ຫວນຄິດເຖິງແຄມງື່ມບ້ານເຮົາ.

ຫວນຄິດເຖິງແຄມງື່ມບ້ານເຮົາ. Zu Hause ist auch schön.   ຕາມລໍາເຊໃຫຍ່ກວ້າງ ອາກາດຊຸ່ມເຢັນດີ ແສງສີມອງງາມຕາ ຫມູ່ປາລອຍເປັນຈຸ້ມ ຊຸມສາລິກາຮ້ອງ ອອນຊອນຟັງສຽງມ່ວນ ຊວນຄິດເຖິງແຫ່ງຫ້ອງ ດິນແດນບ້ານແມ່ຄີງ ແທ້ເດ້   ຄິດເຫັນແຄມງື່ມຂ້ອຍ ຕອນເຄີຍຫຍ່າງໄປມາ ເຄີຍຕຶກປາໄຫລມອງ ລ່ອງລົງຕາມແລວນໍ້າ ຕອນຍາມນໍ້າງື່ມຂຶ້ນ ປູປາມີຕາມຝັ່ງ ຄົນພາກັນນັ່ງເຝົ້າ ເອົາກະດຸ້ງຢ່ອນລົງ ເຈົ້າເອີຍ   ແຄມງື່ມເປັນບ່ອນຫລິ້ນ ຫລາຍແນວມ່ວນຊວນກັນ ຕະຫລູດຫັນລົງຕົມ ຕໍ່ແຖວກັນຕິດກົ້ນ ບາງຄົນຜະລາດລົ້ມ ດິນຕົມມັນສຸດຫມື່ນ ຫາທາງຫລຸກຈ່ອງຂຶ້ນ ຍັງເຊຫລົ້ມທ່ວງໄປ ແທ້ແລ້ວ   ບາງຝູງປີນຈ່ອງຂຶ້ນ ສາມສາໃຫຍ່ກົກສູງ ໃບມັນມຸງແບນປົກ ງ່າເອນໄປຫານໍ້າ ເດັກເຮົາ ປີນນໍາທາວຕາມໄມ້ ທະຍານໄປລົງລຸ່ມ ຟົດນັນກັນກ່ອມກຸ້ມ ກະໂຕເຕັ້ນຂີ່ຟອງ ມ່ວນແລ້ວ   ບາງຍາມລໍາງື່ມຂ້ອຍ ຄົນແຕກຕື່ນເສັຍໃຈ ລູກຫລານຕົກຫາຍໄປ ລ່ອງໄຫລໄປໃນນໍ້າ ກາຍເປັນລໍາທານເສົ້າ ຊາຕາກໍາລໍາງື່ມ ໃຜຄົງລືມບໍ່ໄດ້…