ່ໄດ້ເຮັດວຽກງານການຈັດຕັ້ງແມ່ຍິງແລະຊາວນຸ່ມ ແລະ ເປັນອາຈານສອນຮ່ວມກັນ ທີ່ມະຫາວິທະຍາໄລຊັບພະວິຊາສອງທັນວາ ແລ້ວກໍໄດ້ພັດພາກຈາກກັນເປັນເວລາອັນດົນນານ ຈຶ່ງມີໂອກາດໄດ້ມາພົບຫນ້າພໍ້ຕາກັນ ແຕ່ກໍຍັງສະແດງອອກໃນຄວາມຮັກແພງອັນດູດດື່ມບໍ່ຫລົງລືມເຫມືອນເດີມ. ເສັຍໃຈທີ່ມີເວລາມີຫນ້ອຍ ໄດ້ນໍາພາເພິ່ນທ່ຽວຊົມ ມະຫາວິທະຍາໄລແລບຊີກ (ທີ່ຕົນເອງ ແລະ ເມັຍ ໄດ້ສຶກສາຢູ່ ແລະ ນັກສຶກລາວເປັນຈໍານວນຫລວງຫລາຍໃນຕອນນັ້ນ), ໄດ້ຂຶ້ນດາດຟ້າຈອມຫໍສູງມະຫາວິທະຍາໄລຊົມວີວ, ໄດ້ຢ່າງທ່ຽວໃນຕົວເມືອງ, ໄດ້ຂີ່ລົດຜ່ານຖະຫນົນຫໍພັກອາດີດນັກສຶກສາລາວທີ່ເຄີຍອາໃສ ໄປເບິ່ງ ອານຸສາວະລີຈາຫລຶກການຕໍ່ສູ້ສົງຄາມປະຊາຊົນປະຫວັດສາດ ທີ່ກາຍເປັນບ່ອນທ່ອງທ່ຽວຈຸດນຶ່ງທີ່ລືຊື່ຂອງເມືອງແລບຊີກໃນປະຈຸບັນ. ເປັນສ່ວນນຶ່ງທີ່ໃຫ້ເພິ່ນໄດ້ເຫັນເຖິງການຂະຫຍາຍຕົວ ທາງດ້ານການສຶກສາ ແລະ ສັງຄົມຂອງເຢັຍລະມັນ.

ອອກຫ່າງ ວາງຄວາມເຄັ່ງຕຶງແດ່ເດີ້!

ອອກຫ່າງ ວາງຄວາມເຄັ່ງຕຶງແດ່ເດີ້! ບ້ານເຮົາ ສະພາບການເຄັ່ງຮ້ອນ ເຫດການຕໍ່ຕາມມາ ຢ່າລືມ ຮັກສາຈິດທອມໃຈ ເພື່ອນເຮົາໄກທັງໄກ້ ຖະໜອມກາຍໃຈໄວ້ ຫລົດຄວາມໄວລົງແດ່ ຕັດກະແສຂ່າວຫຍຸ້ງ ບັນຫາແກ້ເກັ່ງການ ເພິ່ນແລ້ວ @ວິມາດອກບົວແກ້ວ

VIZE – 1000 Jahre Geisleden.

VIZE – 1000 Jahre Geisleden. ມີໂອກາດໄດ້ໄປຮ່ວມງານບຸນສະຫລອງບ້ານພັນປີຢູ່ໄກ້ບ້ານ ທີ່ລູກຊາຍມາສະແດງ ດ້ວຍບັນຍາກາດມ່ວນຊື່ນຟົດຟື້ນຈົນລືມກັບບ້ານຮອດສີ່ໂມງເຊົ້າ.

ບາງແນວຄິດຕໍ່ ການຈໍາຫນ່າຍພັນທະບັດ ທຫລ ປີ 2022.

