ສະບາຍດີ ປີໃຫມ່ລາວ ສະບາຍດີ ສະບາຍດີ

ສະບາຍດີ ປີໃຫມ່ລາວ ສະບາຍດີ ສະບາຍດີ

ປີໃຫມ່ລາວ ຫມູນປ່ຽນວຽນມາ
ຖືເປັນວາລະ ໂຊກໃຊອັນດີ
ຈຶ່ງຂໍຮ້ອງ ກ້ອງທົ່ວປັດຕະພີ
ຖາມຂ່າວສະບາຍດີ ສະບາຍດີ ປີໃຫມ່ລາວ

ສຽງຮ້ອງສົ່ງ ກັອງຈາກແດນໄກ
ເປັນພອນສົ່ງໃຫ້ ອອກຈາກໃຈຫາເຈົ້າ
ເຖິງພີ່ນ້ອງ ເພື່ອນມິດໃກ້ໄກ
ຈະຢູ່ແດນດິນໃດ ຈົ່ງສຸກໃຈຫາຍໂລຄາ

ທ່ານຜູ້ໃດ ມັ່ງມີດີແລ້ວ
ຈົ່ງຢ່າຄາດແຄ້ວ ຄິດເຖິງຄົນຈົນ
ຜູ້ປົກຄອງ ນໍາພາເປັນເຈົ້າ
ຫໍ່ໂຮມເຕົ້າ ແບບຢ່າງອັນດີ

ປີໃຫມ່ນີ້ ມີໂຊກມີໄຊ
ໄປທາງໃດ ປອດໄຟໄປຮອດ
ຍິ້ມສົ່ງຂ້ອຍ ຂ້ອຍຍິ້ມສົ່ງເຈົ້າ
ສົ່ງເສີມເຄົ້າ ລາວນ້ອມອ່ອນຫວານ ແດ່ເຖີ້ນ