ໂອ້ ຫິມະຝອຍນ້ອຍໆ ທະຍອຍລັ່ງກັນລົງມາ

ໂອ້ ຫິມະຝອຍນ້ອຍໆ ທະຍອຍລັ່ງກັນລົງມາ
ຈາກເວຫາແດນໄກ ເລື່ອນລອຍຕົກມາພື້ນ
ຫວນຄືນທາງເດີນຜ້າຍ ກາຍເວຫາສຸດໄກຍິ່ງ
ພາກັນຫລິງເລັ່ງຍ້າຍ ລົງເມືອງໄຕ້ຖິ່ນຄົນ ເຈົ້າເອີ້ຍ
ເຖິງຈະໜາວລື່ນຫລົ້ນ ເກີນກວ່າທໍາມະດາ
ຫິມະຝອຍຂາວງາມ ສົ່ງສີແສງໃສແຈ້ງ
ແປງໃຈຄົນທົນສູ້ ຊູກາຍໃຈແຂງແກ່ນ
ເປັນສາຍແມນກັນທ່ຽງແທ້ ແສນໄກລໍ້າກໍດົ່ງຫາ
ເຈົ້າເອີ້ຍ
@ວິມາດອກບົວແກ້ວ