ບາງແນວຄິດຕໍ່ ການຈໍາຫນ່າຍພັນທະບັດ ທຫລ ປີ 2022. ການອອກພັນທະບັດຜ່ານມາ ກໍມີບາງປະເທດເຂົາເຮັດ ແຕ່ບ້ານເຮົາ ບໍ່ຄືບ້ານເຂົາແຕກຕ່າງກັນຢູທີ່ ພື້ນຖານການຜະຫລິດ ແລະ ໂຄງຮ່າງເສດຖະກິດ. ບ້ານເຮົາຄົງຈະມີຜູ້ເຂົ້າໃຈ ໃນທິດສະດີເງີນເຟີ້ ແລ້ວສະເຫນີວິທີການຢັບຢັ້ງ ໃຫ້ລັດປະຕິບັດ. ສິ່ງນຶ່ງທີ່ ທິດສະດີເງິນເຟີ້ ບອກໃຫ້ຮູ້ວ່າ ຖ້າໃນສັງຄົມໃດນຶ່ງ ມີເງິນ (ນັບທັງເງິນກີບ ແລະ ເງິນຕ່າງປະເທດ) ໝູນວຽນຫລາຍໂພດ ຫລາຍກ່ວາ ສິນຄ້າທີ່ມີຈໍາຫນ່າຍ ຫລື ບໍ່ພຽງພໍ ກໍຄື ຄວາມຕ້ອງການຂອງຄົນໃນສັງຄົມມີສູງກ່ວາ ຄວາມສາມາດທີ່ຈະຖືກຕອບສະຫນອງໄດ້ໃຫ້ພຽງພໍ. ດັ່ງນັ້ນ ຈຶ່ງເຮັດໃຫ້ລາຄາສິນຄ້າແພງຂຶ້ນ ສົມທົບໃສ່ກັບຕົ້ນທຶນສູງໃນການຜະຫລິດ ແລະ ການຂົນສົ່ງ ຍ້ອນລາຄານໍ້າມັນແພງຂຶ້ນ ລາຄາສິນຄ້າຍິ່ງຖີບຕົວຂຶ້ນສູງ ເປັນຕົ້ນແມ່ນສິນຄ້ານໍາເຂົ້າ ເຮັດໃຫ້ເງິນ ໃນຈໍານວນເດີມ ບໍ່ສາມາດຊື້ໄດ້ຫລາຍຄືຜ່ານມາ ເອີ້ນວ່າເງິນອ່ອນຄ່າ ເປັນເງິນເຟີ້ ຫນ້ອຍ ຫລື ຫລາຍນັ້ນ ແມ່ນຖືກຈັດໄປຕາມອັດເປີເຊັນ ຖ້າກາຍ 2% ຂຶ້ນໄປ ເຕັກຫນ້າເລີຍຽຖືວ່າ ສັງຄົມພວມກ້າວໄປສູ່ວິກິດການໄຟເງິນເຟີ້ ນັ້ນເອງ.…

ໃຜບໍ່ເຄີຍເຫັນການຮ່ວມເພດຂອງນົກຍຸງໃຫ້ເບິ່ງ!

ໃຜບໍ່ເຄີຍເຫັນການຮ່ວມເພດຂອງນົກຍຸງໃຫ້ເບິ່ງ! ມີໂອກາດໄດ້ໄປພັກຜ່ອນຢູ່ໂຮງແຮມຜາສາດລາດສະວັງເກົ່າ ທີ່ເມືອງຊານແຟ້ນ ເຢັຍລະມັນ ມີສວນສັດຫລາຍຊະນິດ ໃຫ້ໄດ້ເບິ່ງໄດ້ຊົມຜ່ອນຄາຍອາລົມໄດ້ດີ.

ການຂາຍພັນທະບັດຈະແກ້ໄຂບັນຫາໄດ້ບໍ່?

ການຂາຍພັນທະບັດຈະແກ້ໄຂບັນຫາໄດ້ບໍ່? ການຊອກຫາວິທີແກ້ໄຂວິກິດການເສດຖະກິດ ທີ່ສະແດງອອກ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນຝືດເຄືອງ ເງິນເຟີ້ ເຄື່ອງບໍລິໂພກ ແລະ ເຄື່ອງໃຊ້ສອຍ ຂຶ້ນລາຄາ ມີການຂາດເຂີນນໍ້າມັນ ມີການຍົກຫລາຍບັນຫາຂຶ້ນທີ່ສົ່ງຜົນສະທ້ອນເຮັດໃຫ້ມີວິກິດການເກີດຂຶ້ນຄື – ໂຄໂຣນາ – ສົງຄາມ – ເສດຖະກິດໂລກ ຂາດການທ່ອງທ່ຽວ – ຖິ້ມໂທດໃສ່ການແລກປ່ຽນເງິນຕາ – ເງິນບໍ່ເຂົ້າຄັງ ຂາເຂົ້າຂາອອກບໍ່ດຸ່ນດ່ຽງກັນ – ຮຽກຮ້ອງໃຫ້ມີການປະຢັດ – –

