ໄດ້ຂີ່ຊ້າງ ຫລື ບໍ່ໄດ້ຂີ່ຊ້າງ ທໍາດີໄວ້ບໍ່ຫມອງ.

ໄດ້ຂີ່ຊ້າງ ຫລື ບໍ່ໄດ້ຂີ່ຊ້າງ ທໍາດີໄວ້ບໍ່ຫມອງ. ຫາກເຈົ້າ ບໍ່ໄດ ຂີ່ຊ້າງ ກັ້ງຮົ່ມເປັນພະຍາ ໃຫ້ເຈົ້າ ຮຽນວິຊາ ຊ່ວຍໂຕເອງເປັນເຈົ້າ ຮຽນເຫລິກລົງເຖິງເຄົ້າ ຄຸນພະທັມປອດໂປ່ງ ຫາທາງຫລຸໂລ່ງໃຫ້ ປວງຊົນຮູ້ຫລ່ຽມມານ ເຈົ້າເອີ້ຍ   ຫາກເຈົ້າ ໄດ້ຂີ່ຊ້າງ ກັ້ງຮົ່ມເປັນພະຍາ ໃຫ້ເຈົ້າ ຫວນເຫັນຫາ ຜູ່ແຫ່ນໍາຕີນຊ້າງ ເຂົາພາທາງໄປຫນ້າ ມານມາເຂົາຕົບຕ່ອຍ ທຸກສຸກເລັງຊ່ອຍແກ້ ງອຍເທິງຊ້າງຈຶ່ງອຸ່ນໃຈ ເຈົ້າເອີ້ຍ   ຫາກເຈົ້າ ບໍ່ໄດ້ ຂີ່ຊ້າງ ກັ້ງຮົ່ມເປັນພະຍາ ໃຫ້ເຈົ້າ ພົວພັນຫາ ເພື່ອນແພງພົງພັນເຊື້ອ ໂຮມແຮງກັນເມືອຫນ້າ ແປງທາງລູກຫລານໄຕ່ ທໍາຄວາມດີປ່ອຍໄວ້ ເປັນເງົາກັ້ງຮົ່ມເຢັນ ເຈົ້າເອີ້ຍ   ຫາກເຈົ້າ ໄດ້ຂີ່ຊ້າງ ກັ່ງຮົ່ມ ຄືພະຍາ ໃຫ້ເຈົ້າ ສໍານຶກຫາ ຫນໍ່ແນວເດີມກົກເຫງົ້າ ປະເອົາໄຫມຄໍາເອ້ ເງິນທອງຂອງມີຄ່າ ຄວາມໂລພາຢ່າເລີ້ມ ສິລືມເຊື້ອພໍ່ແມ່ຕົນ ບໍ່ດີແລ  …