ມື້ນີ້ແສງຕາເວັນສ່ອງຟ້າ ມາເດີ່ນຍ່າງໃນສວນ

ມື້ນີ້ແສງຕາເວັນສ່ອງຟ້າ ມາເດີ່ນຍ່າງໃນສວນ
ອາກາດຄ່ອຍເຢັນດີ ທີ່ຮົ່ມເງົາຫມາກແອບເປິ້ນ
ຍິນສຽງເວິ້ນໆກຸ້ມ ແມງເຜິ້ງຊຸມທັງແມງພູ່
ບິນໃຕ່ຕອມດອກໄມ້ ສະອອນແທ້ຫມູ່ແມງ

ແສງຕາເວັນນັບມື້ກ້າ ພຶກສາພັນເບັ່ງບານດອກ
ຍາມລົມພັດກິ່ງກ້ານ ເກສອນເຈົ້າທະຍ່ອຍລົງ
ໃຈປະສົງຂໍໃຫ້ ຕົ້ນແອບເປິ້ນບານເຮືອງຫນ່ວຍ
ຊ່ວຍຊູເກັບກ່ຽວໃຫ້ໄດ້ ຫລາຍໆເຂ້ງໃສ່ໃຫ້ເຕັມ ແດ່ທ້ອນ