ຂໍຫວນຄືນເຖິງສຽງເພັງ „ລົດໄຟ ລາວ-ຈີນ ກ້າວໄກ“.

ຂໍຫວນຄືນເຖິງສຽງເພັງ „ລົດໄຟ ລາວ-ຈີນ ກ້າວໄກ“. ເປັນເວລາສອງເດືອນແລ້ວທີ່ສຽງເພັງ ລົດໄຟ ລາວ-ຈີນ ໄດ້ຖືກເຜີຍແຜ່ອອກໃນຢູຕູບ ແລະ ກໍຄ່ອຍໆມີຜູ້ເຂົ້າຟັງເຂົ້າຊົມຫລາຍຂຶ້ນ. ຂໍເຊີນຊວນຜູ້ທີ່ຍັງບໍ່ໄດ້ຟັງ ເຂົ້າຕິດຕາມຟັງໄດ້ ແລະເວົ້າຕໍ່ກັນໄປ ເພື່ອເປັນການຜ່ອນຄາຍອາລົມ ໃນສິ່ງສໍາຄັນທີ່ເກີດມີຂຶ້ນເປັນປະຫວັດສາດ ໃຫ້ແກ່ຊາດລາວເຮົາ.

ດວງເດືອນໄກຍິ່ງລໍ້າ ມອງສຸດຊົ່ວສາຍຕາ

ດວງເດືອນໄກຍິ່ງລໍ້າ ມອງສຸດຊົ່ວສາຍຕາ ແສງສີຍັງແຍງມາ ສ່ອງເຖິງໂລກາແຈ້ງ ອິນທາແຂງແຮງກ້າ ເທິງເວຫາແນມສ່ອງ ຂໍມາຊູຊ່ວຍປ້ອງ ລາວເດີນພົ້ນຜ່ານວິກິດ ດ້ວຍເຖີ້ນ @ວິມາດອກບົວແກ້ວ

ວັນເດັກນ້ອຍສາກົນຫມັ້ນຍືນ!

ວັນເດັກນ້ອຍສາກົນຫມັ້ນຍືນ! ອານາຄົດຂອງຊາດຈະແຈ່ມໃສ ໃນເມື່ອເດັກນ້ອຍໃນວັນນີ້ ຈະກາຍເປັນຄົນດີ ໃນວັນຫນ້າ. ເດັກນ້ອຍ ທີ່ຖືກແຕ່ເກືອດຫ້າມ ບໍ່ໄດ້ຮັບການສິກສາດີ ຍາມໃຫຍ່ຂຶ້ນໄປ ຈະໄຮ້ຄວາມສາມາດ ກົດຫນ່ວງການຂະຫຍາຍຕົວຂອງຊາດ ໄປໃນຕົວ. ຈົ່ງສົ່ງເສີມຄວາມສາມາດຂອງເດັກ ດ້ວຍຄວາມຮັກທີ່ຈິງໃຈ.

