ເຖິງຍາມໃບມັນແຫ້ງ ສີຂຽວເປັນເຫລືອງແກ່ ລົມບໍ່ມາພັດຕ້ອງ ມັນປິວແລ້ວຫລົ່ນເອງ ເຈົ້າເອີ້ຍ

ເຖິງຍາມໃບມັນແຫ້ງ ສີຂຽວເປັນເຫລືອງແກ່ ລົມບໍ່ມາພັດຕ້ອງ ມັນປິວແລ້ວຫລົ່ນເອງ ເຈົ້າເອີ້ຍ   ອຸທິດແດ່ການຈາກໄປ ຂອງຄົນທີ່ຮູ້ຈັກຮັກແພງກັນ. ຂໍໃຫ້ດວງວິນຍານ ຂອງອ້າຍ ຄໍາພັນ ພິຈິດ ຈົ່ງໄປສູ່ທີ່ສຸຂະຕິເຖີ້ນ.   ລໍາໄມ້ ແຕກຫນໍ່ຂຶ້ນ ເກີດໃບອ່ອນຂຽວດົກ ອາໃສແສງຕາເວັນ ອຸ່ນໃນປ່ຽນສານລ້ຽງ ເຕີບໂຕວັນຄືນມື້ ຊໍໄປຫາແສງສົ່ງ ຫາກລົມມາຜ່ານຕ້ອງ ຕໍາໃບນ້ອຍບໍ່ສະເທືອນ   ວັນເວລາເຄື່ອນຫຍ້າຍ ລະດູປ່ຽນຫມູນໄປ ຄວາມຫນາວເຢັນເກີດມີ ຮ່ວມທັງຄວາມຮົນຮ້ອນ ລໍາຕົ້ນດີມີນໍ້າ ໃບມັນຂຽວສະງ່າ ຫາກຂາດເຂີນແຫລ່ງນໍ້າ ໃບມັນແຫ້ງຫລົ່ນລົງ   ໃບໄມ້ ເຕີບໃຫຍ່ຂຶ້ນ ສີສັນປ່ຽນຕາມໄວ ຂຽວງາມຕອບແສງສີ ອ່ອນໂຍນຍາມລົມຕ້ອງ ເຖິງຍາມໃບມັນແຫ້ງ ສີຂຽວເປັນເຫລືອງແກ່ ລົມບໍ່ມາພັດຕ້ອງ ມັນປິວແລ້ວຫລົ່ນເອງ ເຈົ້າເອີ້ຍ   ລໍາຕົ້ນແຂງແກ່ນໄດ້ ໃບມັນຊ່ວຍຊູແຮງ ຫລາຍໃບເປັນກໍາລັງ ຮ່ວມແຮງກັນໂຮມເຕົ້າ ຕົ້ນແຂງໃບຂຽວກ້າ ລົມມາບໍ່ຢ້ານຢ່ອຍ ພາກັນບັງຊ່ວຍຕຸ້ມ ແຮງໃຈໃຫ້ສົ່ງກັນ ຕໍ່ໄປເຖີ້ນ ເພື່ອນເອີ້ຍ  …