ຄວາມຫວັງໄວ້ກັບຜູ່ນໍາຫນ້າ ພາກ້າວອອກທາງ ທ່ານເອີ້ຍ.

ຄວາມຫວັງໄວ້ກັບຜູ່ນໍາຫນ້າ ພາກ້າວອອກທາງ ທ່ານເອີ້ຍ. Memory   ຕາແນມນໍາເບິ່ງຊ້າງ ພາກັນຍ່າງເປັນແຖວ ຕົວເຖິກນໍາແລວທາງ ແມ່ນາງເດີນຕາມກົ້ນ ສຽງກັງວົນເຮຮ້ອງ ເນືອງນອງໄປແຄມປ່າ ອອກໄກນາຫ່າງບ້ານ ພາກັນຫລີ້ຄ່ອຍຫນີ ຊ້າງເອີ້ຍ   ຄິດເຖິງຄາວກ່ອນກີ້ ຣາຊາມິ່ງເມືອງລາວ ມືຈັບຫລາວປາຍແຫລມ ນັ່ງປະຄອງຄໍຊ້າງ ຕີສັດຕູແຕກມ້າງ ພາທາງເປັນແບບຢ່າງ ພະຍາຫລົບຂີ່ຊ້າງ ນໍາພາສູ້ຜ່ານໄພ ແທ້ແລ້ວ   ດຽວນີ້ ຊ້າງຫ່າງບ້ານ ແຕກໃນປ່າສູນພັນ ມັນເຄີຍມີຕໍານານ ຜູ່ຂີ່ເທິງຫລັງຊ້າງ ຜູ່ນໍາທາງພາສູ້ ຫາຍໄປຕາມຍຸກໃຫມ່ ປາຊາຊົນໄຜ່ບ້ານ ເຫັນພຽງຊ້າງປ່ຽວດາຍ ເຈົ້າເອີ້ຍ   ຫາກເຈົ້າຄືນຂີ່ຊ້າງ ຄືປາງກ່ອນກາຍມາ ເປັນພະຍາຄອງເມືອງ ນັ່ງງອຍເທິງຄໍຊ້າງ ໃຫ້ເຈົ້າ ທໍາລາຍມ້າງ ຂວກຫນາມຕາມທາງຍ່າງ ນໍາພາຊ້າງສູ່ບ້ານ ກໍາຫລາວຂຶ້ນດັ່ງພະຍາ ທ່ານເອີ້ຍ   @ວິມາລາວດອກບົວແກ້ວ