ໃຜວ່າເຂົາບໍ່ຕັດໄມ້ ຢາກດຶງແຂນມັນໄປເບິ່ງ ນໍາເດ້

ໄດ້ເຫັນ ໄດ້ຍິນ ໄດ້ອ່ານ ແລະ ໄດ້ເວົ້າລົມກັນ ກ່ຽວກັບການຕັດໄມ້ ອົດບໍ່ໄດ້ ຂໍມີຄວາມຄຶດເຫັນ ຫນ້ອຍນຶ່ງ:

ໃຜວ່າເຂົາບໍ່ຕັດໄມ້ ຢາກດຶງແຂນມັນໄປເບິ່ງ ນໍາເດ້
ຜູ້ໃຫຍ່ເພິ່ນກໍຮູ້ ເຂົາຂົນໄມ້ອອກຕ່າງແດນ
ແມ່ນຜູ້ໃດເປັນເຈົ້າ ເຂົາຂາຍໄປແຍກເງິນອອກ
ປະຊາຊົນບອກບໍ່ໄດ້ ເປັນໄປແລ້ວບໍ່ປ່ຽນແປງ

ໃຜວ່າເພິ່ນບໍ່ຫ້າມ ເອົາແຈ້ງການໃຫ້ມັນອ່ານ ແດ່ທ້ອນ
ມາດຕາການບອກບົ່ງໄວ້ ນາຍຍົກໄດ້ສັ່ງການ
ແຕ່ຜີມານຄືເພິ່ນເວົ້າ ໂຄງການລັບມັນມີຫລາຍ
ສາຍໃຍມັນລວງເຫລິກ ຂໍທ່ານກ້າເກັ່ງກ່ວາມານ
ແດ່ທ້ອນ ທ່ານທອງລຸນເອີ້ຍ!

ໃຜເດນໍສໍາປະທານໃຫ້ ເຂົາຂົນໄປຕັດໄມ້ອອກ
ເຮັ່ຽພາສີຂາດດອກເບັ້ຽ ມີຄົນລໍ້າເກິ່ງກ່ວາຄົນ
ປະຊາຊົນຂາດສ່ວນໄດ້ ໄມ້່ຫມົດໄປຈະສູນສ້ຽງ
ເຫລືອພຽງຮອຍບວບຊໍ້າ ໃຜສິຮ້ອນເມື່ອລຸນ ລູກຫລານເອີ້ຍ

ຄວາມມຸ້ງຫວັງອັນແຮງກ້າ ປະຊາລາວເຈົ້າລູກປູ່ ສິນໃຊ
ຂໍຜູ້ໃຫຍ່ຈົ່ງທ່ຽງຫມັ້ນ ເປັນເຈົ້າຊ່ວຍປະຊາ
ໂຮມພາກັນຕອບໂຕ ພວກຫົວໂປ່ທໍາລາຍຊາດ
ປະຊາຊາດຄົງຊ່ວຍເຈົ້າ ເມືອງບ້ານຈຶ່ງຈະເລີນ ແລນາ!!!