ດີໃຈທີ່ໄດ້ມີໂອກາດພົບປະກັບ ທ່ານ ນາງ ຂັນທະລີ ສີລິພົງພັນ ຮອງລັດຖະມົນຕີກະຊວງສຶກສາ

ດີໃຈທີ່ໄດ້ມີໂອກາດພົບປະກັບ ທ່ານ ນາງ ຂັນທະລີ ສີລິພົງພັນ ຮອງລັດຖະມົນຕີກະຊວງສຶກສາ ແລະ ຫົວຫນ້າກົມພົວພັນການຕ່າງປະເທດຂອງກະຊວງ ທີ່ຕິດຕາມ ໄດ້ເດີນທາງໄປເຄື່ອນໄຫວ ຢູ່ເຢັຍລະມັນ ເຂົ້າຮ່ວມກອງປະຊຸມ ຂອງສະມາຄົມການສຶກສາຊຸມຊົນຊັ້ນສູງຂອງເຢັຍລະມັນ ປະຈໍາປີ 2022 ທີ່ຈັດຂຶ້ນຢູ່ເມືອງແລບຊີກ ໃນວັນທີ 20 ຫາວັນທີ 21.06.2022.
ການພົບປະໄດ້ພາໃຫ້ຫວນຄິດເຖິງວັນເວລາກ່ອນຫນ້ານີ້ ທີ່ໄດ້ເຮັດວຽກງານການຈັດຕັ້ງແມ່ຍິງແລະຊາວນຸ່ມ ແລະ ເປັນອາຈານສອນຮ່ວມກັນ ທີ່ມະຫາວິທະຍາໄລຊັບພະວິຊາສອງທັນວາ ແລ້ວກໍໄດ້ພັດພາກຈາກກັນເປັນເວລາອັນດົນນານ ຈຶ່ງມີໂອກາດໄດ້ມາພົບຫນ້າພໍ້ຕາກັນ ແຕ່ກໍຍັງສະແດງອອກໃນຄວາມຮັກແພງອັນດູດດື່ມບໍ່ຫລົງລືມເຫມືອນເດີມ.
ເສັຍໃຈທີ່ມີເວລາມີຫນ້ອຍ ໄດ້ນໍາພາເພິ່ນທ່ຽວຊົມ ມະຫາວິທະຍາໄລແລບຊີກ (ທີ່ຕົນເອງ ແລະ ເມັຍ ໄດ້ສຶກສາຢູ່ ແລະ ນັກສຶກລາວເປັນຈໍານວນຫລວງຫລາຍໃນຕອນນັ້ນ), ໄດ້ຂຶ້ນດາດຟ້າຈອມຫໍສູງມະຫາວິທະຍາໄລຊົມວີວ, ໄດ້ຢ່າງທ່ຽວໃນຕົວເມືອງ, ໄດ້ຂີ່ລົດຜ່ານຖະຫນົນຫໍພັກອາດີດນັກສຶກສາລາວທີ່ເຄີຍອາໃສ ໄປເບິ່ງ ອານຸສາວະລີຈາຫລຶກການຕໍ່ສູ້ສົງຄາມປະຊາຊົນປະຫວັດສາດ ທີ່ກາຍເປັນບ່ອນທ່ອງທ່ຽວຈຸດນຶ່ງທີ່ລືຊື່ຂອງເມືອງແລບຊີກໃນປະຈຸບັນ.
ເປັນສ່ວນນຶ່ງທີ່ໃຫ້ເພິ່ນໄດ້ເຫັນເຖິງການຂະຫຍາຍຕົວ ທາງດ້ານການສຶກສາ ແລະ ສັງຄົມຂອງເຢັຍລະມັນ.