ຄວາມຮັກ ສາວ ແລະ ບ່າວຄູ ຍາມເຮັດນາ

ຄວາມຮັກ ສາວ ແລະ ບ່າວຄູ ຍາມເຮັດນາ (ບົດກອນ ຕາມແບບ ບົດກອນອ່ານປູ່ປາງຄໍາ ປະສົມກັບ ໂຄງກອນ ວະຊິຣະປັນຕີ) ເຖິງຍາມນາວ່ານກ້າ ແຄມປ່າຫົວນາ ມີທາລາໃສເຢັນ ລ່ອງເປັນເໝືອງນໍ້າ ຕາແລນໍາເຫັນແລ້ວ ຕາມແລວດົງໃຫຍ່ ນາຢຽດໄປຕໍ່ສົ້ນ ຕານຕົ້ນໃຫຍ່ສູງ ພຸ້ນແລ້ວ ຖຽງນາແປະຮົ່ມໄມ້ ບົງໄຜ່ລຽນກັນ ນົກເຂົາຂັນງອຍຄອນ ວີ່ວອນຫາສູ້ ສາວຄູພາຍຖົງເປ້ ໂຊເຊຫາໜໍ່ໄຜ່ ບາງຕອນໄປໄລ່ແຍ້ ກະແຕເຕັ້ນຕື່ນໜີ ແທ້ເອີ້ຍ ຍາມແລງຝົນລັ່ງຍ້ອຍ ລົມຄ່ອຍໂຊຍພັດ ບ່າວຄູນັດສາວຄູ ແຕ່ງປູປາປີ້ງ ຫມົກຫົວຂີງມີສົ້ມ ປະສົມແກງໄກ່ ລໍຖ້າ ສາວຄູໄປຢູ່ໝົ້ນ ຫາຊົ້ນແຫ່ງໃດ ເດ້ນໍ ຝົນຕົກເຊົາຄ່ອຍເອື່ອນ ລົມເຄື່ອນກາຍໄປ ຄູອົດໃຈຄອງນາງ ລໍ່າທາງແນມຈ້ອງ ບ່າວຄູປອງໃຈໝັ້ນ ເໝືອນຝັນໃຈຊື່ນ ສາວຄູຢືນຕໍ່ຫນ້າ ແສວຕາຈ້ອງເບິ່ງຊາຍ ຄູເອີ້ຍ ພາແລງເຕັມປ່ຽມຫລົ້ນ ສອງບົ່ນທັງກິນ ສຽງຈາຍິນດັງໄກ ກ່າວໄຂຄວາມຂ້ອງ ຄູທັງສອງໝາຍໝັ້ນ ຮັກກັນຫມາຍຕໍ່ ພາກັນລໍກ່ຽວເຂົ້າ…

ທຸກຄົນ ຕ່າງມີຄວາມງາມ ແລະ ພອນສະຫວັນ ຂອງໃຜມັນ

ທຸກຄົນ ຕ່າງມີຄວາມງາມ ແລະ ພອນສະຫວັນ ຂອງໃຜມັນ ຈົ່ງຮ່ວມກັນ ກາຍເປັນພະລັງແຮງ ເພື່ອການກ້າວໄປ. ທຸກສິ່ງເຊື້ອ ໃນຫລຸ່ມໂລກາ ເຕີບໂຕມາ ຕ່າງກັນສັນສ້າງ ທຸກສິ່ງລ້ວນ ຜັນແປປັບຮ່າງ ງາມບໍ່ຫ້າງ ສີເຂັ້ມຕ່າງກັນ ແທ້ແລ້ວ @ວິມາດອກບົວແກ້ວ

ອາລຸນວັນໃຫມ່

ອາລຸນວັນໃຫມ່ຂຶ້ນ ແສງສີສ່ອງສົດໃສ ໃນໂລກາເມືອງຄົນ ຕື່ນນອນສະບາຍເນື້ອ ແດນດິນເຫນືອເຖິງໃຕ້ ຕາເວັນແດງສາດສ່ອງ ແສງສີີນໍາຊ່ວຍປ້ອງ ແຍງທາງກ້າວບ່ອນໄປ ແດ່ທ້ອນ @ວິມາດອກບົວແກ້ວ

ຟື້ນຕົວຕໍ່ພະລັງ!

ຟື້ນຕົວຕໍ່ພະລັງ! ແສງສີປັບປ່ຽນແລ້ວ ອາກາດຊື່ນສົດໃສ ພຶກສາໄຂກີບບານ ຈໍ່ຕິດຕາມລໍາຕົ້ນ ປະປົນສີແສງເຂັ້ມ ເຕັມໄປຕາມລໍາງ່າ ເຫມືອນເທວາວາດໄວ້ ສາຍໄຍຕຸ້ມຕ່ອມກັນ ແທ້ເດ້ @ວິມາດອກບົວແກ້ວ