ທໍາບຸນ ໄດ້ບຸນ ຄົງເປັນໄປຕາມກົດແຫ່ງກໍາ.

ທໍາບຸນ ໄດ້ບຸນ ຄົງເປັນໄປຕາມກົດແຫ່ງກໍາ.
 
ເຈົ້າຜູ້ເນົາລຸ່ມຟ້າ ໂລກາແຫ່ງເມືອງຄົນ
ວົນວຽນໄປຕາມກໍາ ຜ່ານວັນເວລາຫຍ້າຍ
ບາງຄົນ
ຫລຽວເຫັນປາຍລືມເຫງົ້າ ລືມທາງເດີນເຄີຍຜ່ານ
ສິນທໍາມີບໍ່ຢ້ານ ກໍາສິຕ້ອງບໍ່ກົວ
ແທ້ນ່າ
ເວນຫລືກໍາຈ່ອງໜ້າວ ໄປຕາມແຫ່ງຜົນກໍາ
ຄຸນພະທໍາພະສົງ ເລື່ອມງໍາຜົນບຸນສ້າງ
ເດີນຕາມທາງດີໄວ້ ບຸນກຸສົນຄົງຊ່ວຍ
ໂຊກລາບຕາມຕໍ່ດ້ວຍ ໂພຍໄພຮ້າຍຫ່າງໜີ
ແທ້ແລ້ວ
ແນວນາມມານໝູ່ຮ້າຍ ຫລັກຫລອບເພິ່ນຂອງເຂົາ
ເຖິງຈະເນົາວຽງວັງ ຕື່ມມານມົນທິນເຂົ້າ
ຫວັງຫາເອົາຕົວະຕົ້ມ ບັງຕາຄົນຊຸກເຊື່ອງ
ຜົນກໍາຫາກຕໍ່ເຕື້ອງ ປິດບັງໄວ້ບໍ່ເປັນ
ດອກນ່າ
ຄວາມຫວັງມີຕໍ່ຕັ້ງ ທຸກຄົນຝັ່ນໃຈປອງ
ເຮັດໄປຕາມຄອງທໍາ ປ່ອຍປະການທໍາຮ້າຍ
ກາຍເປັນຄົນດີໄດ້ ໄລລືມກໍາທໍາຊົ່ວ
ຊີວິດຄົງບໍ່ມົ້ວ ສູນເສັຍເສົ້າໝົ່ນໝອງ
ແທ້ແລ້ວ
@ວິມາດອກບົວແກ້ວ