ອວຍພອນເຂົ້າປີໃໝ່ສາກົນ ປີ 2021 – Guten Rutsch ins neue Jahr.

Guten Rutsch ins neue Jahr.
 
ອວຍພອນເຂົ້າປີໃໝ່ສາກົນ ປີ 2021♥️
ປີໃໝ່ ຂໍໃຫ້ໝົດທຸກຄົນທຸກທ່ານ ຈົ່ງໂຊກດີມີໄຊ
ສຸກສົມຫວັງ ສຸກສົມໃຈ ດັ່ງໝາຍປອງ
ດ້ວຍເຖີ້ນ.
ຄົນເຮົາຈະໃຫຍ່ນ້ອຍ ຄວາມຫວັງຕ່າງກັນໄປ
ໃຜກໍຢາກພານພົບ ສິ່ງຄາດຝັນໝາຍໄວ້
ບາງຄົນຕົກທຸກໄຮ້ ໝົດປີໄປປີຕໍ່
ຫາພໍມີແຕ່ໄດ້ ອົດທົນສູ້ບໍ່ຖອຍ ແທ້ແລ້ວ
ບາງຄົນໂຊກໃຫຍ່ລໍ້າ ສົມບູນດັ່ງໃຈຫວັງ
ມີມູນມັງສືບກັນ ຢູ່ສະບາຍຫາຍຮ້ອນ
ບາງຄົນສັນຈອນຍ້າຍ ຈໍາໃຈໄປໄກຫ່າງ
ບາງຄົນຮັກຫ່າງຊູ້ ນອນດຽວເສົ້າເປົ່າດາຍ ແທ້ນ່າ
ຫລາຍຄົນ
ມີຄວາມຝັນເປົ່າຫວ້າງ ໂຊກໄຊຫ່າງກາຍໜີ
ເໝືອນມີເວນມີກໍາ ຈ່ອງນໍາທາວດຶງໄວ້
ທໍາບຸນສິນຫວັງໄດ້ ຫລຸດໂພຍໄພທຸກຢ່າງ
ໄປຕາມທາງບໍ່ຢັ້ງ ບຸກບືນສູ້ບໍ່ຍອມ ແທ້ແລ້ວ
ປີໃໝ່ສາກົນ 2021
ທຸກຄົນເຮົາໃຫຍ່ນ້ອຍ ຂໍຈົ່ງພົບຄວາມຫວັງ ແດ່ເຖີ້ນ
ຄວາມຝັນຍັງລໍຄອຍ ຈົ່ງເກີດມີຈິງໄດ້
ຄວາມທຸກໃຈອຸກເອົ້າ ໂພຍໄພໜີເຫີນຫ່າງ
ເດີນທາງໃດຈົ່ງໄດ້ ໄປເຖິງເປົ້າທີ່ໝາຍ ດ້ວຍເຖີ້ນ
ໂຊກດີ ປີໃໝ່ນີ້ ຂໍຝາກສົ່ງພອນໃຊ
ເຖິງເພື່ອນມິດ ທັງວົງວານ ຢູ່ທຸກແດນດິນຟ້າ
ອາຍຸຍືນຍາວໝັ້ນ ພັນວັດສາແຂງແກ່ນ
ສາຍແມນລາວຮ່ວມກ້າວ ຮັກແພງຕຸ້ມຕ່ອມກັນ ເຈົ້າເອີ້ຍ
@ວິມາດອກບົວແກ້ວ